ວັນ​ທີ 9 ​ມີຖຸນາ 2021, ທີ່​ຫ້ອງ​ປະ​ຊຸມ ໂຮງແຮມຄຣາວພລາຊາ ວຽງຈັນ, ໄດ້ມີກອງ​ປະ​ຊຸມ ຮັບຮອງຄວາມຖືກຕ້ອງດ້ານເນື້ອໃນຂອງ​ແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການ (2021-2025) ໂດຍເປັນປະທານຂອງທ່ານ ປອ.ດຣ.ບຸນແຝງ ​ພູມມະໄລສິດ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮ່ວມກັບ ທ່ານ ນາງ Ina Marciulionyte ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາສປປລາວ ແລະ ທ່ານ ນາງ Beate Destel ຮອງຫົວໜ້າອົງການອຸຍນິເຊັບ ປະຈໍາ ສປປລາວ. ພ້ອມນີ້ ຍັງມີທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານຮອງລັດຖະມົນຕີ ກະຊວງການເງິນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ມີບັນດາທ່ານ​ແຂກ​ຜູ້​ມີ​ກຽດ, ທ່ານ​ຍິງ ແລະ ທ່ານ​ຊາຍ​ ເຂົ້າຮ່ວມ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມ:

  1. ເພື່ອນຳສະເໜີຮ່າງແຜນຈັດຕັ້ງປະຕິບັດງານແຫ່ງຊາດ ດ້ານໂພຊະນາການ 2021-2025
  2. ເພື່ອສົນທະນາ, ປະກອບຄຳຄິດເຫັນ ແລະ ຂໍ້ສະເໜີ ສຳລັບ NPAN 2021-2025
  3. ເພື່ອຢັ້ງຢືນຄວາມຖືກຕ້ອງທາງດ້ານວິຊາການ ຂອງ NPAN 2021-2025 ແລະ ເຮັດເປັນສະບັບສົມບູນ.

ກອງ​ປະ​ຊຸມ​ໃນ​ມື້​ນີ້​ ​ເປັນ​ການ​ສະ​ແດງ​ຄວາມຄິດ​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ແລະ ຄວາມ​ເອົາ​ໃຈ​ໃສ່​​ຕໍ່​ວຽກ​ງານ​ໂພ​ຊະ​ນາ​ການ ແລະ ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ​ໃນ​ປະ​ເທດ​ເຮົາ ​ເພື່ອເຮັດໃຫ້ເດັກນ້ອຍລຸ່ມ 5 ປີ ແລະ ແມ່ຍິງໄວຈະເລີນພັນມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ ແລະ ໂພ​ຊະ​ນາ​ການ​ທີ່​ດີ ເວົ້າສະເພາະ, ເວົ້າລວມກໍ່ຄື​ສຳ​ລັບ​ທຸກ​ຄົນ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດມີສຸຂະພາບ ແລະ ໂພຊະນາການທີ່ດີ.

ໃນ​ປະ​ຈຸ​ບັນ​ນີ້, ໂລກ​ຂອງ​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບຫຼາຍໆ​ບັນ​ຫາ​ທີ່​ໜັກ​ໜ່ວງ​ເປັນ​ຕົ້ນ​ແມ່ນ​ຜົນ​ກ​ະ​ທົບ​ຈາກ​ວິກິດການແຜ່ລະບາດພະຍາດອັກເສບປອດສາຍພັນໃໝ່ 2019 (ໂຄວິດ-19)ຮອບສອງ ແລະ ບັນຫາທາງການ​ດ້ານ​ງົບປະມານການ​ເງິນ,​ ເຊິ່ງກະຊວງສາທາລະນະສຸກສົມທົບກັບຂະແໜງການຫລັກຕ່າງໆທີ່ກ່ຽວຂ້ອງ ໄດ້ຮ່ວມມືກັບອົງການສາກົນ​ສ້າງແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການໂດຍມີສ່ວນຮ່ວມຂອງຫລາຍຂະແໜງການໃນໄລຍະໃໝ່ 5 ປີໃນຕໍ່ໜ້າ 2021-2025 ເພື່ອເປັນບ່ອນອີງໃນການ​ປັບປຸງໂພຊະນາການພາຍໃນປະເທດ, ຄຽງ​ຄູ່​ກັນ​ນັ້ນ​ຍັງມີການເກີດສະ​ພາບ​ການ​ປ່ຽນ​ແປງ​ຂອງດິນຟ້າ​ອາ​ກາດ​ ຊຶ່ງພາ​ໃຫ້ເກີດ​ໄພ​ພິ​ບັດ​ທຳ​ມະ​ຊາດ​ອັນໜັກ​ໜ່ວງໃນຫລາຍທ້ອງຖິ່ນ​ ໂດຍ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່, ສຸ​ຂະ​ພາບ ແລະ ໂພ​ຊະ​ນາ​ການ​ຂອງແມ່ຍິງ ແລະ ເດັກນ້ອຍລຸ່ມ 5 ປີ ກໍ່ຄືປ​ະ​ຊາ​ຊົນບັນດາເຜົ່າ​ ໃນ 18 ແຂວງທົ່ວປະເທດ.

ສ ​ປ ​ປ ​ລາວ ຍັງ​ເປັນ​ປະ​ເທດ​ໜື່ງ​ທີ່​ກຳລັງພັດທະນາ​, ແລະ ມີອັດຕາການ​ຂາດ​ສານ​ອາ​ຫານໃນ​ເດັກນ້ອຍ​ອາ​ຍຸ​ຕ່ຳ​ກວ່າ 5 ປີ​ ​ຍັງ​ສູງຫຼາຍ ເຊັ່ນ: ການຂາດສານອາຫານຊໍາເຮື້ອ ຫຼື ລວງສູງບໍ່ໄດ້ມາດຕະຖານ(ຫລື ເຕ້ຍ), ການຂາດສານອາຫານກະທັນຫັນ(ຈ່ອຍ) ແລະ ນໍ້າໜັກຫລຸດມາດຕະຖານ; ເຊິ່ງສາຍ​ເຫດ​ການ​ຂາດ​ສານ​ອາ​ຫານ​ມີ 3 ລະ​ດັບ​ຄື: 1). ສາຍ​ເຫດ​ໃນ​ລະ​ດັບ​ບຸກ​ຄົນ​ ​ແມ່ນ​: ສາ​ຍ​ເຫດ​ໂດຍ​ກົງ​ເນື່ອງ​ມາ​ຈາກ​ການ​ບໍ​ລິ​ໂພກ​ອາ​ຫານບໍ່​ພຽງ​ພໍ ຫຼື ​ບໍ່​ຖືກ​ຕ້ອງ ​ເນື່ອງ​ຈາກ​ການ​ຂາດຄວາມຮູ້ແລະຄວາມເຂົ້າໃຈ ລວມທັງມີຄວາມຊີນເຄີຍໃນສັງຄົມຂອງປະຊາຊົນບັນດາເຜົ່າ,  ແລະ ການ​ເຈັບ​ປ່ວຍ​ຈາກ​ພະ​ຍາດ​ຕ່າງໆ; 2). ສາຍ​ເຫດ​ໃນ​ລະ​ດັບ​ຊຸມ​ຊົນ​ກໍ​ຄື​ສາ​ຍ​ເຫດ​ທີ່​​ເນື່ອງ​ມາ​ຈາກ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ​ໃນ​ລະ​ດັບ​ຄົວເຮືອນຍັງ​ຕ່ຳ (ໂດຍ​ສະ​ເພາະ​ການບໍ່​ມີ​ອາ​ຫານ​ຈະ​ກິນ ແລະ ​ບໍ່​ສາມາດເຂົ້າ​ເຖີງ​ສະ​ບຽງ​ອາ​ຫານໄດ້) ການ​ດູ​ແລ​ສຸ​ຂະ​ພາບ​ແມ່ ແລະ ເດັກຍັງ​ບໍ່​ທັນ​ໄດ້​ດີ, ລວມ​ທັງ​ສຸ​ຂະ​ອາ​ນາ​ໄມ, ນໍ້າສະອາດ ແລະ ​ສະ​ພາບສິ່ງ​ແວດ​ລ້ອມ ແລະ ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ສຸຂະພາບ​ຍັງ​ມີ​ຂໍ້​ຈຳ​ກັດຫຼາຍ​ດ້ານ; 3).ສາຍ​ເຫດ​ໃນ​ລະ​ດັບ​ຊາດໂດຍ​ແມ່ນ​ສາຍ​ເຫດ​ພື້ນ​ຖານ​ ເຊັ່ນ ຄວາມ​ອາດ​ສາ​ມາດ​ທາງ​ດ້ານຄວາມຮູ້ ແລະ ປະສົບການຂອງບຸກ​ຄະ​ລ​າ​ກອນກ່ຽວກັບໂພຊະນາການໃນບັນດາຂະແໜງການທີ່ກ່ຽວຂ້ອງຍັງບໍ່ພຽງພໍ ແລະ ກວ້າງຂວາງ, ງົບປະມານທີ່ມີຈໍາກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ​ລະ​ບົບ​ຂໍ້​ມູນ ແລະ​ ການ​ເຝົ້າ​ລະ​ວັງດ້ານ​ໂພ​ຊະ​ນາ​ການ ທີ່ສາມາດສະໜອງຂໍ້ມູນທີ່ໜ້າເຊື່ອຖື ແລະ ເປັນຂໍ້ມູນຕົວແທນຂອງຂັ້ນເມືອງ, ຂັ້ນແຂວງ ແລະ ທົ່ວປະເທດໄດ້ໃນແຕ່ລະປີ ເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະປີ ແລະ ການ​ລົງ​ທືນ​ໃສ່​ວຽກ​ງານ​ໂພ​ຊະ​ນາ​ການ​ຍັງ​ມີຂໍ້ຈຳ​ກັດ ຍັງມີຄວາມຈໍາເປັນເອື່ອຍອີງໃສ່ທຶນຊ່ວຍເຫລືອ ແລະ ກູ້ຢືມຈາກອົງການສາກົນ; ໃນ​ການ​ແກ້​ໄຂ​ບັນ​ຫາ​ ເຖິງວ່າ: ​ພັກ – ລັດ​ ໄດ້​ຖືເປັນ​ບຸ​ລິ​ມະ​ສິດ​ສູງກໍ່ຕາມ ແຕ່ການຈັດ​ສັນ​ງົບ​ປະ​ມານ​ຍັງບໍ່ທັນພຽງພໍຕາມຄວາມຕ້ອງການ ຖ້າທຽບໃສ່ຫລາຍໆກິດຈະກໍາວຽກງານທີ່ຕ້ອງໄດ້ປະຕິບັດໄປພ້ອມໆກັນ ເພື່ອບັນລຸຄາດໝາຍຕົວຊີ້ບອກທີ່ສະພາແຫ່ງຊາດຮັບຮອງແລະ 7 ຕົວຊີ້ບອກ ຕາມເງື່ອນໄຂຂອງການສະໜັບສະໜູນງົບປະມານຊ່ວຍເຫລືອຂອງສະຫະພາບເອີລົບ ເພື່ອປັບປຸງໂພຊະນາການໃນ ສປປລາວ ຊຶ່ງ 7 ຕົວຊີ້ບອກມີດັ່ງນີ້:

1).ຈຳນວນແຂວງທີ່ມີຄະນະກຳມະການຂັ້ນແຂວງ ດ້ານໂພຊະນາການປະຕິບັດວຽກງານເປັນປົກກະຕິ ໃນປີ 2021ໄດ້: 18 ແຂວງ,

2).ການຄຸ້ມຄອງຜະລິດຕະພັນອາຫານສຳລັບເດັກນ້ອຍ ແລະ ເດັກອ່ອນ ຫລື ຂໍ້ແນະນຳ ດຳລັດດັ່ງກ່າວ” ຕ້ອງໄດ້ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ໃຫ້ໄດ້ບົດລາຍງານ 2 ຄັ້ງ/ປີ ກ່ຽວກັບຈໍານວນ ແລະ ປະເພດຂອງການລະເມີດ,

3). ສ່ວນຮ້ອຍ(%) ຂອງບ້ານເຂດ 2 ແລະ 3 ໄດ້ຮັບການບໍລິການສຸຂະພາບແບບເຊື່ອມສານ “ຊຸດບໍລິການ 1+3” ຢ່າງໜ້ອຍ 2 ຄັ້ງຕໍ່ປີ ຄາດໝາຍໃຫ້ໄດ້: 45%;

4). ການສັບຊ້ອນ ແລະ ພັດທະນາບຸກຄະລາກອນທີ່ເຮັດວຽກບໍລິການຢູ່ໂຮງໝໍນ້ອຍ ຫລື ສຸກສາລາແຫ່ງຕ່າງໆຢ່າງມີປະສິດທິພາບ ໃຫ້ໄດ້: 13,45% ຂອງຈໍານວນໂຮງໝໍນ້ອຍທີ່ມີພະນັກງານ ຢ່າງໜ້ອຍ 3 ຄົນ;

 5). ສ່ວນຮ້ອຍ(%) ຂອງສະຖານທີ່ບໍລິການສຸຂະພາບມີພະນັກງານໄດ້ຮັບການຝຶກອົບຮົມ ແລະ ໃຫ້ບໍລິການການຄຸ້ມຄອງເດັກຂາດສານອາຫານກະທັນຫັນແບບເຊື່ອມສານ (IMAM) ໃຫ້ໄດ້: 15 %);

 6).ຈໍານວນເມືອງທີ່ໄດ້ນໍາໃຊ້ຄູ່ມືແນະນໍາໃນການສ້າງແຜນການດ້ານກະສິກໍາເພື່ອໂພຊະນາການ, ລວມທັງລະບົບຕິດຕາມກວດກາ ແລະ ລາຍງານໃຫ້ຜຜູ້ສ້າງນະໂຍບາຍແລະແຜນງານຊາບ, ຄາດໝາຍປີ 2021 ແມ່ນ 40 ເມືອງ ;

 7). ສ່ວນຮ້ອຍ(%) ຂອງໂຮງຮຽນປະຖົມທີ່ເຂົ້າເຖິງນໍ້າສະອາດແລະປອດໄພ ຕະຫລອດປີ, ຄາດໝາຍປີ 2021 ແມ່ນ 52 %.

ພັກ-ລັດ​​ໄດ້​ວາງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ເພື່ອ​ແນ​ໃສ່​ນຳ​ພາ​ປະ​ເທດ​ຊາດຫຼຸດ​ພົ້ນ​ອອກ​ຈ​າກ​ສະ​ພາ​ວະ​ດ້ອຍ​ພັດ​ທະ​ນາ​, ໂດຍສົ່ງເສີມໃຫ້ພັດທະນາແຜນການຈັດຕັ້ງປະຕິບັດງານແຫ່ງຊາດດ້ານໂພຊະນາການ ແບບໜຶ່ງດຽວມີສ່ວນຮ່ວມຫລາຍຂະແໜງການ​ ແລະ​ ລະດົມທືນສະ​ໜັບ​ສະ​ໜູນ​ວຽກ​​ງານ​ໂພ​ຊະ​ນາ​ການໃຫ້ເພີ້ມຂື້ນ ໂດຍມີການວາງແຜນ, ແຜນການຈັດຕັ້ງປະຕິບັດ, ລະບົບຕິດຕາມກວດກາ ແລະ ປະເມີນຜົນ ເພື່ອສຸມໃສ່ໄປທາງດຽວກັນ ໃນເວລາດຽວກັນ ຈຸດສຸມອັນດຽວກັນ ເພື່ອເລັ່ງໃສ່ ການແກ້ໄຂບັນຫາການຂາດສານອາຫານ ແລະ ໂພຊະນາການເກີນໃນແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ,  ເຊິ່ງກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ໃຫ້​ບຸ​ລິ​ມະ​ສິດ​ສູງ​ແກ່​ວຽກ​ງານ​ໂພ​ຊະ​ນາ​ການ​ ໂດຍນອນໃນແຜນງານທີ 1 ຂອງສາຍອະນາໄມ ແລະ ສົ່ງເສີມສຸຂະພາບ ໃນ 8 ແຜນ​ງານຫຼັກ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ. ສ່ວນກະຊວງກະສິກໍາ ແລະປ່າໄມ້​ກໍ່​ໄດ້​ໃຫ້​ບຸ​ລິ​ມະ​ສິດ​ສູງ​ເຊັ່ນ​ດ​ຽວ​ກັນ​ຕໍ່​ວຽກ​ງານ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ​ຊຶ່ງ​ແມ່ນ​ອົງ​ປະ​ກອບ​ໜື່ງ​ທີ່​ສຳ​ຄັນ​ ແລະ ຕິດພັນກັບໂພ​ຊະ​ນາ​ການ​​, ກະຊວສຶກສາທິການແລະ ກິລາ ມີບົດບາດທີ່ສໍາຄັນໃນການສ້າງຄວາມຮູ້ຄວາມເຂົ້າໃຈ ແລະ ປູກຈິດສໍານຶກໃຫ້ແກ່ນັກຮຽນນັກສຶກສາ ໂດຍເອົາໂພຊະນາການເຊື່ອມເຂົ້າໃນຫລັກສູດການສຶກສາ, ສ້າງສະພາບແວດລ້ອມເອື້ອອໍານວຍເພື່ອສຸຂະພາບ ແລະ ໂພຊະນາການໃນໂຮງຮຽນ ແລະ ປັບປຸງໂພຊະນາການໃນນັກຮຽນນັກສຶກສາໃຫ້ດີຂື້ນ ແລະ ກະຊວງແຜນການແລະ ການລົງທຶນ ໄດ້ລະດົມທຶນ ແລະ ຊ່ວຍຊອກແຫລ່ງທຶນໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການ ແລະ ໄດ້ສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN) ລວມທັງເຮັດການຄົ້ນຄວ້າດ້ານນະໂຍບາຍ ແລະ ຜົນກະທົບດ້ານເສດຖະກິດຕ່າງໆຈາກການຂາດສານອາຫານ ເພື່ອສະໜອງຂໍ້ມູນທີ່ຈໍາເປັນ ໃຫ້ແກ່ຄະນະກໍາມະການແຫ່ງຊາດດ້ານໂພຊະນາການ ແລະ ທຸກຂັ້ນ, ຂະແໜງການອື່ນໆທີ່ປິ່ນອ້ອມ ກໍເຊັ່ນດຽວກັນ.

Medialaos MMD