ການນວດແມ່ນການບຳບັດເພື່ອເຮັດໃຫ້ຮ່າງກາຍຜ່ອນຄາຍ ດ້ວຍການໃຊ້ທັກສະທາງຮ່າງກາຍ ແລະ ອຸປະກອນເສີມ ເຊັ່ນ: ການບີບ, ຈັບ , ດືງ, ຮີດເສັ້ນ, ຢຽບ, ກົດຈຸດຕ່າງໆ ຫຼື ກະຕຸ້ນແບບການສັ່ນ ເພື່ອກະຕຸ້ນກ້າມຊີ້ນ ແລະ ລະບົບຕ່າງໆ ຂອງຮ່າງກາຍໃຫ້ເຮັດວຽກດີຂື້ນ ຖືວ່າເປັນປະເພດການຮັກສາທີ່ມີມາແຕ່ດົນນານ ເວລາຮ່າງກາຍຕ້ອງການນວດຈະຮູ້ສຶກວ່າຮ່າງກາຍເຮັດວຽກໄດ້ບໍ່ດີຄືເກົ່າ ເປັນຕົ້ນແມ່ນຮູ້ສຶກໜັກຕົນໂຕ, ກ້າມຊີ້ນສ່ວນໃດສ່ວນໜື່ງມີອາການເຄັງຕືງ, ເຄື່ອນໄຫວບໍ່ຄ່ອງດີປານໃດ ສະແດງວ່າຮ່າງກາຍຂອງທ່ານຕ້ອງການນວດແລ້ວ.

ວິທີນວດມີດັ່ງນີ້:

  1. ການກົດ: ສ່ວນຫຼາຍມັກຈະໃຊ້ນີ້ວມືນວດ ໂດຍທ່ົວໄປນິຍົມໃຊ້ນີ້ວໂປ້ເປັນຫຼັກ ເຕັກນິກການວາງນີ້ວອາດຈະກົດລົງໄປຊື່ໆ ດ້ວຍກາງນີ້ວບໍລິເວນຂໍ້ຕໍ່ທີ 2 ບໍ່ໃຊ້ບໍລິເວນປາຍນີ້ວກົດ ຊື່ງອາດກົດພຽງນີ້ວດຽວ ຫຼື ໃຊ້ນີ້ວໂປ້ທັງສອງເບື້ອງວາງພ້ອມກັນກໍ່ໄດ້ ເຕັກນິກການກົດນັ້ນມັກຈະໃຊ້ກັບບໍລິເວນທີ່ເປັນຈຸດສະເພາະ ຊື່ງຈະລົງນໍ້າໜັກໄດ້ຖືກຈຸດ ໃຊ້ກັບການນວດກ້າມຊີ້ນທົ່ວໄປ.
  2. ການດືງ: ກໍ່ຄືການໝູນວຽນເປັນວົງມົນໃນຂະນະເວລາທີ່ນວດ ພ້ອມດຽວກັນກໍ່ມີການເຄື່ອນໄຫວຮອບໆ ບໍລິເວນນັ້ນ ຊື່ງມັກຈະໃຊ້ກັບກ້າມຊີ້ນໃຫຍ່ໆ ຊື່ງຕ້ອງອອກແຮງຫຼາຍ ໂດຍໃຊ້ນີ້ວມື ຫຼື ຝ່າມືໃນການດືງກໍ່ໄດ້ ກ້າມຊີ້ນຈະຜ່ອນຄາຍໄດ້ດີ ທ່ານຈະຮູ້ສຶກສະບາຍເປັນວິທີການທີ່ນີ້ມນວນບໍ່ຮຸນແຮງ.
  3. ການບີບ: ວິທີນີ້ໃຊ້ຢູ່ເລື້ອຍໆ ການໃຊ້ແຮງດັນຕໍ່ກ້າມຊີ້ນໂດຍກົງຈະເຮັດໃຫ້ກ້າມຊີ້ນມີການຜ່ອນຄາຍ ມັກຈະໃຊ້ກັບກ້າມຊີ້ນໃຫຍ່ເຊັ່ນ: ແຂນ ຂາ ຫຼັງ ແລະ ໃຊ້ກັບກ້າມຊີ້ນທີ່ມີອາການເຄັງຕືງໄດ້ດີ.
  4. ການບິດ: ການເຄື່ອນໄຫວກ້າມຊີ້ນແມ່ນໄປທາງແນວຂວາງເປັນການຢືດກ້າມຊີ້ນ, ເສັ້ນເອັນ ແລະ ຂໍ້ຕໍ່ຕ່າງໆ ດ້ວຍການຈັບກ້າມຊີ້ນໃຫ້ເຕັມຝາມືແລ້ວບິດໝູນເປັນລູກຄື້ນໄປຕາມກ້າມຊີ້ນ ຊື່ງສ່ວນຫຼາຍຈະໃຊ້ກັບກ້າມຊີ້ນໃຫຍ່ໆ ເຊັ່ນ: ແຂນ ຂາ ແລະ ຫຼັງເປັນຕົ້ນ.
  5. ການດັດ: ມັກຈະໃຊ້ກັບຂໍ້ຕໍ່ທີ່ແຂງ ຫຼື ມີອາການປວດໃນຂໍ້ ເຕັກນິກນີ້ຕ້ອງໃຊ້ຄວາມຊ່ຽວຊານສູງ ແລະ ຈະເກີດອັນຕະລາຍໄດ້ງ່າຍ ເປັນຕົ້ນແມ່ນເສັ້ນເອັນ ກ້າມຊີ້ນ ແລະ ຂໍ້ຕໍ່.
  6. ການດືງ: ແມ່ນການຈັບກ້າມຊີ້ນໃຫ້ຢືດອອກ ມັກໃຊ້ກັບການຫົດຂອງກ້າມຊີ້ນ ແລະ ເສັ້ນເອັນຕ່າງໆ ເຕັກນິກການດືງນີ້ກໍ່ຕ້ອງໃຊ້ຄວາມຊ່ຽວຊານເຊັ່ນກັນ ເພາະຈະກ່ຽວຂ້ອງກັບຂໍ້ຕໍ່ບໍລິເວນທີ່ບາດເຈັບນັ້ນຈະອ່ອນແອ ແລະ ອາດຈີກຂາດໄດ້ງ່າຍ ຖ້າເຮົາໃຊ້ແຮງດືງຫຼາຍເກີນໄປ.
  7. ການທັບ ເຄາະ ແລະ ສັບ: ເປັນການອອກແຮງຢ່າງເປັນຈັງຫວະ ອາດໃຊ້ກຳປັ້ນຫຼວມໆ ໃຊ້ຝ່າມື ເຄາະສັບລົງໄປບ່ອນບໍລິເວນທີ່ຕ້ອງການເປັນຈັງຫວະ ເພື່ອຜ່ອນຄາຍກ້າມຊີ້ນ ສ່ວນຫຼາຍຈະໃຊ້ກັບກ້າມຊີ້ນໃຫຍ່ໆ ເຊັ່ນ: ຫຼັງ ຄໍ ບ່າ ເປັນຕົ້ນ.
  8. ການຢຽບ: ມັກຈະໃຊ້ກ້າມຊີ້ນໃຫຍ່ ເຊັ່ນ: ແຂນ ຂາ ຫຼັງ ແຕ່ອາດຈະເກີດອັນຕະລາຍໄດ້ງ່າຍ ເພາະການຢຽບຈະກະນໍ້າໜັກໄດ້ບໍ່ຄ່ອຍຖືກປານໃດ ເຮັດໃຫ້ເກີດອາການບາດເຈັບຈາກການນວດຂື້ນໄດ້ ຖ້າຈະໃຊ້ເຕັກນິກນີ້ຕ້ອງແນ່ໃຈໃນຝີມືແທ້ໆ ແລະ ຕ້ອງໝັ້ນໃຈວ່າປອດໄພຈີ່ງຈະໃຊ້ໄດ້.

ຄຸນປະໂຫຍດຂອງການນວດ:

  • ຊ່ວຍໃຫ້ເລືອດໄຫຼວຽນດີ ເຮັດໃຫ້ເລືອດສາມາດນຳອ໊ອກຊີເຈນໄປຫຼໍ່ລ້ຽງສ່ວນຕ່າງໆ ພາຍໃນຮ່າງກາຍໄດ້ຢ່າງທົ່ວເຖີງ.
  • ຂັບໄລ່ຂອງເສຍເປັນຕົ້ນແມ່ນນໍ້າຢາງເຫຼືອງ ບໍ່ໃຫ້ມີການສະສົມຂອງເສຍໄວ້ໃນຮ່າງກາຍ ແລະ ສຸຂະພາບກໍ່ດີຂື້ນ.
  • ແກ້ອາການເຈັບປວດຕ່າງໆ ເຊັ່ນ: ເຈັບຄໍ ເຈັບຫຼັງ ເຈັບກົ້ນ ອາການຊາ ສາເຫດມາຈາກການໄຫຼວຽນເລືອດບໍ່ດີເປັນຕົ້ນ.
  • ຊ່ວຍຜ່ອນຄາຍອາການປວດ ເຄັງຂອງກ້າມຊີ້ນ ຊື່ງເປັນສາເຫດໃນການຂັດການໄຫຼຂອງເລືອດ ແລະ ເຮັດໃຫ້ເກີດອາການອັກເສບ ປວດກ້າມຊີ້ນ.
  • ສາມາດແກ້ໄຂໃນສ່ວນທີ່ເປັນຕົ້ນເຫດຂອງອາການເຈັບປວດ ແລະ ຊ່ວຍໃຫ້ການເຄື່ອນໄຫວຮ່າງກາຍໃຫ້ເປັນປົກກະຕິ.
  • ເພີ່ມຄວາມທົນທານຂອງຂໍ້ຕໍ່ ແລະ ກ້າມຊີ້ນ ປັບໃຫ້ສະໝໍ່າສະເໝີຕໍ່ຮ່າງກາຍ.
  • ຊ່ວຍໃຫ້ຮູ້ສຶກຜ່ອນຄາຍສະບາຍອາລົມ ສຸຂະພາບຈິດດີ ອາລົມສະຫົງບ ນອນຫຼັບໄດ້ງ່າຍຂື້ນ ແລະ ຫາຍຈາກອາການຊືມເສົ້າໄດ້.

ຂໍ້ຫ້າມ ແລະ ສີ່ງທີ່ຄວນລະມັດລະວັງໃນການນວດ:

  • ຫ້າມນວດບ່ອນທີ່ເປັນມະເຮັງ.
  • ຫ້າມນວດບໍລິເວນທີ່ບາດເຈັບ ຫຼື ບ່ອນທີ່ມີອາການອັກເສບ ບວມ ແດງ.
  • ຫ້າມນວດຄົນເຈັບທີ່ມີພາວະຫຼອດເລືອດອຸດຕັນ ສະພາວະການແຂງຕົວຂອງເລືອດຜິດປົກກະຕິ ເປັນພະຍາດເລືອດຕ່າງໆ ມີສະພາວະເກັດເລືອດຕໍ່າຢ່າງຮຸນແຮງ.
  • ຫ້າມນວດຄົນທີ່ກະດູກແຕກ ຫັກ ລ້າວ ທີ່ຍັງບໍ່ເຊົາດີ ຫຼື ຕຳແໜ່ງທີ່ມີການຜ່າຕັດກະດູກ ແລະ ຍັງບໍ່ຈອດກັນ.
  • ຫ້າມນວດຄົນຕິດເຊື້ອທາງຜິວໜັງທຸກໆ ປະເພດໂດຍເດັດຂາດ.
  • ແມ່ຍິງຖືພາ ບໍ່ຄວນໄປນວດເພື່ອຄວາມປອດໄພຂອງເດັກ ແລະ ແມ່.
  • ຜູ້ທີ່ມີກະດູກຜ່ອຍ ແລະ ກະດູກບາງບໍ່ຄວນນວດ.
  • ຜູ້ທີ່ມີພະຍາດປະຈຳໂຕ ເຊັ່ນ: ເບົາຫວານ ຄວາມດັນໂລຫິດສູງ.
  • ຜູ້ທີ່ໃສ່ອະໄວຍະວະທຽມ.