ຍາມວິກິດຈາກການລະບາດຂອງພະຍາດໂຄວິດ-19 ຍີ່ງມີຄວາມຈຳເປັນທີ່ສັງຄົມເຮົາຕ້ອງຮູ້ຮັກ-ສາມັກຄີ, ໂອບເອື້ອອາລີ, ມີຄວາມເມດຕາປານີເຊີ່ງກັນ ແລະ ກັນ.

ຫາກເຫັນຂ່າວເພີ່ນສະໜັບສະໜູນພາກລັດ; ເພີ່ນຊ່ວຍເຫຼືອເພື່ອນຮ່ວມຊາດດ້ວຍອາຫານ-ການກິນ; ທີ່ພັກອາໃສ, ອຸປະກອນປ້ອງກັນພະຍາດແລ້ວຊື່ນອົກຊື່ນໃຈ… ຈົນນໍ້າຕາໄຫຼຊາບຊື້ງໃນຈິດໃຈຄົນລາວພວກເຮົາ ແຕ່ມາເບີ່ງຂ່າວເກີດມີຜູ້ຮ້າຍອ້າຍຂະໂມຍລັກເຂົ້າຂອງ ງັດແງະເຮືອນຊານບ້ານຊ່ອງເຮັດກັນເປັນຂະບວນ, ເຫັນເຈົ້າໜີ້ເລັ່ງທວງລູກໜີ້ດ້ວຍຈິດໃຈຄັບແຄບໂຫດຫ້ຽມແລ້ວ ຈິດໃຈມັນເລີ່ມຫົດຫູ່ບໍ່ຄິດວ່າສັງຄົມເຮົາຈະກາຍເປັນແນວນັ້ນ… ທັງໝົດນັ້ນແມ່ນມັນມາຈາກສະພາບແວດລ້ອມທາງສັງຄົມໃນຍາມວິກິດການ ເຊີ່ງເປັນບັນຫາທີ່ພວກເຮົາຕ້ອງຜ່ານຜ່າໃຫ້ມັນໄດ້ ນັ້ນແມ່ນບັນຫາໃໝ່ທີ່ພວມເກີດ ແລະ ມັນຈະເກີດຂື້ນໃນອະນາຄົດ ຍ້ອນການລະບາດຂອງພະຍາດໂຄວິດ-19 ທີ່ຍັງບໍ່ຮູ້ມັນຈະໝົດໄປຍາມໃດ?

ເມື່ອເປັນເຊັ່ນນັ້ນ ພວກເຮົາຕ້ອງໄດ້ເປັນເຈົ້າການປັບປ່ຽນການດຳລົງຊີວິດແບບໃໝ່ນັ້ນຄືຕ້ອງມີການເດັດຂາດຕໍ່ພວກມິດສາຊີບ, ພວກຂີ້ລັກງັດແງະ, ພວກບໍ່ມີວິໄນໃນການດຳລົງຊີວິດ-ເລີ່ນເລີ້ຕໍ່ພະະຍາດຕິດແປດ ດ້ວຍການດຳເນີນຕາມຂະບວນຍຸຕິທຳ-ຕາມກົດໝາຍເຂັ້ມງວດ-ເຄັ່ງຄັດ.

ຂໍຮຽກຮ້ອງໃຫ້ສັງຄົມເຮົາ ຫວນຄືນມູນເຊື້ອອັນດີງາມຂອງຊາດດ້ວຍການເອື້ອເຟື້ອເພື່ອແຜ່ ເຫັນອົກເຫັນໃຈ ເຊີ່ງກັນ ແລະ ກັນ ດ້ວຍການບໍ່ຂື້ນລາຄາສິນຄ້າຕາມລຳພັງໃຈ, ກັງຕຸນສິນຄ້າຫັວງກຳໄລ, ຂ້ຽວເຂັນລູກໜີ້ບໍ່ມີຜ່ອນສັ້ນຜ່ອນຍາວ… ເຊີ່ງຖືວ່າເປັນການຫາກຳໄລບັນຫາຊີວິດຂອງຜູ້ອື່ນຢ່າງໄຮ້ມະນຸດສະທຳ.

ສະຫຼຸບວ່າ: ໃນຍາມວິກິດການເຊັ່ນນີ້ຕ້ອງໄດ້ເບີ່ງຄືນການດຳລົງຊີວິດ; ເບີ່ງຄືນການເຄື່ອນໄຫວໃນຊີວິດສັງ ຄົມ… ປັບປ່ຽນສັງຄົມໃຫ້ເປັນສັງຄົມແຫ່ງການອູ້ມຊູ-ຍູ້ໜູນເຊີ່ງກັນ ແລະ ກັນ, ການສ້າງສາພັດທະນາກໍ່ຕ້ອງເບີ່ງ ຄວາມຍືນຍົງບໍ່ແລ່ນນຳຕົວເລກ; ບໍ່ແລ່ນນຳກຳໄລເກີນໄປ ພ້ອມກັນສ້າງສັງຄົມແຫ່ງຄວາມຜາສຸກພໍດີພໍງາມບໍ່ກະໂດດໂລດເຕັ້ນເກີນໄປ.

ອົດທົນຜ່ານຜ່າອູ້ມຊູຍູ້ໜູນເຊີ່ງກັນ ແລະ ກັນ, ຮັກສາຄວາມສາມັກຄີປອງດອງ ແຕ່ເດັດຂາດປາບພວກສ້ຽນໜາມຂອງສັງຄົມ ຄິດວ່າພວກເຮົາສາມາດຜ່ານຜ່າວິກິດສັງຄົມນີ້ໄປໄດ້ ສະເໜີແລກປ່ຽນ?

ທິດດີ