ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີມອບ-ຮັບວຽກງານຫົວໜ້າ ກົມພົວພັນສາກົນ ຂອງ ອົງການຈັດຕັ້ງມະຫາຊົນ (ພມຊ) ລະຫວ່າງ ສະຫາຍ ບຸນຍັງ ໄຊຊະນະວົງ ຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ (ຜູ້ເກົ່າ) ແລະ ສະຫາຍ ແກ້ວ ມັກຄະຜົນ ຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ (ຜູ້ໃໝ່) ຊຶ່ງພິທີໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 4 ກັນຍາ 2020ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂັ້ນກົມ ແລະ ຂັ້ນພະແນກກ່ຽວຂ້ອງເຂົ້າຮ່ວມຈຳນວນໜຶ່ງ.
ໃນພິທີ ສະຫາຍ ນາງ ພອນດາວັນ ພິນສະຫວັນ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ອ່ານມະຕິຕົກລົງ ສະບັບເລກທີ 24/ຄລສພ, ລົງວັນທີ 20/2/2020 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍອະນຸມັດໃຫ້ ສະຫາຍ ບຸນຍັງ ໄຊຊະນະວົງ ພັກຜ່ອນຮັບບຳນານ ແລະ ມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງພັກ ເລກທີ 135/ຄລສພ, ລົງວັນທີ 26/8/2020, ວ່າດ້ວຍການ ແຕ່ງຕັ້ງໃຫ້ ສະຫາຍ ແກ້ວ ມັກຄະຜົນ ເປັນຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນຜູ້ໃໝ່. ຈາກນັ້ນ, ສະຫາຍ ບຸນຍັງ ໄຊຊະນະວົງ ໄດ້ມີຄຳເຫັນມອບໜ້າທີ່ໃຫ້ ສະຫາຍ ແກ້ວ ມັກຄະຜົນ ຫົວ ໜ້າກົມຜູ້ໃໝ່ ຊຶ່ງຜູ້ກ່ຽວກໍໄດ້ ກ່າວຮັບໜ້າທີ່ ໂດຍຈະສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດ ບາດຂອງຕົນເປັນຢ່າງດີ.
ໃນໂອກາດດັ່ງກ່າວ ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍໄດ້ມີຄຳເຫັນຍ້ອງຍໍຊົມເຊີຍສະຫາຍ ບຸນຍັງ ໄຊຊະ ນະວົງ, ຫົວໜ້າກົມພົວພັນ ສາກົນຂອງອົງການຈັດຕັ້ງມະ ຫາຊົນຜູ້ເກົ່າ ໃນຕະຫຼອດໄລ ຍະການປະຕິບັດໜ້າທີ່ທີ່ຜ່ານມາ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງ ແລະ ຊີ້ນຳ-ນຳພາກົມໃຫ້ມີຜົນສຳເລັດຫຼາຍດ້ານ ແລະ ເຊື່ອໝັ້ນວ່າ ຫົວໜ້າກົມຜູ້ໃໝ່ຈະສືບຕໍ່ມູນເຊື້ອທີ່ດີງາມ ຂອງກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ເພື່ອປະກອບສ່ວນເຂົ້າໃນວຽກງານການທູດປະຊາຊົນ ໃນໄລຍະໃໝ່ໃຫ້ນັບມື້ນັບມີປະສິດທິຜົນ, ສ້າງເງື່ອນໄຂທີ່ສະດວກແກ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)