ກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນອົງຄະນະພັກ ແຂວງ ໄຊຍະບູລີ, ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 8 ກັນຍາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆ ໄຊຍະບູລີ ເຂົ້າຮ່ວມເປັນກຽດມີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີໜ່ວຍປະຕິບັດງານຈາກສູກກາງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແລະແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ບັນດາຜູ້ແທນແມ່ນໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິຜູ້ແທນອົງຄະນະພັກຄັ້ງທີ VI ໃນ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານ ອີກ 5 ປີຂ້າງໜ້າ, ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາບັນດາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກແຂວງ, ເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດທີ VII ແລະ ຕົວແທນໃຫ້ແກ່ອົງຄະນະພັກໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ.
ໂອກາດດັ່ງກ່າວ ສະຫາຍ ພົງສະຫວັນ ສິດທະວົງ ກໍໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຈາກການຊີ້ນໍາໆພາຂອງອົງຄະນະພັກ ແຂວງ ໄຊຍະບູລີ ໃນໄລຍະ 5 ປີຜ່ານມາ , ໂດຍລວມແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ, ການຂະຫຍາຍຕົວເສດຖະກິດສະເລ່ຍຢູ່ໃນລະດັບ 6,7%ຕໍ່ປີ, ມູນຄ່າການລົງທຶນພາກເອກະຊົນເພີີ່ມຂຶ້ນ, ໂຄງປະກອບເສດຖະກິດຍັງສືບຕໍໍ່ຫັນປ່ຽນຕາມທິດທີີ່ຕັັ້ງໜ້າ, ລາຍໄດ້ທັງໝົດບັນລຸ 10.706 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ເທົ່າກັບ 3.031 ໂດລາຕໍ່ຄົນຕໍ່ປີ, ການເກັບລາຍຮັບງົບປະມານສະເລ່ຍບັນລຸ 3.697,1 ຕື້ກີບ, ກວມເອົາ 9,7%ຂອງGDP, ການປູກພືດເປັນສິນຄ້າ ໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ກວ້າງຂວາງ, ພື້ນຖານໂຄງລ່າງແມ່ນໄດ້ຮັບການຍົກລະດັບ ແລະ ກໍ່ສ້າງຂົວ-ທາງຈາກຕົວເມືອງລົງສູ່ບັນດາເມືອງ ແລະ ບ້ານ, ອັດຕາການຊົມໃຊ້ໄຟຟ້າໃນລະບົບ ກວມ 98,6%, ການສຶກສາ-ກິລາກາຍະກຳໄດ້ຮັບການປັບປຸງ, ນັກຮຽນໃນຕົວເມືອງ-ຊົນນະບົດ ໄດ້ເຂົ້າຮຽນຢ່າງທົ່ວເຖິງ, ປະຊາຊົນໄດ້ຮັບການປິ່ນປົວ ແລະ ສະໜອງບໍລິການສຸຂະພາບຢ່າງທົ່ວເຖິງ, ຄອບຄົວທຸກຍາກຕາມດໍາລັດ 384/ລບ ເທົ່າກັບ 7,8% ຂອງຄອບຄົວທັງໝົດ.
ຈາກນັ້ນ ສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ກອງປະຊຸມຍັງຈະໄດ້ຮັບຟັງການການປະກອບຄໍາຄິດ-ຄໍາເຫັນຈາກບັນດາພະແນກການ, ເມືອງ, ຕົວແບບດ້ານຕ່າງໆ, ຊຶ່ງກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2 ວັນ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)