ໃນວັນທີ 8 ກັນຍາ 2020 ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເພື່ອຊຸກຍູ້ວຽກງານ ຖວທ ຢູ່ແຂວງຫລວງພະບາງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ພິທີມອບ-ຮັບ ໂຄງການພັດ ທະນາໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເປີດການນຳໃຊ້ບັນດາ ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເພື່ອຕອບສະໜອງໃຫ້ແກ່ ການບໍລິການທ່ອງທ່ຽວ ຢູ່ເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫລວງພະບາງ, ລົງຢ້ຽມຢາມຊຸກຍູ້ບັນດາພື້ນຖານ ໂຄງລ່າງເສດຖະກິດ, ລວມທັງບັນດາແຫລ່ງ ທ່ອງທ່ຽວທີ່ສຳຄັນຕ່າງໆ ທີ່ເປັນມໍລະດົກໂລກ ຂອງແຂວງຫລວງພະບາງ.
ພ້ອມນັ້ນ, ຍັງຈະໄດ້ພົບປະໂອ້ລົມ ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງພະແນກ ຖວທ ແຂວງຫລວງພະບາງ ເພື່ອເປັນທິດຊີ້ນຳ ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ຂອງແຂວງ, ເມືອງ ໄດ້ຮັບການພັດທະນາ ແລະ ດຳເນີນໄປຕາມແນວທາງຂອງພັກ, ລັດ ວາງອອກ ດ້ວຍຜົນສຳເລັດອັນນຈົບງາມ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດ)