ອົງຄະນະພັກຫ້ອງວ່າການປະທານປະເທດ ເປີດກອງປະຊຸມຄົບ ຄະນະພັກເປີດກວ້າງ ຄັ້ງທີ 9 ສະໄໝທີ I ໃນວັນທີ 9 ກັນຍາ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ, ມີຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ ເພື່ອສະຫລຸບຕີລາຄາ ການນຳພາຂອງຄະນະພັກ ໃນໄລຍະຜ່ານມາ.

ກອງປະຊຸມໄດ້ຮັບຟັງ ບົດສະຫລຸບຕີລາຄາ ການນຳພາຂອງຄະນະພັກ, ເຊິ່ງຄະນະພັກຫ້ອງວ່າ ການ ປະທານປະເທດ (ຫປທ) ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຢູ່ໃນໄລຍະທ້າຍສະໄໝ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ໄດ້ເປັນເຈົ້າການນຳພາ ແລະ ສຶກສາອົບຮົມ ດ້ານການເມືອງແນວຄິດ ຕາມຂອບເຂດ ແລະ ພາລະບົດບາດຂອງຕົນ ເພື່ອສືບຕໍ່ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຫປທ ໃຫ້ໄດ້ຮັບຜົນສຳເລັດ, ໃນນັ້ນ ໄດ້ເປັນເຈົ້າການນຳພາ ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນ ແລະ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປຊຸມ ຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 10 ສະໄໝທີ X. ສໍາລັບແຜນວຽກ ຈຸດສຸມນຳພາໃນຕໍ່ໜ້າ ແມ່ນຈະສູ້ຊົນຫັນວຽກງານ ຫປທ ໄປສູ່ຄຸນນະພາບໃໝ່, ຮັບ ປະກັນວຽກງານເສນາທິການ ຮັບໃຊ້ການນຳຂັ້ນສູງໃຫ້ດີ, ວ່ອງໄວ ແລະ ມີຄຸນນະພາບ, ມີການປະສານສົມທົບຢ່າງກົມກຽວ ແລະ ເພີ່ມທະວີຄວາມສາມັກຄີ ໃຫ້ໜັກແໜ້ນເຂັ້ມແຂງ.
ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ ຮ່າງບົດລາຍງານການເມືອງ ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກ ຫປທ ໂດຍຍົກໃຫ້ເຫັນຜົນ ໃນການເຄື່ອນໄຫວ, ດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການຕໍ່ໜ້າ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງເນື້ອໃນດັ່ງກ່າວ, ເຊິ່ງໂດຍລວມແລ້ວ ແມ່ນເຫັນດີຕໍ່ຮ່າງເນື້ອໃນເອກະສານ ເປັນຕົ້ນການຊີ້ນຳ-ນຳພາຂອງຄະນະພັກ ໄລຍະ 6 ເດືອນຜ່ານມາ, ຈຸດດີ, ຂໍ້ຄົງຄ້າງ ຈຳນວນໜຶ່ງ ລວມທັງແຜນການ ປະຕິບັດໃນຕໍ່ໜ້າ ແລະ ຮ່າງບົດລາຍງານການເມືອງ ທີ່ກຽມໃຫ້ແກ່ກອງປະຊຸມໃຫຍ່ ອົງຄະນະພັກຂັ້ນຂອງຕົນ.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ຄໍາເມິງ ພົງທະດີ ກໍໄດ້ເນັ້ນໜັກໃຫ້ສະມາຊິກພັກ ກຳ ແໜ້ນທິດທາງ, ຄາດໝາຍລວມ ແລະ ຈຸດສຸມ 16 ວຽກ, ຈົ່ງພ້ອມກັນຜັນຂະຫຍາຍ, ຈັດຕັ້ງໃຫ້ໄດ້ຮັບຜົນດີ. ສ່ວນຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ແມ່ນນຳໄປປັບປຸງຕື່ມ ໃຫ້ແທດເໝາະກັບຕົວຈິງ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)