ພິທີເປີດການນໍາໃຊ້ສະ ຖານີໂທລະພາບຊ່ອງ 7 ກອງ ທັບປະຊາຊົນລາວ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ; ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ມີທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປ ຈີນ; ມີບັນດາທ່ານຕາງໜ້າການນໍາກະຊວງ, ອົງການ, ອໍານາດການປົກຄອງ ພ້ອມກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ໃນພິທີດັ່ງກ່າວ,ຄະນະຈັດຕັ້ງຂອງກົມໃຫຍ່ການເມືອງກອງທັບໄດ້ລາຍງານກ່ຽວກັບການສ້າງຕັ້ງສະຖານີໂທລະ ພາບກອງທັບປະຊາຊົນລາວໂດຍຫຍໍ້ພາຍຫຼັງສະຖານີວິທະ ຍຸກະຈາຍສຽງເອັບເອັມ 99,7 ເມກາເຮີດ ກອງທັບປະຊາຊົນລາວໄດ້ເປີດຂຶ້ນເປັນທາງການໃນວັນທີ 25 ມັງກອນ 2011, ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ມອບໃຫ້ກົມໃຫຍ່ການເມືອງກອງທັບຄົ້ນຄວ້າສ້າງຕັ້ງສະຖານີໂທລະພາບກອງທັບໃນອະນາຄົດ.ຈາກນັ້ນກົມໃຫຍ່ການເມືອງກອງທັບໄດ້ຊີ້ນໍາ ແລະ ມອບໝາຍໃຫ້ກອງວິທະຍຸ-ໂທລະພາບກອງທັບຄົ້ນຄວ້າສ້າງແຜນການ ແລະບົດວິພາກການສ້າງຕັ້ງສະຖານີໂທລະພາບກອງທັບຂຶ້ນ, ຜ່ານການຄົ້ນຄວ້າ ແລະ ການເຫັນດີ ຈາກຂັ້ນເທິງກະຊວງປ້ອງກັນປະເທດຈຶ່ງນໍາສະເໜີເຖິງກະ ຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ວັນທີ 1 ມີນາ 2018 ໄດ້ຈັດຕັ້ງພິທີເຊັນສັນຍາກໍ່ສ້າງອາຄານສະຖານີໂທລະພາບກອງທັບຂຶ້ນລະ ຫວ່າງກົມໃຫຍ່ການເມືອງກອງ ທັບ ກັບ ບໍລິສັດ ຫອມສົມບັດກໍ່ສ້າງ ເປັນຜູ້ຮັບເໝົາໂຕອາ ຄານ, ບໍລິສັດພັດທະນາເຕັກໂນໂລຊີລາວຈໍາກັດ ຮັບການຕົບແຕ່ງຫ້ອງສະຕູດີໂອ 2 ຫ້ອງ, ຫ້ອງອັດສຽງ 1 ຫ້ອງ, ຫ້ອງເຕັກນິກຕັດຕໍ່ 1 ຫ້ອງ ແລະ ປະກອບຈັກໄຟຟ້າສໍາຮອງ 200 ກິໂລວັດໂມງ 1 ເຄື່ອງ ລວມມູນຄ່າການກໍ່ສ້າງທັງໝົດ 11. 776.865.000 ກີບ ແລະ ໃນວັນທີ 20 ມັງກອນ 2020 ໄດ້ເລີ່ມຕົ້ນອອກອາກາດທົດລອງ ພ້ອມດ້ວຍຈັດຕັ້ງຝຶກອົບຮົມກ່ຽວກັບວິຊາສະເພາະເຕັກນິກໃຫ້ວິຊາການໂທລະພາບກອງ ທັບໂດຍໄດ້ຮັບການຊ່ວຍອົບ ຮົມຈາກຊ່ຽວຊານກອງທັບ ແຫ່ງ ສປ ຈີນ.
ໃນໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງປ້ອງກັນປະເທດໄດ້ມີຄໍາເຫັນວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງຂອງພັກ-ລັດ ກໍຄືກະຊວງປ້ອງກັນປະເທດໃນສະເພາະໜ້າ ແລະ ຍາວນານ, ເພື່ອເຮັດໃຫ້ວຽກງານໂຄສະນາ-ຂ່າວສານຂອງກອງທັບປະຊາຊົນ ລາວມີບາດກ້າວໃໝ່. ຈີນ-ລາວ ມີສາຍພົວພັນຮ່ວມມືລະຫວ່າງສອງປະເທດຕາມທິດ “ໝັ້ນຄົງຍາວນານ, ບ້ານໃກ້ ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ ແລະ ເປັນຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍຍຸດທະສາດ ໃນປັດຈຸບັນສອງພັກ-ສອງລັດ ແລະ ສອງກອງທັບ ຕ່າງກໍໄດ້ມີຄວາມຜູກ ພັນມິດຕະພາບອັນດູດດື່ມທີ່ກາຍເປັນແບບຢ່າງທີ່ດີຂອງການຢູ່ຮ່ວມກັນໂດຍສັນຕິ,ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ກັນ ແລະ ກັນ; ໂຄງການຊ່ວຍເຫຼືອການກໍ່ສ້າງສະຖານີໂທລະພາບຊ່ອງ 7 ກອງທັບປະຊາຊົນລາວດັ່ງກ່າວນີ້ ແມ່ນມີຄວາມໝາຍຄວາມສໍາຄັນຍິ່ງເພາະໃນທ່າມກາງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຫ້າງຫາ ກະກຽມສ້າງຜົນງານຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະ ພັກກະຊວງປ້ອງກັນປະເທດທີ່ຈະມາເຖິງນີ້, ທັງເປັນການຊ່ວຍເຫຼືອປັບປຸງໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ເຂົ້າສູ່ລະບົບແບບ ແຜນເທື່ອລະກ້າວ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)