ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສຳເລັດລົງດ້ວຍ ໝາກຜົນອັນຈົບງາມ ໃນວັນທີ 15 ກັນຍາ 2020 ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສິດພະໄຊກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການ ທຫລ ແລະ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາສະຫາຍຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ພະນັກງານປະຕິວັດອາວຸໂສບຳນານ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ບັນດາຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ແກ່ ສະມາຊິກພັກທົ່ວອົງຄະນະພັກ ທຫລ ເຂົ້າຮ່ວມ.

ໃນກອງປະຊຸມ,ສະຫາຍ ສອນໄຊ ສິດພະໄຊ ໄດ້ຜ່ານຮ່າງບົດລາຍງານ ການເມືອງທັງສອງພາກ ແລະ ຮ່າງບົດສຳຫລວດການນຳພາ ຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ III ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ຕໍ່ຮ່າງບົດລາຍງານການເມືອງ ຢ່າງກົງໄປກົງມາ ແລະ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ກອງປະຊຸມ ໄດ້ເປັນເອກະສັນຮັບຮອງເອົາ ບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາ ຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ III ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງ ທຫລ.
ຈາກນັ້ນ, ບັນດາສະຫາຍຜູ້ແທນສົມບູນ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ທຫລ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 19 ສະຫາຍແລະ ໄດ້ເລືອກເອົາ 15 ສະຫາຍ ເປັນຄະນະບໍລິຫານງານພັກ ທຫລ ເພື່ອເປັນຫລັກແຫລ່ງນຳພາ, ເປັນໃຈກາງແຫ່ງການ ເຕົ້າໂຮມຄວາມສາມັກຄີ ເປັນເອກະພາບພາຍໃນ ຂະແໜງການທະນາຄານ, ປັບປຸງກໍ່ສ້າງສ້າງພັກ ໃຫ້ປອດໃສເຂັ້ມແຂງໜັກແໜ້ນ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກ ທຫລ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ ສອນໄຊ ສິດພະໄຊ ເປັນເລຂາຄະນະພັກ, ສະຫາຍ ຄຳວົງ ທິບພະວົງ ເປັນຮອງເລຂາ, ສະຫາຍ ນາງ ວັດທະນາ ດາລາລອຍ ເປັນປະທານກວດກາ, ຮອງປະທານກວດກາ 2 ສະຫາຍຄື: ສະຫາຍວຽງສະຫວັນ ໄຊຍະວົງ ແລະ ສະຫາຍ ອາລຸນ ບຸນຍົງ. ພ້ອມນີ້, ກອງປະຊຸມຍັງໄດ້ ປ່ອນບັດເອົາຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.
ໃນນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການ ຊີ້ນຳ-ນຳພາຂອງຄະນະ ບໍລິຫານງານພັກ ທຫລສະໄໝທີ III ໃນຕະຫລອດ 5 ປີຜ່ານ ມາສາມາດຍາດໄດ້ຜົນສຳເລັດ ໃນຫລາຍດ້ານປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ພ້ອມທັງເນັ້ນໃຫ້ເຊີດຊູ ຄວາມຮັບຜິດຊອບ, ຕິດຕາມກວດກາ ຢ່າງໃກ້ຊິດວິໄນການເງິນ ບໍ່ໃຫ້ເກີດມີຊ່ອງຫວ່າງ; ສືບຕໍ່ເສີມຂະຫຍາຍຜົນງານດ້ານຕັ້ງໜ້າ ແລະ ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ເປັນຕົ້ນ ສະກັດກັ້ນບັນຫາປະກົດການ ຫຍໍ້ທໍ້ຢູ່ບັນດາໜ່ວຍພັກ-ຮາກຖານພັກໃຫ້ ຫລຸດລົງເທື່ອລະກ້າວ; ຮຽກຮ້ອງມາຍັງຄະນະບໍລິຫານງານພັກ ທຫລ ຊຸດໃໝ່ ຈົ່ງເອົາໃຈໃສ່ໃນການສ້າງ ແລະ ປັບປຸງພັກ, ສືບຕໍ່ປະຕິບັດໜ້າທີ່ ວິຊາສະເພາະໃຫ້ດີຂຶ້ນກ່ວ່າເກົ່າ ໂດຍສະເພາະ ການຮັກສາສະຖຽນລະພາບ ເງິນຕາແຫ່ງຊາດ, ການສົ່ງເສີມການນຳໃຊ້ເງິນກີບ; ປັບປຸງ 3 ທະນາຄານລັດ ຢ່າງຮີບດ່ວນ; ການປ່ອຍສິນເຊື່ອຕ້ອງ ຕິດພັນກັບການຜະລິດ ທີ່ມີຄຸນນະພາບ ໃນນີ້ສິນເຊື່ອໃນພາກ SM ໃນດອກເບ້ຍຕ່ຳ, ໄວ ແລະ ໃຫ້ທັນສະພາບຂອງ ຜູ້ປະກອບການ; ແກ້ໄຂຂອດຂັ້ນການໃຫ້ສິນເຊື່ອ, ການໃຫ້ຄວາມຮູ້ກໍຄວນງ່າຍດາຍ ແລະ ປະຕິບັດນະໂຍບາຍເງິນຕາ ໃຫ້ແທດເຖິງຕົວຈິງ, ກົມກຽວດ້ວຍມານະຈິດປະຕິວັດ ແລະ ບຸກທະລຸ ແລະ ຕ້ອງຫັນເອົາມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເພື່ອຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມ, ຕັ້ງໜ້າປຸກລະດົມຖັນແຖວສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທົ່ວຂະແໜງ ການທະນາຄານ ເຂົ້າຮ່ວມຈັດຕັ້ງປະຕິບັດ ໃຫ້ບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)