ບໍ່ວ່າໃນໄລຍະນ້ຳຖ້ວມ ແລະ ຫລັງນ້ຳແຫ້ງລົງ ຈະມັກເກີດພະຍາດລະບາດຫລາຍຊະນິດ ເປັນຕົ້ນ ພະຍາດຖອກທ້ອງ, ຕາແດງ, ຕຸ່ມເປື່ອຍ, ຕີນຫໍ, ໄຂ້ຍຸງລາຍ ແລະ ພະຍາດອື່ນໆ ເຊິ່ງມັນຈະມັກເກີດ ກັບເດັກນ້ອຍ ແລະ ຜູ້ເຖົ້າ. ຖ້າຫາກເຂົາເຈົ້າມີອາການ ຜິດປົກກະຕິໃຫ້ມາພົບແພດດ່ວນ ເພື່ອຫລີກເວັ້ນຄວາມສ່ຽງ ຈາກພະຍາດທີ່ອາດເກີດຂຶ້ນ. ສະນັ້ນ, ເພື່ອປ້ອງກັນພະຍາດດັ່ງກ່າວ ສາທາລະນະສຸກແຂວງຈຳປາສັກ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາ ຊົນ ບັນດາເຜົ່າໃຫ້ເອົາໃຈໃສ່ປະຕິ ບັດຫລັກການອະນາໄມ 3 ສະ ອາດ ຄື: ກິນສະອາດ, ດື່ມ ສະອາດ ແລະ ຢູ່ສະອາດ.
ທ່ານ ດຣ ວັນນະໄຊ ຊາດຕະກຸນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ ໄດ້ໃຫ້ສຳພາດນັກຂ່າວໃນທີ 3 ກັນຍາ 2019 ນີ້ວ່າ: ນັບແຕ່ວັນທີ 2 ກັນຍາ 2019 ເປັນຕົ້ນມາ ບັນດາແຂວງພາກໃຕ້ ໂດຍສະເພາະ ແຂວງຈຳປາສັກ ລະດັບນ້ຳທີ່ເພີ່ມຂຶ້ນ ຢ່າງໄວວາຈົນເຖິງເຂດອັນຕະລາຍ ໄດ້ເຮັດໃຫ້ນ້ຳໄຫລເຂົ້າຖ້ວມ ບ້ານເຮືອນຂອງປະຊາຊົນ, ໂຮງຮຽນ ລວມເຖິງສຸກສາລາຫລາຍແຫ່ງ, ໂຮງໝໍເມືອງ ແລະ ໂຮງໝໍແຂວງຈຳປາສັກ ໃນ 8 ເມືອງທີ່ຢູ່ລຽບຕາມ ແຄມແມ່ນ້ຳເຊໂດນ ແລະ ນ້ຳຂອງໄດ້ຮັບຄວາມເສຍຫາຍໜັກ ຈາກໄພພິ ບັດນ້ຳຖ້ວມຄັ້ງນີ້.
ຕໍ່ກັບສະພາບດັ່ງກ່າວ ໂດຍໄດ້ຮັບການຊີ້ນຳຈາກ ກະຊວງສາທາລະນະສຸກ, ພະແນກສາທາ ລະນະສຸກແຂວງ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແຕ່ງຕັ້ງທີມແພດລົງໄປປະຈຳຢູ່ແຕ່ລະເມືອງ ເພື່ອຊ່ວຍເຫລືອປະຊາຊົນ ທີ່ຍົກຍ້າຍມາຢູ່ເຂດພັກຊົ່ວຄາວ ໂດຍສະເພາະການໃຫ້ຂໍ້ມູນປະຊາຊົນກ່ຽວກັບສຸຂະສຶກສາໃນການປ້ອງກັນພະຍາຕ່າງໆທີ່ອາດເກີດຂຶ້ນ ຈາກນ້ຳ ລວມເຖິງວຽກງານສຸຂະອະນາໄມຕ່າງໆ ໂດຍການຊຸກຍູ້ສົ່ງເສີມສຸຂະພາບ, ເຮັດອະ ນາໄມ, ວຽກງານຄວບຄຸມພະຍາດລະບາດ ລວມທັງການປິ່ນປົວ. ພ້ອມນັ້ນ ໄດ້ແຕ່ງຕັ້ງບັນດາແພດໝໍ ລົງກວດສຸຂະພາບຂອງປະຊາຊົນ, ຕິດຕາມກວດກາການຊັກຢາວັກແຊງ ແລະ ເຝົ້າລະວັງພະຍາດທີ່ອາດເກີດຈາກນ້ຳ ໂດຍສະເພາະ ຜູ້ທີ່ມີບັນຫາພະຍາດຜິວໜັງ, ເປັນຫວັດ, ເປັນໄອ ແລະ ອື່ນໆ ໂດຍໄດ້ຈ່າຍຢາໃຫ້ກັບທີ່ ແລະ ກໍລະນີຮຸນແຮງ ແມ່ນພວກເຮົາຈະໄດ້ນຳສົ່ງມາບໍລິການຢູ່ໂຮງໝໍທີ່ມີເງື່ອນໄຂ ຂັ້ນເມືອງ ຫລື ຂັ້ນແຂວງ.
ທ່ານ ດຣ ວັນນະໄຊ ບອກຕື່ມວ່າ: ພວກເຮົາກໍໄດ້ກະກຽມອຸປະກອນ ແລະ ເຄື່ອງໃຊ້ຈຳ ນວນໜຶ່ງເພື່ອໄປຊ່ວຍບັນເທົາທຸກໃນເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນ ກະທົບຈາກນ້ຳຖ້ວມຄັ້ງນີ້ ໂດຍສະເພາະ ເຄື່ອງບຳບັດນ້ຳໃຊ້, ສະບູ, ຕຸກນ້ຳ ແລະ ອື່ນໆ ພ້ອມທັງກຽມຖົງຢາເພື່ອແຮໄວ້ ສຳ ລັບໄພພິບັດຂັ້ນແຂວງ ເພື່ອຈະນຳໄປແຈກຈ່າຍໃຫ້ກັບແຕ່ລະເມືອງ ທີ່ໄດ້ຮັບຜົນກະທົບ. ພ້ອມກັນນີ້, ບັນດາແພດໝໍຈະຕ້ອງໃຫ້ການບໍລິການ, ປິ່ນປົວ ແລະ ແນະນຳວິທີປ້ອງກັນ ແລະ ການຮັກສາສຸຂະພາບໃຫ້ແກ່ປະຊົນທີ່ໄດ້ຮັບຜົນກະທົບໃຫ້ທົ່ວເຖິງ.