ສູນເລືອດແຫ່ງຊາດ ຮ່ວມກັບ ອົງການກາແດງລາວ, ບໍລິສັດເບຍລາວ ຈຳກັດ ຈັດກິດຈະກໍາ ບໍລິຈາກເລືອດຊ່ວຍເຫລືອ ສັງຄົມແບບເປີດກວ້າງ ຂຶ້ນໃນວັນທີ 18 ກັນຍາ 2020 ເຊິ່ງໄດ້ຮັບຄວາມສົນໃຈ ຈາກນັກຮຽນຊັ້ນມັດທະຍົມຕອນປາຍ ໃນນະຄອນຫລວງວຽງຈັນ ແລະ ບຸກຄົນທົ່ວໄປ ເຂົ້າຮ່ວມບໍ ລິຈາກເລືອດເປັນຈຳນວນຫລາຍ ຄາດວ່າຈະໄດ້ຮັບເລືອດຢ່າງໜ້ອຍ 500 ຖົງ ພາຍຫລັງກວດວິເຄາະເປັນທີ່ຮຽບຮ້ອຍ ຈະນໍາເລືອດຈຳນວນດັ່ງກ່າວ, ສົ່ງຕໍ່ໃຫ້ຄົນເຈັບ ທີ່ມີຄວາມຈຳເປັນ ຕ້ອງການເລືອດ.

ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ປັດຈຸບັນຄວາມຕ້ອງການເລືອດນັບມື້ນັບເພີ່ມຂຶ້ນ ສະເພາະໃນນະຄອນຫລວງວຽງຈັນ, ແມ່ນມີຕ້ອງການເລືອດ 150 ຖົງຕໍ່ມື້ ແຕ່ການຕອບສະໜອງເລືອດ ຍັງບໍ່ຫລາຍເທົ່າຄວນ ໃນໄລຍະ 8 ເດືອນ ຜ່ານມາຂອງປີ 2020 ທົ່ວປະເທດສາມາດເຈາະເລືອດໄດ້ພຽງ 37.000 ກ່ວາຖົງ ຖ້າທຽບໃສ່ແຜນການປີ ປະຕິບັດໄດ້ພຽງແຕ່ 61,24% ຂອງແຜນການປີເທົ່ານັ້ນ. ທັງນີ້, ກໍຍ້ອນຜົນກະທົບຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການລະບາດຂອງພະຍາດໄຂ້ຍຸງລາຍ ເຮັດໃຫ້ບໍ່ສາມາດປຸກລະດົມ ແລະ ຮັບບໍລິຈາກເລືອດໄດ້ຕາມແຜນທີ່ວາງໄວ ແນວໃດກໍຕາມ ສູນເລືອດແຫ່ງຊາດ ຈະສືບຕໍ່ຮ່ວມກັບຫລາຍພາກສ່ວນ ຈັດກິດຈະກຳບໍລິຈາກເລືອດ ໃນຂອບເຂດທົ່ວປະເທດ ເພື່ອບຸກບືນໃຫ້ບັນລຸຕາມແຜນທີ່ວາງໄວ້ ໃຫ້ໄດ້ເລືອດ 60.700 ຖົງໃນປີ 2020.
ໃນໂອກາດນີ້, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຍັງໄດ້ຝາກເຖິງຜູ້ທີ່ມີເງື່ອນໄຂອາຍຸ 17 ປີຂຶ້ນໄປ, ນໍ້າໜັກ 45 ກິໂລຂຶ້ນໄປ ແລະ ມີສຸຂະພາບແຂງແຮງ ຈົ່ງປະກອບສ່ວນ ບໍລິຈາກເລືອດ ຊ່ວຍເຫລືອສັງຄົມດ້ວຍຄວາມສະໜັກໃຈ ເພື່ອໃຊ້ເຂົ້າໃນການຮັກສາຄົນເຈັບ ແລະ ຜູ້ຕ້ອງ ການເລືອດ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)