ວັນທີ: 19 ກັນຍາ 2020 ລາວ ໂທລະຄົມ ໄດ້ເປີດງານຕະຫຼາດນັດ “Lao Telecom Market ຄັ້ງທີ 3” ຂື້ນ ທີ່ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ ໃຫ້ກຽດກ່າວເປີດງານໂດຍ ທ່ານ ທັນສະໄໝ ຊາມູນຕີ ຜຸ້ຊີ້ນຳວຽກງານທາງດ້ານ Commercial ລລທ , ຜູ້ອຳນວຍການ ບໍລິສັດ M Money ຈຳກັດຜູ້ດຽວ ແລະ ເຂົ້າຮ່ວມ ໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມມະຫາຊົນ ພ້ອມດ້ວຍຄະນະອຳນວຍການ ລລທ, ແຂກທີີ່ຮັບເຊີນຈາກບັນດາສະຖາບັນການສຶກສາ, ຮ້ານຄ້າຄູ່ຮ່ວມທຸລະກິດ, ລູກຄ້າ , ຄະນະຝ່າຍ, ຄະນະພະແນກການ, ພະນັກງານວິຊາການ ລລທ, ດາລາ ນັກຮ້ອງສິນລະປິນ, ທີມເຕັ້ນ LTC KPOP Cover Dance ທີ່ເຂົ້າຮ່ວມປະກວດ ແລະ ຄະນະກຳມະການຕັດສິນການປະກວດ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດງານຄັ້ງນີ້ແມ່ນເພື່ອເປັນການຮ່ວມກິດຈະກໍາສ້າງສີສັນໃໝ່ ແລະ ປະສົບການ ໃໝ່ໃຫ້ກັບລູກຄ້າ ລາວ ໂທລະຄົມ ກ່ຽວກັບການສຶກສາ ເພື່ອໃຫ້ເຂົ້າກັບບັນຍາກາດ ການໄຂສົກຮຽນໃໝ່ ສົກ 2020-2021 ເພື່ອໃຫ້ຜູ້ປົກຄອງ ແລະ ລູກຫຼານນັກຮຽນ ຂອງ ພວກເຮົາໄດ້ ແລກປ່ຽນບົດຮຽນ ແລະ ຮຽນຮູ້ສິ່ງໃໝ່ໆ ກ່ຽວກັບການສຶກສາໃນຍຸກປະຈຸບັນ ຈາກບັນດາ ນັກວິຊາການ ແລະ ອາຈານ ທີ່ມາຈາກສະຖາບັນຕ່າງໆ. ພ້ອມນີ້ຍັງມີບັນດາຮ້ານຄ້າຕ່າງໆ ທີ່ຂາຍ ສິນຄ້າ ແລະ ໃຫ້ບໍລິການກ່ຽວກັບການສຶກສາ ເຊີ່ງສາມາດເລາະຊົມ ແລະ ເລືອກຊື້ ພ້ອມຊໍາລະສິນຄ້ານໍາບັນດາຮ້ານເຫຼົ່ານັ້ນຜ່ານ Application M-Money. ພິເສດພາຍໃນງານ ຍັງມີເວທີທີ່ເປີດໂອກາດໃຫ້ ໄວໜຸ່ມລາວໄດ້ສະແດງຄວາມສາມາດ ການເເຂ່ງຂັນເຕັ້ນ LTC KPOP COVER DANCE 2020 ແລະ ກິດຈະກໍາອື່ນໆ ພ້ອມຮັບເຄື່ອງນຸ່ງແຈກ ເຄື່ອງແຖມຢ່າງຫຼວງຫຼາຍ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ)