ປັດຈຸບັນ, ບັນດາຜູ້ປະກອບການທຸລະກິດກາເຟ ຫລາຍບໍລິສັດ ກຳລັງປະສົບບັນຫາ ການສົ່ງອອກຜະລິດຕະພັນກາເຟ ເນື່ອງຈາກຢູ່ໃນໄລຍະການ ແຜ່ລະບາດຂອງພະຍາດ ໂຄວິດ-19, ໃນນັ້ນ ບໍລິສັດເພັດສະຫວ່າງ ຮ່ວມພັດທະນາກາເຟຈຳກັດ ກໍເປັນໜຶ່ງໃນບໍລິສັດ ທີ່ໄດ້ຮັບຜົນກະທົບ ເຊັ່ນກັນ ຈາກທີ່ເຄີຍສົ່ງອອກ ໝາກກາເຟແຫ້ງ ປີໜຶ່ງປະມານ 7.000-8.000 ໂຕນ ແລະ ໃນຕົ້ນປີນີ້ ສົ່ງອອກໄດ້ປະມານ 2.000-3.000 ໂຕນ, ແຕ່ປັດຈຸບັນ ແມ່ນບໍ່ໄດ້ ສົ່ງອອກຕ່າງປະເທດເລີຍ ມີແຕ່ຈຳໜ່າຍພາຍໃນປະເທດ ປະມານ 500 ກິໂລ ຫາ 1 ໂຕນເທົ່ານັ້ນ.

ທ່ານ ນາງ ລັດສະໜີ ວົງພັກດີ ປະທານບໍລິສັດເພັດສະຫວ່າງ ຮ່ວມພັດທະນາກາເຟ ຈຳກັດ ໄດ້ໃຫ້ສຳພາດ ເມື່ອບໍ່ດົນມານີ້ວ່າ: ບໍລິສັດ ເພັດສະຫວ່າງ ຮ່ວມ ພັດທະນາກາເຟ ຈຳກັດ ໄດ້ເລີ່ມດຳເນີນທຸລະກິດມາແຕ່ປີ 2006 ໂດຍໄດ້ມີການເກັບຊື້ກາເຟນໍາປະຊາຊົນ ດ້ວຍຮູບແບບ 2+3 ເພື່ອສົ່ງອອກ ໝາກກາເຟແຫ້ງ ທັງພາຍໃນ ແລະ ຕ່າງປະເທດ ສະເລ່ຍປີໜຶ່ງ 7.000-8.000 ໂຕນ ແຕ່ມາໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ນີ້, ທາງບໍລິສັດ ພວກເຮົາ ແມ່ນໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ ເນື່ອງຈາກບໍ່ສາມາດ ສົ່ງອອກກາເຟໄດ້ ມີແຕ່ຈຳໜ່າຍພາຍໃນປະເທດ ປະມານ 500 ກິໂລ ຫາ 1 ໂຕນເທົ່ານັ້ນ. ໃນໄລຍະ 5 ປີມານີ້, ລາຄາກະເຟໃນຕະຫລາດໂລກ ຕົກຕໍ່າຫລາຍ ເຮັດໃຫ້ການສົ່ງອອກກາເຟ ພົບຄວາມຫຍຸ້ງຍາກ ແລະ ຖືກກົດລາຄາ ເຮັດໃຫ້ຊາວສວນກາເຟ ພົບຄວາມເດືອດຮ້ອນຍ້ອນ ຂາຍໃນລາຄາຕໍ່າ, ລາຍຮັບບໍ່ກຸ້ມກິນ, ໄດ້ເຮັດໃຫ້ປະຊາຊົນຈຳນວນໜຶ່ງ ຖ່າງສວນກາເຟ ຫັນໄປປູກມັນຕົ້ນແທນ.
ທ່ານ ນາງ ລັດສະໜີ ວົງພັກດີ ຍັງໃຫ້ຮູ້ອີກວ່າ: ໃນໄລຍະນີ້ ຊາວສວນກາເຟ ແມ່ນຍັງບໍ່ທັນໄດ້ຮັບ ຜົນກະທົບຫລາຍ ເພາະຍັງບໍ່ຮອດລະດູການ ເກັບກ່ຽວຜົນຜະລິດ ແລະ ອີກ 3 ເດືອນຕໍ່ໜ້າ ກໍຄືໄລຍະເດືອນ 10-12 ນີ້, ຊາວສວນຈະພົບຄວາມເດືອດຮ້ອນ ເພາະບໍ່ມີຕະຫລາດຈຳໜ່າຍ. ຕໍ່ກັບບັນຫານີ້, ທ່ານ ນາງ ລັດສະໜີ ວົງພັກດີ ໄດ້ຮຽກຮ້ອງມາຍັງພາກລັດ ໃຫ້ເຂົ້າມາຊ່ວຍເຫລືອປະຊາຊົນ ຖ້າເປັນໄປໄດ້ເມື່ອລາຄາກາເຟຕົກຕໍ່າ ແມ່ນຢາກໃຫ້ມີເງິນກ້ອນ ໃດກ້ອນໜຶ່ງ ມາຊື້ກາເຟໄວ້ໃຫ້ປະຊາຊົນ ຫລື ຊື້ເຄື່ອງຈັກຂະໜາດນ້ອຍ ມາຊ່ວຍໃຫ້ປະຊາຊົນແປຮູບກາເຟ ເພື່ອສ້າງມູນຄ່າເພີ່ມ, ເຊິ່ງໄລຍະຜ່ານມາ ບໍ ລິສັດພວກເຮົາ ໄດ້ຊື້ກາເຟນຳຊາວສວນບໍ່ຫລຸດ 10 ຕື້ກີບຕໍ່ມື້ ແຕ່ຜົນຜະລິດ ຂອງປະຊາຊົນພັດຫລາຍ, ເຊິ່ງມັນເກີນກຳລັງຂອງພວກເຮົາ ເນື່ອງຈາກທຶນໝູນ ວຽກກໍຍັງມີຈຳກັດ.
ໂອກາດດຽວກັນ, ທ່ານ ສີສຸກ ວົງພັກດີ ຜູ້ອຳນວຍການບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟຈຳກັດ ກໍໄດ້ໃຫ້ຮູ້ວ່າ: ໄລຍະການລະບາດ ຂອງພະຍາດ ໂຄວິດ-19 ນີ້, ບໍລິສັດເຮົາ ແລະ ສະມາ ຊິກຊາວສວນກາເຟ ແມ່ນປະສົບບັນຫາຫລາຍ, ລາຄາກະເຟປັດຈຸບັນ ແມ່ນອີງໃສ່ລາຄາຕະຫລາດໂລກ ກະບໍ່ແນ່ນອນ ຂຶ້ນໆລົງໆ, ເຊິ່ງບໍລິສັດພວກເຮົາ ບໍ່ສາມາດຂາຍໄດ້. ປັດຈຸບັນ, ບໍລິສັດພວກເຮົາ ແມ່ນເນັ້ນຂາຍໃຫ້ໂຮງຂົ້ວ ກາເຟໃນຂົງເຂດອາຊຽນ ໂດຍສະເພາະ ແມ່ນປະເທດ ໃກ້ຄຽງ ຄື: ກຳປູເຈຍ, ຫວຽດນາມ ແລະ ໄທ, ເຊິ່ງເປັນການແກ້ໄຂ ບັນຫາສະເພາະໜ້າ ໃນໄລຍະທີ່ມີການລະບາດ ຂອງພະຍາດ ໂຄວິດ-19 ແລະ ລາຄາກາເຟ ຕະຫລາດ ໂລກກໍປັ່ນປ່ວນ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)