ເມື່ອບໍ່ດົນຜ່ານມານີ້, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍທ່ານຫົວໜ້າກົມ, ຮອງກົມໄດ້ລົງຢ້ຽມຢາມເບິ່ງການຜະລິດຂອງບໍລິສັດ ຊັນເປເປີ້ ໂຮນດິ້ງລາວ ຈຳກັດ ທີ່ເມືອງເຊໂປນ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ແລະ ພະແນກການກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມນຳ.
ບໍລິສັດຊັນເປເປີ້ ໄດ້ເຂົ້າມາລົງທຶນໃນ ສປປ ລາວ ແຕ່ປີ 2008 ເພື່ອສ້າງຕັ້ງໂຄງການປູກໄມ້ອຸດສາຫະກຳ ປ້ອນໂຮງງານຜະລິດເຫຍື່ອເຈ້ຍ, ມາຮອດປັດຈຸບັນໄດ້ລົງທຶນໄປແລ້ວ 9.139 ຕື້ກວ່າກີບ ຫຼື ປະມານ 1,69 ຕື້ໂດລາ, ໄດ້ບຸກເບີກເນື້ອ ທີ່ ແລະ ປູກໄມ້ 32 ພັນເຮັກ ຕາ, ໃນນັ້ນ ປູກຮ່ວມກັບປະ ຊາ ຊົນ 6.400 ເຮັກຕາ. ມາຮອດ ປີ 2017 ໄດ້ເປີດ ການກໍ່ສ້າງ ໂຮງງານຜະລິດເຫຍື່ອເຈ້ຍຂະ ໜາດໃຫຍ່ສາມາດຜະລິດໄດ້ 3 ແສນໂຕນຕໍ່ປີ ຊຶ່ງໄດ້ເລີ່ມທົດລອງ ແລະ ດຳເນີນການຜະລິດ ເລີ່ມແຕ່ເດືອນພຶດສະພາ ປີ 2018 ເປັນຕົ້ນມາ. ມາຮອດປັດ ຈຸບັນ ນອກຈາກຈະມີໂຮງງານຜະລິດໄຟ ຟ້າດ້ວຍພະລັງງານຄວາມຮ້ອນທີ່ໃຊ້ສິ່ງເສດເຫຼືອຈາກໄມ້ ທີ່ບໍ່ສາມາດຜະລິດເຫຍື່ອເຈ້ຍໄດ້ແລ້ວ,ກຳລັງສ້າງໂຮງງານຜະລິດໄຟ ຟ້າ ດ້ວຍພະລັງງານຄວາມ ຮ້ອນທີ່ໃຊ້ຖ່ານຫີນຂະໜາດ 110 ເມັກກາວັດ ເພື່ອນຳໃຊ້ໃນໂຮງງານ ແລະຂາຍອອກຈຳນວນໜຶ່ງ.
ຜ່ານການດຳເນີນວຽກງານເປັນເວລາ 10 ກວ່າປີ ສາມາດສ້າງວຽກເຮັດງານທຳໃຫ້ແກ່ ແຮງງານລາວຈຳນວນໜຶ່ງ, ປະຊາຊົນສາມາດມີລາຍໄດ້ ຈາກການປູກໄມ້-ຂາຍໄມ້ເຂົ້າສູ່ໂຮງງານ, ພື້ນຖານໂຄງລ່າງຂອງບ້ານໃກ້ຄຽງ ໄດ້ຮັບການປັບປຸງກໍ່ສ້າງ ເປັນຕົ້ນແມ່ນຖະໜົນຫົນທາງ, ໂຮງຮຽນ ແລະອື່ນໆ, ຄຽງຄູ່ກັນນັ້ນ ກໍໄດ້ຊ່ວຍເຫຼືອສັງຄົມ ໃນຍາມເກີດ ໄພພິບັດຕ່າງໆເປັນຈຳນວນເງິນຫຼາຍຕື້ກີບ.
ໂອກາດດັ່ງກ່າວ ທ່ານລັດຖະມົນຕີ ແລະທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ເລາະຢ້ຽມຊົມຂະບວນການຜະລິດຂອງໂຮງງານ, ຂັ້ນຕອນການຜະລິດ ແລະ ຜະລິດຕະພັນຂອງໂຮງງານຕື່ມອີກ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)