ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ບໍ່ແກ້ວ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນ ເຊົ້າວັນທີ 5 ຕຸລາ ນີ້, ທີ່ຫໍປະຊຸມໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາສະຫາຍການນໍາຂັ້ນສູນກາງ, ພະນັກງານປະຕິວັດອາວຸໂສ ແລະ ຜູ້ແທນ ສົມບູນ 223 ສະຫາຍ, ຍິງ 26 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກແຂວງ ທັງໝົດ 9.191 ສະຫາຍເຂົ້າຮ່ວມ.
ສະຫາຍ ບົວຄົງ ນາມມະວົງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ແລະ ຜ່ານບົດລາຍງານການເມືອງ ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ V (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດຕົວຈິງໃນທຸກຂົງເຂດວຽກງານ ເປັນຕົ້ນ: ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນາທໍາ-ສັງຄົມ, ຂົງເຂດນິຕິບັນ ຍັດ, ຂົງເຂດຕຸລາການ ແລະ ວຽກງານຍຸຕິທໍາ, ຂົງເຂດແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ວຽກງານ ພົວພັນ ແລະ ຮ່ວມມືສາກົນ, ວຽກງານພັກ-ພະນັກງານ ແລະ ວຽກງານອື່ນໆ.
ໃນສະພາບການທີ່ພົບຄວາມຍຸງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ແຕ່ພາຍໃຕ້ການນໍາພາ-ຊີ້ນຳ ຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ດ້ວຍຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ແລະ ຄວາມຕັດສິນໃຈແກ້ໄຂຂອງຄະນະບໍລິຫານງານພັກແຂວງ, ການສະໜັບສະໜູນ, ຕື່ນຕົວເຂົ້າຮ່ວມຂອງສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວ ກໍໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍທິດທາງລວມ, ບັນດາຄາດໝາຍໃຫຍ່, ໜ້າທີ່ຈຸດສຸມ ແລະ ວິໄສທັດຂອງແຂວງ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ V ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016 – 2020) ດ້ວຍຈິດໃຈບຸກທະລຸຢ່າງແຂງແຮງ, ເຂົ້າສູ່ວຽກງານຕົວຈິງຢູ່ແຕ່ລະຂະແໜງການ ແລະ ເມືອງ, ຈຶ່ງສາມາດຍາດໄດ້ຜົນສໍາເລັດທີ່ສໍາຄັນເປັນພື້ນຖານຫຼາຍດ້ານ ເຮັດໃຫ້ແຂວງບໍ່ແກ້ວ ມີການຫັນປ່ຽນຢ່າງຕັ້ງໜ້າ, ຢູ່ໃນຕົວເມືອງກໍຄືຊົນນະບົດ ລ້ວນແຕ່ໄດ້ຮັບການສ້າງສາພັດທະນາ ເຮັດໃຫ້ຕົວເມືອງ ແລະ ຊົນນະບົດຍັບເຂົ້າໃກ້ກັນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ລະບົບການເມືອງມີຄວາມເຂັ້ມແຂງ, ໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການປັບປຸງປົວແປງດີຂຶ້ນກວ່າເກົ່າ, ການເຕີບໂຕທາງດ້ານເສດຖະກິດໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,4% ຕໍ່ປີ ລວມຍອດຜະລິຕະພັນພາຍໃນ (GDP) ໃນປີ 2019 ບັນລຸໄດ້ 3.181,82 ຕື້ກີບ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.900 ກວ່າໂດລາຕໍ່ຄົນຕໍ່ປີ; ທົ່ວແຂວງມີຫົວໜ່ວຍວິສາຫະກິດທີ່ໄດ້ຂຶ້ນທະບຽນຖືກຕ້ອງມີ 4.130 ຫົວໜ່ວຍ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ຈົດທະບຽນແລ້ວ 4 ຫົວໜ່ວຍ, ມີຕະຫຼາດຖາວອນ 42 ແຫ່ງ; ຂະຫຍາຍຕາໜ່າງໄປສະນີ, ໂທລະຄົມມະນາຄົມ ໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ນໍາໃຊ້ເຄືອຂ່າຍໂທລະສັບ ແລະ ອິນເຕີເນັດກວມເຖິງ 98% ຂອງຈໍານວນປະຊາກອນທັງໝົດໃນທົ່ວແຂວງ.
ວຽກງານວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໃນນີ້ພື້ນຖານໂຄງລ່າງດ້ານການສຶກສາໄດ້ຮັບການພັດທະນາ, ສະໜອງວັດຖຸ ອຸປະກອນຮັບໃຊ້ການຮຽນການ-ສອນຢ່າງທົ່ວເຖິງ, ສ້າງເງື່ອນໄຂໃຫ້ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮຽນຕາມເກນອາຍຸ ອັນພົ້ນເດັ່ນແມ່ນໄດ້ປະກາດຈົບຊັ້ນມັນທະຍົມຕົ້ນບໍາລຸງໃນທົ່ວແຂວງ. ເອົາໃຈໃສ່ເບິ່ງແຍງສຸຂະພາບແມ່ ແລະ ເດັກນ້ອຍ, ໂພຊະນາການ, ສັກຢາກັນພະຍາດໃຫ້ແກ່ກຸ່ມເປົ້າໝາຍຢ່າງທົ່ວເຖິງ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງ, ຍົກລະດັບຄຸນນະພາບ ແລະ ຄວາມທັນສະໄໝຂອງການບໍລິການຢູ່ແຕ່ລະຂັ້ນຢ່າງຕໍ່ເນື່ອງ.
ວຽກງານຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຮັບການປັບປຸງໃຫ້ມີຄຸນນະພາບດີຂຶ້ນ ສາມາດເຜີຍແຜ່ຂໍ້ມູນຂ່າວສານ ການເຄື່ອນໄຫວຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ບົດຮຽນການພັດທະນາ, ສາລະໜ້າຮູ້ ແລະ ຄວາມບັນເທີງໃຫ້ແກ່ສັງຄົມໂດຍຜ່ານພາຫະນະສື່ມວນຊົນຕ່າງໆ. ເອົາໃຈໃສ່ໃນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃຫ້ມີຄວາມຍືນຍົງ, ສ້າງຄອບຄົວວັດທະນະທຳ ກວມ 73,17% , ສ້າງບ້ານວັດທະນະທຳກວມ 74,59%, ບ້ານວັດທະນະທໍາກວມ 23,80%; ສົ່ງເສີມການຈັດງານບຸນປະເພນີບັນດາເຜົ່າ ແລະ ງານເທດສະການຕ່າງໆ ຕິດພັນກັບການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ສາມາດສ້າງລາຍຮັບໄດ້ເພີ່ມຂຶ້ນຈາກການທ່ອງທ່ຽວ.
ການພັດທະນາຊົນນະບົດຕາມທິດສາມສ້າງ ໄດ້ເຕົ້າໂຮມບ້ານນ້ອຍກາຍເປັນບ້ານໃຫຍ່ ເຮັດໃຫ້ຈໍານວນບ້ານຫຼຸດລົງ ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ພັດທະນາພື້ນຖານໂຄງລ່າງ ແລະ ສົ່ງເສີມການຜະລິດເປັນສິນຄ້າ, ຈັດສັນເນື້ອທີ່ທໍາການຜະລິດ, ທີ່ຕັ້ງພູມລໍາເນົາຄົງທີ່ ມີ 5 ຈຸດ, ຄອບຄົວ ແລະ ບ້ານພັດທະນາເພີ່ມຂຶ້ນ ໃນ 5 ປີຜ່ານມາ ສາມາດສ້າງບ້ານພັດທະນາໄດ້ທັງໝົດ 98 ບ້ານ.
ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຮ່າງແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ 5 ປີຄັ້ງທີ IX (2021-2025); ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VI ການປະກອບຄໍາເຫັນຂອງຂົງເຂດວຽກງານຕ່າງໆ, ພ້ອມກັນນີ້ກອງປະຊຸມຍັັງຈະໄດ້ດໍາເນີນການປ່ອນ ບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດທີ VI ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນໄປເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)