ໃນບັນຫາທີ່ເປັນຊໍາເຮື້ອມາດົນ ໃນຂົງເຂດວຽກງານ ການສຶກສາຢູ່ປະເທດເຮົາ ກໍແມ່ນເລື່ອງຄຸນນະພາບ ໃນການສິດສອນຂອງຄູ-ອາຈານ ຈໍານວນໜຶ່ງຍັງບໍ່ທັນສູງ, ໄປຄຽງຄູ່ກັບສະພາບຈໍານວນຄູ ທີ່ຢູ່ໃນຕົວເມືອງມີຫລາຍຈົນເຫລືອ ແຕ່ຢູ່ເຂດຊົນນະບົດ ຫ່າງໄກສອກຫລີກ ພັດຂາດເຂີນບໍ່ພຽງພໍເປັນຈໍານວນຫລາຍ, ອັນໄດ້ເຮັດໃຫ້ລະດັບການສຶກສາ ລະຫວ່າງຕົວເມືອງ ແລະ ເຂດຊົນນະບົດແມ່ນຫລຸດໂຕນກັນຫລາຍ.
ບັນຫາທີ່ກ່າວມານີ້, ແມ່ນບັນຫາສໍາຄັນໜຶ່ງທີ່ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ເມື່ອບໍ່ດົນມານີ້, ໂດຍທ່ານໄດ້ໃຫ້ຮູ້ວ່າ: ກະຊວງສຶກສາທິການ ແລະ ກິລາ ພວມເລັ່ງດໍາເນີນການ ຈັດລຽງບູູລິມະສິດ ຂອງຄູອາສາສະໝັກ ໃນຂອບເຂດທົ່ວປະເທດ, ໂດຍມອບໃຫ້ຂະແໜງ ການກ່ຽວຂ້ອງຢູ່ ແຕ່ລະທ້ອງຖິ່ນ ຮີບຮ້ອນເກັບກໍາຂໍ້ມູນ ຕົວເລກຂອງຄູອາສາສະໝັກ ທີ່ມີໃນແຂວງຕົນ ຕາມຄໍາແນະນໍາສະບັບ ເລກທີ 1219/ສສກ, ໂດຍໃຫ້ແຍກເປັນບັນຊີຄູ ໃນ 3 ປະເພດ ຄື: ບັນຊີ 1 ແມ່ນຄູອາສາສະໝັກ ທີ່ມີຄວາມຈໍາເປັນຈະຕ້ອງໄດ້ຮັບ ການບັນຈຸເຂົ້າເປັນ ລັດຖະກອນ, ປະເພດນີ້ ແມ່ນບໍ່ໃຫ້ເກີນ 20% ຂອງຄູອາສາສະໝັກທັງໝົດ, ບັນຊີ 2 ແມ່ນຄູອາສາສະໝັກ ທີ່ຈະຕ້ອງໄດ້ຮັບ ການສົ່ງເສີມໃຫ້ໄປຍົກລະດັບ ຄວາມຮູ້ໃນດ້ານວິຊາສະເພາະ ປະເພດນີ້ແມ່ນບໍ່ໃຫ້ເກີນ 35% ຂອງຈໍານວນຄູອາສາສະໝັກທັງໝົດ ແລະ ບັນຊີ 3 ແມ່ນຄູອາສາສະໝັກ ທີ່ຈະໄດ້ໃຫ້ຢຸດເຊົາການສອນ ເພື່ອໃຫ້ເຂົາເຈົ້າໄດ້ມີ ໂອກາດອອກໄປຊອກຫາປະກອບອາ ຊີບອື່ນໆ ປະເພດນີ້ແມ່ນມີປະມານ 45% ຂອງຄູອາສາທັງໝົດ. ຕາມການລາຍງານ ຈາກ 40 ເມືອງທີ່ໄດ້ມີການຊັບຊ້ອນ ແລະ ຈັດສັນຄູອາສາສະໝັກຄືນໃໝ່ ເຫັນວ່າຄູອາສາສະໝັກ ທີ່ສອນຖືກຊັ້ນ, ຖືກສາຍ ແລະ ລາຍວິຊາ ແມ່ນມີຈໍານວນເພີ່ມຂຶ້ນເຖິງ 80% ເມື່ອທຽບກັບໄລຍະ 2-3 ປີຜ່ານມາ. ນອກນີ້, ຄູອາສາສະໝັກດັ່ງກ່າວ ແມ່ນໄດ້ຮັບການປະເມີນຜົນງານ ດ້ານຄຸນນະພາບ ຂອງການສິດສອນໃນແຕ່ລະປີອີກດ້ວຍ, ພ້ອມທັງໄດ້ເຂົ້າຮ່ວມ ການສອບເສັງຄັດເລືອກ ເພື່ອບັນຈຸເປັນລັດຖະກອນ, ຂະນະດຽວກັນຢູ່ຫລາຍແຂວງ ກໍແມ່ນໄດ້ຢຸດເຊົາການຮັບ ເອົາຄູອາສາສະໝັກໃໝ່ແລ້ວ.
ທ່ານ ເກດ ພັນລັກ ກ່າວຕື່ມວ່າ: ການແກ້ໄຂບັນຫາ ຄຸນນະພາບການສິດສອນ ທີ່ຍັງບໍ່ທັນດີລວມເຖິງການແກ້ໄຂບັນຫາ ສະພາບຄູເຫລືອບໍ່ພໍ ໃນໄລຍະຜ່ານມານັ້ນ ແມ່ນພົບຄວາມຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍຫລາຍສົມຄວນ, ຍ້ອນການຈັດຕັ້ງປະຕິບັດ ບັນດານິຕິກໍາກ່ຽວຂ້ອງຍັງຊັກຊ້າ, ໂດຍສະເພາະແມ່ນ ວຽກງານການຊັບຊ້ອນ ແລະ ຈັດສັນຄູຍັງບໍ່ທັນເຮັດ ໄດ້ດີເທົ່າທີ່ຄວນ, ຜ່ານມາເຖິງວ່າໄດ້ມີການຈັດ ຕັ້ງຝຶກອົບຮົມໃຫ້ບັນດາແຂວງ ແລະ ເມືອງແລ້ວກໍຕາມ ແຕ່ການປະຕິບັດຕົວຈິງ ມີຄວາມຫຍຸ້ງຍາກ, ເນື່ອງຈາກມີຫລາຍບັນຫາ ເປັນຕົ້ນ: ໂຮງຮຽນຢູ່ຫ່າງໄກ, ຄູຈໍານວນໜຶ່ງເປັນຜູ້ອາວຸໂສ, ເພດຍິງ ແລະ ມີພື້ນຖານຢູ່ທ້ອງຖິ່ນນັ້ນມາແລ້ວ ແລະ ບັນຫາອື່ນໆ. ນອກນັ້ນ, ການສູນເສຍຄູ ໃນຮູບການຕ່າງໆ ໃນແຕ່ລະປີ ເຮັດໃຫ້ເກີດສະພາບຂາດຄູ, ພ້ອມດຽວກັນນັ້ນ ການລົງຕິດຕາມກວດກາ ການຊັບຊ້ອນ ແລະ ຈັດສັນຄູຍັງເຮັດໄດ້ບໍ່ທົ່ວເຖິງ ຍ້ອນງົບປະມານມີຈໍາກັດ.
ທ່ານ ເກດ ພັນລັກ ໄດ້ຊີ້ໃຫ້ເຫັນທິດທາງ ໃນການແກ້ໄຂບັນຫາຄົງຄ້າງ ແລະ ສິ່ງທ້າທາຍໃນຕໍ່ໜ້າ ທີ່ຈະຕ້ອງໄດ້ເອົາໃຈໃສ່ ບາງວຽກງານທີ່ເປັນຈຸດສຸມ ຄື: ເພີ່ມທະວີວຽກງານ ການສຶກສາອົບຮົມການເມືອງ, ແນວຄິດໃຫ້ແກ່ຄູ, ປັບປຸງການກໍ່ສ້າງຄູ ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບ ຄວາມຕ້ອງການ, ປັບປຸງການຄຸ້ມຄອງຄູ ແລະ ບຸກຄະລາກອນການສຶກສາ ໂດຍການສົ່ງເສີມ ການຝຶກອົບຮົມ ແລະ ຍົກລະດັບຄູ ເພື່ອພັດທະນາ ວິຊາຊີບຄູຢ່າງຕໍ່ເນື່ອງ, ປັບປຸງລະບົບປະກັນຄຸນນະພາບ ໃນສະຖານສຶກສາຄູ ແນໃສ້ສ້າງ ໃຫ້ເປັນສູນແຫ່ງການ ພັດທະນາວິຊາຊີບຄູ ແລະ ສູນແຫ່ງຄວາມເປັນເລີດ ໃນສາຍວິຊາໃດໜຶ່ງ, ສ້າງແຜນຄວາມຕ້ອງການຄູ, ແຜນກໍ່ສ້າງຄູທຸກຊັ້ນ, ທຸກສາຍ ແລະ ບຸກຄະລາກອນການ ສຶກສາ ແລະ ກິລາ ທຸກຂັ້ນ ໃນແຕ່ລະໄລຍະໃຫ້ສອດຄ່ອງ ກັບແຜນຄວາມຕ້ອງການຕົວຈິງ, ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບເງື່ອນໄຂ ແລະ ມາດຕະຖານ ການຮັບນັກຮຽນເຂົ້າຮຽນຄູ ແລະ ສ້າງເງື່ອນໄຂໃຫ້ເພດຍິງ, ຊົນເຜົ່າ ແລະ ຜູ້ພິການ ໄດ້ມີໂອກາດເຂົ້າຮຽນວິຊາຊີບຄູ, ຄັດເລືອກເອົາ ຄູປະຈຳການ ແລະ ຄູອາສາສະໝັກ ທີ່ມີຢູ່ແລ້ວຈຳນວນໜຶ່ງ ທີ່ເຫັນວ່າມີຄວາມຈໍາເປັນ ໄປຍົກລະດັບວຸດທິ ການສຶກສາຕາມລະບົບຕໍ່ເນື່ອງ ຕາມຕົວເລກທີ່ກຳນົດໄວ້, ຄົ້ນຄວ້າເອົາຫລັກສູດ ທິດສະດີການເມືອງ ແລະ ເນື້ອໃນຈັນຍາບັນຄູເຂົ້າສອນ ໃນຫລັກສູດສ້າງຄູທຸກລະດັບ, ຕິດຕາມ ແລະ ປະເມີນຜົນນັກຮຽນ-ນັກສຶກສາຄູ ທີ່ຮຽນຈົບແລ້ວ ແລະ ການປະເມີນການ ປະກັນຄຸນນະພາບ ພາຍໃນຂອງສະຖານ ການສຶກສາຄູ ລວມເຖິງຮ່າງນິຕິກໍາ ແລະ ລະ ບຽບການຕ່າງໆ ເພື່ອສະໜັບສະໜູນ ການສ້າງຕັ້ງສະຖາບັນ ພັດທະນາຄູໃນຕໍ່ໜ້າ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)