ມື້ນີ້Instagram ສະເຫຼີມສະຫຼອງວັນຄົບຮອບ10ປີແລະພວກເຮົາມາເບິ່ງນຳກັນວ່າຜູ້ຊົມໃຊ້Instagram ຊ່ວຍປ່ຽນໂລກໄດ້ແນວໃດ. ໃຜຈະຄາດເດົາໄດ້ວ່າໃນປີ2014, ນັກອາວະກາດສະຕີເວັນອາ.ສະວານສັນ (Steven R.Swanson ) ຈະເເບ່ງປັນພາບທໍາອິດທີ່ຖ່າຍຈາກນອກໂລກ. ບີອອນເຊ (Beyoncé) ປະກາດໃຫ້ຄົນທົ່ວໂລກຕົກໃຈດ້ວຍຮູບຖືພາຂອງນາງເຊິ່ງເປັນພາບທີ່ໜ້າຈົດຈໍາ; ສັນຕະປະປາກໍເຂົ້າມາເປັນສ່ວນໜຶ່ງເຊັ່ນກັນ. ໃນຂະນະທີ່ກາເຟDalgonaໄດ້ຮັບຄວາມນິຍົມໃນໄລຍະຈຳກັດບໍລິເວນ.ໂດຍຊຸມຊົນຜູ້ຊົມໃຊ້ກວ່າ1ຕື້ຄົນທົ່ວໂລກ, ພວກເຮົາກໍໄດ້ສັງເກດເຫັນວິທີທີ່ຄົນທົ່ວໂລກເອີ້ນກັນຊຸມນຸມເພື່ອຊ່ວຍເຫຼືອກັນແລະ ເຊື່ອມຕໍ່ຫາກັນ, ດ້ວຍຫົວຂໍ້ທີ່ກ່າວເຖິງບັນຫາສັງຄົມເເລະໄດ້ຊຸກຍູ້ສົ່ງເສີມຂະບວນການເຊັ່ນ#blacklivesmatter, #metoo, #lovewins ເເລະອື່ນໆ. ໃນຂະນະທີ່ເຮົາສົ່ງເສີມຈຸດສໍາຄັນນີ້ ແລະ ນີ້ແມ່ນລາຍການອັບເດດໃໝ່ທີ່ຄົນລາວຈະສາມາດເຂົ້າເຖິງໄດ້ໃນໄວໆນີ້.
ອັບເດດຄົບຮອບ 10 ປີ ຂອງ Instagram:
- ແຜນທີ່Stories:ເປັນຕາຕະລາງແລະແຜນທີ່ສ່ວນໂຕສໍາລັບstory ທີ່ທ່ານໄດ້ແບ່ງປັນໃນໄລຍະ3ປີທີ່ຜ່ານມາ, ເພື່ອໃຫ້ທ່ານສາມາດກັບໄປເບິ່ງຄືນໂອກາດແລະເວລາດີໆທີ່ຜ່ານມາ. ທ່ານສາມາດແບ່ງປັນ, ດາວໂຫຼດແລະບັນທຶກເລື່ອງລາວພວກນີ້ໄວ້ໃນhighlights.
- ເຊີໄພ້ໃນແອັບ – ບອກເຮົາແນ່! ຖ້າທ່ານຄົ້ນພົບມັນແລ້ວ.
ອັບເດດສະຫວັດດີພາບ: ການສ້າງປະສົບການທາງບວກໃຫ້ກັບຜູ້ຊົມໃຊ້ໃນໂລກIG ນອກຈາກນີ້Instagram ຍັງໃຫ້ຄວາມສໍາຄັນກັບການສ້າງປະສົບການທາງບວກໃຫ້ກັບຜູ້ໃຊ້ໂດຍການເພີ່ມຟີເຈີ້ແລະຕົວຈັດການເນື້ອຫາທີ່ກໍ່ໃຫ້ເກີດການໂຕ້ຕອບດ້ານລົບລວມເຖິງການຮັບມີກັບປະເດັນການຂົ່ມເຫັງຄຸກຄາມໃນຂະນະທີ່ບໍລິບົດໂລກໄດ້ປ່ຽນໄປທັງໝົດໃນປີນີ້Instagram ຍັງໃຫ້ຄວາມມຸ່ງໝັ້ນໃນການເປັນຜູ້ນໍາໃນການຕໍ່ສູ້ກັບປັນຫາການຂົ່ມເຫັງໃນໂລກອອນລາຍໂດຍຜູ້ໃຊ້ສາມາດໃຊ້ຟີເຈີ້ໃໝ່ນີ້ດ້ວຍການ:
- ເຊື່ອງຄວາມຄິດເຫັນທີ່ມີການຂົ່ມເຫັງ:Instagam ໄດ້ທົດສອບຟີເຈີ້ອັດຕະໂນມັດເພື່ອເຊື່ອງຄໍາເຫັນທີ່ມີລັກສະນະຄ້າຍກັບການໝິ່ນປະໝາດຫຼືຂົ່ມເຫັງທີ່ຖືກລາຍງານມາກ່ອນໂດຍທ່ານສາມາດກົດໄປທີ່ “View Hidden Comments’ ເພື່ອເບິ່ງຄໍາເຫັນນັ້ນ. ຄໍາເຫັນທີ່ລະເມີດມາດຕະຖານຊຸມຊົນຈະຖືກລຶບອອກໄປ.
- ຂະຫຍາຍການກະຕຸ້ນເຕືອນ: ໂດຍມີການເພີ່ມຄໍາເຕືອນເພີ່ມຕື່ມເພື່ອເປັນການກະຕຸ້ນໃຫ້ຜູ້ທີ່ກໍາລັງພະຍາຍາມໂພສຄໍາເຫັນທີ່ອາດເປັນການໝິ່ນປະໝາດ. ການປຈ້ງເຕືອນໃໝ່ໆນີ້ ຊ່ວຍກະຕຸ້ນໃຫ້ຜູ້ຄົນໄດ້ຢຸດຄິດແລະທົບທວນເຖິງຄໍາເວົ້າຂອງຕົນທີ່ເຂົາເລືອກໃຊ້ແລະເປັນການແຈ້ງເຖິງຜົນກະທົບທີ່ອາດເກີດຂື້ນໄດ້
ຂໍ້ມູນທົ່ວໂລກທີ່ໜ້າຮູ້: ດົນຕີ KPOP ເປັນປະເພດເພງອັນດັບ 1 ທີ່ໄດ້ຖືກກ່າວເຖິງຫຼາຍທີ່ສຸດໃນ Instagram, ວິທີທີ່ຜູ້ໃຊ້ມັກສະເເດງອອກ 10 AR effects ທີ່ຖືກໃຊ້ຫຼາຍທີ່ສຸດ
- Summertimes
- retroCAM
- Orange
- Heart Eyes
- Subtle
- Glitter
- 𝓂𝒾𝓃𝒾𝓂𝒶𝓁𝒾𝓈
- Mono
- saturatiON
- Superzoom_romance
- 3 ອັກສອນທີ່ນິຍົມທີ່ສຸດທົ່ວໂລກ
Medialaos MMD (ແຫຼ່ງຂໍ້ມູນຈາກ: Bigblue)