ອີງຕາມການລາຍງານຂອງນັກຂ່າວປະຈຳເມືອງເຊໂປນທີ່ໄດ້ລາຍງານກ່ຽວກັບສະພາບນ້ຳຖ້ວມບ້ານເຮືອນ ແລະເນື້ອທີ່ການຜະລິດກະສິກຳຂອງປະຊາຊົນ ພາຍໃນເມືອງເຊໂປນ ແຂວງສະຫວັນນະເຂດ ໃນຄັ້ງວັນທີ9ຕຸລາ 2020 ເຊິ່ງມາຮອດປັດຈຸບັນສະພາບນໍ້າແມ່ນໄດ້ຖ້ວມສູງໃນລະດັບວິກິດ ລະດັບນໍ້າ ແມ່ນໄດ້ຖ້ວມໄມ້ຫຼາວັດແທກ ສູງກວ່າ 18 ແມັດ ເຂດກໍານົດອັນຕະລາຍແມ່ນ17ແມັດ ເບື້ອງຕົ້ນ ແມ່ນໄດ້ຮັບຜົນກະທົບໜັກ ຫຼາຍກວ່າ 30 ບ້ານ ເຮືອນຊານປະຊາຊົນ ຖ້ວມແລ້ວ 869 ຫຼັງຄາ ໃນ 21 ບ້ານ ເນື້ອທີ່ທໍາການຜະລິດກະຊິກໍາ 1973 ເຮັກຕ້າ ຫຼາຍຈຸດໄດ້ຖືກຕັດກະແສໄຟຟ້າ ເພື່ອຄວາມປອດໄພ ນໍ້າຍັງເພີ່ມລະດັບຂື້ນຢ່າງຕໍ່ເນື່ອງ
ພາບ-ຂ່າວ: ມີເດຍລາວ ແຂວງສະຫັວນນະເຂດ