ໃນວັນທີ 30 ກັນຍາ 2020 ທີິ່ຜ່ານມາ ໄດ້ຈັດກອງປະຊຸມສຸດຍອດ ກ່ຽວກັບ ຊີວະນາໆພັນ ຢູ່ທີິ່ ນິວຢອກ, ສະຫະລັດອາເມລິກາ ຜ່ານລະບົບສື່ສານທາງໄກ ພາຍໃຕ້ຫົວຂໍ້: ການດຳເນີນການຢ່າງຮີບດ່ວນ ກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ ໂດຍການເປັນປະທານ ຂອງ ທ່ານ Antonio Guterres ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ແລະ ການເຂົົ້າຮ່ວມຂອງບັນດາລັດຖະມົນຕີ ຂອງບັນດາປະເທດທີິ່ເປັນພາຄີ ຈຳນວນ 90 ປະເທດ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການແກ້ໄຂການສູນເສຍຊີວະນາໆພັນ, ການເຊື່ອມສານຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ, ການຫມູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳໃຫມ່, ການສ້າງຂີດຄວາມສາມາດ ໃນການເຂົົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດຮ່ວມກັນ, ການສະຫນອງທຶນ ແລະ ການເປັນຄູ່ຮ່ວມມື ສຳລັບວຽກງານຊີວະນາໆພັນ.
ໃນໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແຫ່ງສປປ ລາວ, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ເຂົ້າຮ່ວມ ແລະ ໄດ້ກ່າວຖະແຫຼງການ ຕໍ່ກອງປະຊຸມດັ່ງກ່າວ ເຊີິ່ງມີເນື້ອໃນດັັ່ງນີ້: ສປປ ລາວ ເປັນປະເທດຫນຶິ່ງ ທີິ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ໃນອາຊີຕາເວັນ ອອກສ່ຽງໃຕ້ ແລະ ມີຊັບພະຍາກອນປ່າໄມ້ ແລະ ແຫຼ່ງນໍ້າທີິ່ອຸດົມສົມບູນ. ໃນຖານະທີ່ເປັນລັດພາຄີ ຂອງສົນທິສັນຍາສາກົນ ວ່າດ້ວຍ ຊີວະນາໆພັນ (CBD) ຕັ້ງແຕ່ ປີ 1996, ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນສູງ ຕໍ່ການປົກປັກຮັກສາຊີວະນາໆພັນ ເຊີິ່ງສະແດງອອກຄື: ໄດ້ໃຫ້ຄໍາໝັ້ນສັນຍາໃນການສ້າງບົດລາຍງານແຫ່ງຊາດ ຕໍ່ສົນທິສັນຍາດັັ່ງກ່າວ ເຊີິ່ງຮອດປະຈຸບັນ ໄດ້ສໍາເລັດສະບັບທີ 6. ນອກນີ້, ຍັງໄດ້ສໍາເລັດການສ້າງແຜນຍຸດທະສາດ ແລະ ແຜນປະຕິບັດງານດ້ານຊີວະນາໆພັນແຫ່ງຊາດ ແລະ ແຜນງານການຄ້າຊີວະນາໆພັນ ໂດຍມີຈຸດປະສົງ ເພື່ອປົກປັກຮັກສາຊີວະນາໆພັນ ທັງເປັນກຸນແຈສໍາຄັນ ໃນການປະກອບສ່ວນໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ. ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນດໍາເນີນງານດັັ່ງກ່າວ ໄດ້ມີຄວາມຄຶບຫນ້າຫລາຍດ້ານ ເປັນຕົົ້ນ ມາຮອດປະຈຸບັນ ປີ 2020 ເນື້ອທີິ່ເຂດປ່າປ້ອງກັນແຫ່ງຊາດ ໄດ້ກວມເອົາ 14,2% ຂອງພື້ນທີິ່ທົ່ວປະເທດ ເຊິ່ງເນື້ອທີ່ປົກຫຸ້ມປ່າໄມ້ຂອງເຂດປ່າປ້ອງກັນ ໄດ້ເພີິ່ມຂຶ້ນ 20,2% (ລວມທັງເຂດປູ່າປ້ອງກັນແຂວງ ແລະ ປ່າປ້ອງກັນເມືອງ).
ໂດຍສະເພາະ ລັດຖະບານພວກເຮົາ ໄດ້ມີຄວາມສະດຸ້ງໄວ ກ່ຽວກັບຄວາມຈໍາເປັນຂອງການປົກປັກຮັກສາຊີວະນາໆພັນ ໂດຍໄດ້ສ້າງຕັ້ງລະບົບປ່າປ້ອງກັນແຫ່ງຊາດແບບຄົບຊຸດ ແລະ ອອກກົດໝາຍ, ດໍາລັດ ແລະ ນິຕິກໍາທີິ່ກ່ຽວຂ້ອງ ເພື່ອເປັນເຄື່ອງມື ໃນການຄຸ້ມຄອງຊັບພະຍາກອນປ່າໄມ້, ສັດນ້ໍາ ແລະ ສັດປ່າ ໃນຂອບເຂດທົ່ວປະເທດ. ສະຫລຸບລວມແລ້ວ ການຈະບັນລຸຍຸດທະສາດປ່າໄມ້ ກ່ຽວກັບການເພີ່ມເນື້ອທີິ່ປ່າໄມ້ ໃຫ້ບັນລຸ 70% ຂອງເນື້ອທີ່ດິນທົ່ວປະເທດ ໃນປີ 2020 ນັ້ນ ຄາດວ່າຈະສາມາດບັນລຸໄດ້ໃນອະນາຄົດມໍ່ໆນີ້ ແລະ ປະຈຸບັນ ລັດຖະບານ ໄດ້ເພີ່ມທະວີການຊີ້ນໍາ-ນໍາພາ ໃນການບັງຄັບໃຊ້ກົດໝາຍ ເປັນຕົົ້ນແມ່ນການອອກຄໍາສັັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ວ່າດ້ວຍການຫ້າມການສົ່ງອອກໄມ້ທ່ອນ ເພື່ອເປັນການປົກປັກຮັກສາ ແລະ ອະນຸລັກປ່າໄມ້ ໃນປີ 2016. ນອກຈາກນີ້, ລັດຖະບານ ຍັງໄດ້ສົ່ງເສີມການປູກຈິິດສໍານຶກ, ການສຶກສາ ແລະ ການມີສ່ວນຮ່ວມຂອງຊຸມຊົນ ໃນການອະນຸລັກຊີວະນາໆພັນ ແລະ ການປົກປັກຮັກສາສິ່ງແວດລ້ອມ ໂດຍຈະສືບຕໍ່ຮ່ວມມືກັບອົງການສະຫະປະຊາຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ແນໃສ່ເພື່ອປະກອບສ່ວນປົກປັກຮັກສາຊີວະນາໆພັນ ແລະ ຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ.
ໜ້າຫຼັກ ຂ່າວສານບ້ານເມືອງ ບົດກ່າວປາໃສ ຂອງທ່ານ ລມຕ ກະຊວງ ຊສ ຕໍ່ກອງປະຊຸມສຸດຍອດ ກ່ຽວກັບ ຊີວະນາໆພັນ ຜ່ານລະບົບ ສື່ສານທາງໄກ (Video Conference)