ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2020 ນີ້, ເມືອງຄຳເກີດ ແຂວງບໍລິຄຳໄຊ ສາມາດປະຕິບັດ ໜ້າທີ່ສຳຫລວດ, ກວດກູ້, ທຳລາຍລະເບີດບໍ່ທັນແຕກ ແລະ ລູກປືນໃຫຍ່ ຢູ່ 33 ບ້ານ, ໄດ້ເກືອບ 300 ລູກ, ມີເນື້ອທີ່ທັງໝົດເກືອບ 400 ກວ່າເຮັກຕາ, ເຊິ່ງແມ່ນກອງກວດກູ້ ລະເບີດເພື່ອມະນຸດສະທຳ 58 ກອງທັບປະຊາຊົນລາວ ເປັນຜູ້ສຳຫລວດ-ກວດກູ້, ໂດຍການສະໜອງທືນ ຈາກອົງການກອຍກາ ສ.ເກົາຫລີ ຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳລາວ ແລະ ຫ້ອງການຄະນະ ກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດ ບໍ່ທັນແຕກທີ່ຕົກຄ້າງ ໃນລາວ.

ໃນລະຫວ່າງວັນທີ 13-14 ຕຸລາ 2020 ນີ້, ຫ້ອງການຄະນະກໍາມະ ການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດ ບໍ່ທັນແຕກ ທີ່ຕົກຄ້າງໃນລາວ, ນຳໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະ ກຳມະການດັ່ງກ່າວ, ພ້ອມດ້ວຍຜູ້ຕາງໜ້າ ຈາກອົງການສະຫະ ປະຊາຊາດ ເພື່ອການພັດທະນາ ແລະ ອົງການກອຍກາ ພ້ອມຄະນະ ໄດ້ລົງຢ້ຽມຢາມການ ປະຕິບັດໜ້າທີ່ສໍາຫລວດ, ກວດກູ້ ແລະ ທໍາລາຍລະເບີດພາກສະໜາມ ຢູ່ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ເພື່ອລົງເບິ່ງສະພາບ ຕົວຈິງຢູ່ສະໜາມ ວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ໃນການເກັບກູ້ລະເບີດ, ລວມເຖິງຄວາມຈຳເປັນ ແລະ ຄວາມຕ້ອງ ການດ້ານຕ່າງໆ ໃນການປະຕິບັດໜ້າທີ່ ແລ້ວນໍາເອົາບັນຫາ ເຫລົ່ານັ້ນໄປປັບປຸງ ແລະ ຊ່ວຍໃນການລະດົມທືນ ຊ່ວຍເຫລືອໃນຕໍ່ໜ້າ.
ໂອກາດດັ່ງກ່າວ, ທ່ານ ກິ ສົງລາວາງ ຮອງເລຂາພັກເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການສໍາຫລວດ, ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ຢູ່ເມືອງ ຄໍາເກີດ ວ່າ: ເມືອງຄຳເກີດ ເປັນເມືອງໜຶ່ງ ທີ່ໄດ້ຮັບຜົນກະທົບ ແລະ ມີລະເບີດທີ່ບໍ່ທັນແຕກ ຕົກຄ້າງແຕ່ປາງສົງຄາມ, ເຊິ່ງໜ່ວຍງານສຳຫລວດ, ກວດກູ້ ແລະ ທຳລາຍລະເບີດ ກໍໄດ້ຈັດຕັ້ງປະຕິບັດທຳ ລາຍລະເບີດທີ່ບໍ່ທັນແຕກ ໄປຈຳນວນໜຶ່ງແລ້ວ ຈົນມາຮອດປັດຈຸບັນ ກອງກວດກູ້ລະເບີດ ເພື່ອມະນຸດ ສະທຳ 58 ກອງທັບປະຊາຊົນລາວ ກໍໄດ້ສືບຕໍ່ສໍາຫລວດ ແລະ ກວດກູ້ລະເບີດຢ່າງຕໍ່ເນື່ອງແຕ່ປີ 2017 ເປັນຕົ້ນມາ, ໂດຍໄດ້ປະຕິບັດຕາມ ມາດຖານການ ສຳຫລວດ, ກວດກູ້ແຫ່ງຊາດ ວາງອອກຢ່າງເຄັ່ງຄັດ ແລະ ຈະສຳຫລວດໃຫ້ໄດ້ 80% ຂຶ້ນໄປໃນຈໍານວນ 62 ບ້ານ ທົ່ວເມືອງຄຳເກີດ. ປັດຈຸບັນ ພວມສືບຕໍ່ສຳຫລວດ ແລະ ທຳລາຍລະເບີດ ຢູ່ໃນເຂດເນື້ອທີ່ທໍາການຜະລິດ, ບ່ອນທຳມາຫາກິນຂອງປະຊາຊົນ ຢູ່ບ້ານທົ່ງວຽງຄຳ ເມືອງຄຳເກີດ ແຂວງບໍລິຄຳໄຊ, ເຊິ່ງ ທ່ານ ສອນສີ ບຸນລືໄຕ ຫົວໜ້າຜູ້ຊີ້ນຳພາກສະໜາມ ໄດ້ລາຍງານໃຫ້ຮູ້ວ່າ: ໄດ້ເລີ່ມລົງມືເກັບກູ້ລະເບີດ ໃນຕົ້ນເດືອນຕຸລາ 2020 ເປັນຕົ້ນມາ, ລວມເນື້ອທີ່ທັງໝົດ 60 ພັນກວ່າຕາແມັດ, ປັດຈຸບັນ ສາມາດເກັບກູ້ລະເບີດໄດ້ແລ້ວ 15 ພັນ ຕາແມັດ, ຍັງຢູ່ 46 ພັນກວ່າຕາແມັດ, ຄາດວ່າຈະເກັບກູ້ລະເບີດ ໃຫ້ສຳເລັດ ໃນຕົ້ນເດືອນພະຈິກ 2020 ນີ້.
ໃນການລົງຢ້ຽມຢາມຄັ້ງນີ້, ຄະນະດັ່ງກ່າວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມການກິດຈະກໍາ ຂອງກອງກວດກູ້ລະເບີດ ເພື່ອມະນຸດສະທໍາ 58 ກອງທັບປະຊາຊົນລາວ ຢູ່ໂຮງຮຽນປະຖົມສົມບູນ ບ້ານທົ່ງວຽງຄໍາ ເປັນຕົ້ນ ໂຄສະນາຄວາມອັນຕະລາຍ ຂອງລະເບີດບໍ່ທັນແຕກ ທີ່ຕົກຄ້າງຕາມທີ່ຢູ່ອາໄສ, ໄຮ່ນາ-ຮົ້ວສວນ ໃຫ້ຄູ-ອາຈານ, ນ້ອງນັກຮຽນ ແລະ ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ເຊິ່ງຫລາຍທ່ານ ກໍໄດ້ສະແດງຄວາມດີໃຈ ທີ່ທີມງານກວດກູ້ລະເບີດ ໄດ້ມາແນະນໍາໃຫ້ຄວາມຮູ້ ແລະ ວິທີປ້ອງກັນ ລວມເຖິງທີມງານ ທີ່ໄດ້ມາຊ່ວຍກວດກູ້ ລະເບີດໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ເຮັດໃຫ້ປະຊາຊົນພາຍໃນບ້ານ ກໍຄື ຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ມີຄວາມປອດໄພຈາກໄພອັນ ຕະລາຍຂອງລະເບີດ ທີ່ບໍ່ທັນແຕກ. ພ້ອມນັ້ນ, ຄະນະດັ່ງກ່າວ ກໍໄດ້ເດີນທາງ ໄປຢ້ຽມຢາມ ພາກໜາມເກັບກູ້ລະເບີດ ຢູ່ ບ້ານຫ້ວຍແກ້ວ 2 ເມືອງຄຳເກີດ ແຂວງບໍລິຄຳໄຊ ຕື່ມອີກ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)