ກອງປະຊຸມ ຄະນະນຳອົງການກາແດງ ແລະ ຊີກວົງເດືອນແດງ ຂອງອາຊີຕາເວັນອອກສ່ຽງໃຕ້, ຄັ້ງທີ່ 17 ຜ່ານລະບົບວິດີໂອທາງໄກ ໄດ້ຈັດຂຶ້ນເປັນເວລາ 02 ວັນເຕັມ ນັບແຕ່ວັນທີ 14-15 ຕຸລາ 2020 ພາຍໃຕ້ການເປັນປະທານ ຂອງສະພາກາແດງຫວຽດນາມ, ໂດຍທ່ານ ວູດັກດຳ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ໃຫ້ກຽດເຂົ້າຮ່ວມກ່າວເປີດພິທີ, ກອງປະຊຸມດັ່ງກ່າວ ແມ່ນຈັດຕັ້ງຂຶ້ນ 1 ຄັ້ງຕໍ່ປີ ແລະ ໝູນວຽນບັນດາກາແດງ ແຕ່ລະປະເທດ ເປັນປະທານກອງປະຊຸມໂດຍລຽງຕາມ ລຳດັບຕົວອັກສອນສາກົນ.

ຈຸດປະສົງຂອງກອງປະຊຸມ ເພື່ອເປີດໂອກາດ ໃຫ້ບັນດາຄະນະນຳ ຂອງອົງການກາແດງ ຂອງປະເທດອາຊີ ຕາເວັນອອກສ່ຽງໃຕ້ ໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນຕໍ່ບັນຫາ ແລະ ສິ່ງທ້າທ້າຍຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານມະນຸດສະທຳ ໃນຂອບເຂດທົ່ວປະເທດ ແລະ ລະດັບສາກົນ, ນັບທັງບັນຫາຄວາມກຽມພ້ອມ ໃນການຮັບມືກັບໄພພິບັດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ການສ້າງເຄືອຂ່າຍ ການປະສານງານ ໃນຂະແໜງການຕ່າງໆ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງ, ການເພີ່ມທະວີການຮ່ວມມື ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງອົງການກາແດງໃນພາກພື້ນ ແລະ ບັນຫາຕ່າງໆ.
ໃນປີນີ້, ໄດ້ສຸມໃສ່ບັນຫາຫລັກ ທີ່ທົ່ວໂລກກຳລັງປະເຊີນຢູ່ ກໍ່ຄືການລະບາດຂອງ ພະຍາດໂຄວິດ-19 ໂດຍສະເພາະ ການຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ໃນການຮັບມືກັບການລະບາດດັ່ງກ່າວ ໃນຮອບທຳອິດ ເພື່ອກຽມພ້ອມຕອບໂຕ້ ຫາກເກີດຂຶ້ນຮອບສອງ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)