ການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ (ຮູບຈາກ: xinhua)
ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ສຳເລັດ 60% ຄາດວ່າຈະສໍາເລັດການກໍ່ສ້າງ ໃນປີ 2021. ອີງຕາມຂໍ້ມູນຈາກກອງປະຊຸມພົບປະປຶກສາຫາລືລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ກັບທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນວັນທີ 14 ຕຸລາ 2020 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ສຳເລັດ 60% ແລະ ຄາດວ່າ ຈະສໍາເລັດການກໍ່ສ້າງ ໃນປີ 2021.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ການຄ້າ)