ໃນວັນທີ 28 ຕຸລາ 2020 ອົງການກາແດງລາວ ໄດ້ຈັດກອງປະຊຸມ ຕີລາຄາການຈັດຕັ້ງປະຕິບັດ ໂຄງການຫລຸດຜ່ອນໄພພິບັດ ເຊື່ອມສານວຽກງານ ສຸຂະພາບຊຸມຊົນຂຶ້ນ ທີ່ເມືອງທຸລະຄົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີ ທ່ານ ບຸນທັບ ວົງໄຊ ຮອງເລຂາພັກເມືອງ, ຊີ້ນຳວຽກງານພັກ-ພະນັກງານ ເມືອງທຸລະຄົມ ແຂວງວຽງຈັນ, ພ້ອມດ້ວຍພະນັກງານ ທີ່ກຽ່ວຂອງເຂົ້າຮ່ວມ.
ໃນພິທີ ທ່ານ ບຸນເນົາ ພະຈອມພົນ ຫົວໜ້າຫ້ອງການອົງການກາແດງ ແຂວງວຽງຈັນ, ໄດ້ລາຍງານການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ມີບາງຕອນສຳຄັນວ່າ: ໂຄງການດັ່ງກ່າວ, ເລີ່ມປະຕິບັດ ແຕ່ປີ 2016 ເປັນຕົ້ນມາ, ໂດຍມີຜົນສຳເລັດຫລາຍດ້ານ ເປັນຕົ້ນແມ່ນ ປະຊາຊົນ 6 ເມືອງ ຂອງແຂວງວຽງຈັນ, ໄດ້ແກ່ເມືອງໂພນໂຮງ, ເມືອງວັງວຽງ, ເມືອງເຟືອງ, ເມືອງໝື່ນ, ເມືອງຊະນະຄາມ ແລະ ເມືອງທຸລະຄົມ, ໂດຍໄດ້ໃຫ້ການຊ່ວຍເຫລືອນ້ຳບາດານ, ສັດລ້ຽງ, ປ້ຳນ້ຳ, ອຸປະກອນເຕືອນໄພ ແລະ ຖົງຢາປະຈຳບ້ານ ແລະ ທ້າຍປີ 2019-2020 ໄດ້ໃຫ້ຄວາມຊ່ວຍເຫລືອສຸກສາສາລາ 9 ບ້ານ ຂອງເມືອງທຸລະຄົມແຂວງຈັນ, ໄດ້ຝຶກອົບຮົມໃຫ້ກຸ່ມບ້ານເປົ້າໝາຍ ທີ່ມີຄວາມສ່ຽງໄພພິບັດ, ສະໜອງເຮືອ 04 ລຳ, ອຸປະກອນປ້ອງກັນໄພພິບັດ, ສະໜອງທຶນກໍ່ສ້າງສູນກູ້ໄພ ແລະ ລົດສົ່ງຄົນເຈັບ 1 ຄັນໃຫ້ສູນກູ້ໄພທາງຖະໜົນ ໜ່ວຍກູ້ໄພ 1625, ປຸກຫໍພັກໃຫ້ອາສາໝັກກູ້ໄພ 1 ຫລັງ, ສະໜອງອຸປະກອນການແພດ ແລະ ຝຶກອົບຮົມການປະຖົມພະຍາບານຕື່ມອີກ, ໂດຍໄດ້ຮັບການສະໜັບສະໜູນ ຈາກສະພາກາແດງ ສປ ຈີນ.
ໃນໂອກາດດັ່ງກ່າວ, ທ່ານປະທານອົງການກາແດງລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ຍາດມາໄດ້ ໃນການຈັດຕັ້ງປະຕິບັດໂຄງການ, ພ້ອມເນັ້ນໃຫ້ພະນັກງານ ແລະ ອາສາສະໝັກຈົ່ງຕັ້ງໜ້າ ບຸກບືນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມການມອບໝາຍ ແລະ ໃຫ້ເກີດປະໂຫຍດສູງສຸດ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)