ໃນວັນທີ 29 ຕຸລາ 2020 ທີ່ ກະຊວງການຕ່ງປະເທດ, ໄດ້ມີກອງປະຊຸມປຶກສາຫາລື ດ້ານການເມືອງ ແບບທາງໄກ ຂັ້ນຮອງລັດຖະມົນຕີ ຄັ້ງທີ V ລະຫວ່າງ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ໂດຍພາຍໃຕ້ ການເປັນປະທານຮ່ວມ ຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ທ່ານ ຫງວຽນ ກວັກ ຢຸງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາພະນັກງານ ຈາກກົມກອງທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຖືວ່າເປັນກອງປະຊຸມປະຈໍາປີ ລະຫວ່າງ ສອງກະຊວງການ ຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ຜັດປ່ຽນກັນຈັດມາແຕ່ປີ 2014 ແລະ ໃນປີນີ້ ແມ່ນຜຽນ ຂອງ ສສ ຫວຽດນາມ ເປັນເຈົ້າພາບ, ແຕ່ເນື່ອງຈາກສະພາບ ການແຜ່ລະບາດຂອງ ພະຍາດໂຄວິດ-19 ເຮັດໃຫ້ສອງປະເທດ ຕ້ອງ ໄດ້ຈັດກອງປະຊຸມ ຜ່ານລະບົບທາງໄກ ເປັນຄັ້ງທຳອິດ.
ສອງຝ່າຍໄດ້ແລກປ່ຽນຄຳເຫັນ ຖອດຖອນບົດຮຽນຮ່ວມ ກັນຢ່າງກົງໄປກົງມາ ໃນຫລາຍບັນຫາໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈຜົນ ການຢ້ຽມຢາມຂອງການນໍາຂັ້ນສູງ, ຖະແຫລງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ ລະຫວ່າງສອງປະເທດ ກໍຄື ການຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງ ປະເທດ ແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງສອງກະຊວງ ການຕ່າງປະເທດ ໃຫ້ນັບມື້ນັບມີປະສິດທິພາບສູງຂຶ້ນ. ນອກນີ້, ຍັງໄດ້ປຶກສາຫາລືກ່ຽວກັບ ການກະກຽມໃຫ້ແກ່ ກອງປະຊຸມປຶກສາຫາລື ດ້ານການ ເມືອງຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ຄັ້ງທີ VII ທີ່ຈະມີຂຶ້ນ ໃນເດືອນພະຈິກ 2020 ນີ້ ຢູ່ ສປປ ລາວ ແລະ ຮ່ວມກັນປັບປຸງ ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສອງກະຊວງໃນໄລຍະ 2021-2025 ເພື່ອໃຫ້ສາມາດລົງນາມ ໃນກອງປະຊຸມດັ່ງກ່າວ.
ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ຍັງໄດ້ຮ່ວມກັນແລກປ່ຽນ ຄຳຄິດຄຳເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈ ໂດຍສະເພາະ ຜົນກະທົບຂອງພະຍາດ ໂຄວິດ-19 ກໍຄື ການຮ່ວມມືໃນ ຂອບອາຊຽນອະນຸພາກພື້ນ ແລະ ສະຫະປະຊາຊາດ.
ໃນໂອກາດນີ້, ຝ່າຍລາວໄດ້ສະແດງຄວາມຊົມເຊີຍ ບົດບາດການເປັນ ປະທານອາຊຽນ ຂອງ ສສ ຫວຽດນາມ ການເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021, ກໍຄື ຜົນສໍາເລັດ ໃນການຮັບມືກັບພະຍາດ ໂຄວິດ-19 ໃນປັດຈຸບັນ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໃນກາງເດືອນພະຈິກ ທີ່ຈະມາເຖິງນີ້ ຫວຽດນາມ ກໍຈະເຮັດໄດ້ສໍາເລັດຜົນຢ່າງຈົບງາມ. ພ້ອມນີ້, ຝ່າຍລາວຍັງໄດ້ສະແດງ ຄວາມເຫັນໃຈ ຕໍ່ສະພາບການໄພພິບັດ ທີ່ຫວຽດນາມ ກຳລັງປະເຊີນຢູ່ ຈາກການຮັບມືກັບພະຍຸຫລາຍລູກ ທີ່ພັດເຂົ້າພາກກາງຂອງຫວຽດນາມ ໃນເດືອນຕຸລານີ້. ພ້ອມທັງໄດ້ສະແດງຄວາມຂອບໃຈ ສະຫາຍ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ ອັນລໍ້າຄ່າແກ່ ສປປ ລາວ ຕະຫລອດມາ ໂດຍສະເພາະແມ່ນ ໃນການຕ້ານການ ແຜ່ລະບາດໂຄວິດ-19 ນີ້ ກໍຄືໃນເວລາ ສປປ ລາວ ພົບໄພພິບັດທໍາມະຊາດຕ່າງໆ.
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດ ອັນສະໜິດສະໜົມ ຈິງໃຈ ແລະ ກົງໄປກົງມາ, ຊຶ່ງເປັນການສ່ອງແສງໃຫ້ເຫັນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ທີ່ນັບມື້ນັບໄດ້ຮັບການ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)