ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານກ່ຽວກັບ ການເຄື່ອນໄຫວ ວຽກງານປະຈຳປີ 2020 ແລະ ທິດທາງແຜນການຈຸດສຸມ ປີ 2021 ຂອງອົງການໄອຍະການ ປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ທີ່ສະເໜີໂດຍ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ແລະ ໄດ້ພ້ອມກັນ ລົງຄະແນນສຽງຮັບ ຮອງເອົາຮ່າງບົດລາຍງານຂອງສອງອົງການດັ່ງກ່າວ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

ໃນກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານ ຂອງອົງການໄອຍະການ ປະຊາຊົນສູງສຸດ ທີ່ໄດ້ຕັ້ງໜ້າຈັດຕັ້ງ ປະຕິບັດວຽກງານ ປະຈຳປີ 2020 ຈົນໄດ້ຮັບຜົນສຳເລັດ ໃນຫລາຍດ້ານ ເປັນຕົ້ນ ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດ ໃນການຕິດຕາມກວດກາ ການປະຕິບັດ ກົດໝາຍຂອງອົງ ການສືບສວນ-ສອບສວນ ເຮັດໃຫ້ອົງການດັ່ງກ່າວ ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການນັບມື້ດີຂຶ້ນເລື້ອໆ, ການສັ່ງຟ້ອງຜູ້ຖືກຫາ ແລະ ຖະແຫລງຄະດີ ຕໍ່ສານມີຄຸນນະພາບດີຂຶ້ນ.
ພ້ອມນັ້ນ, ຄະນະປະຈຳ ສະພາແຫ່ງຊາດ ຍັງໄດ້ເຫັນດີເປັນເອກະພາບ ກັບທິດທາງວຽກງານ ຈຸດສຸມປີ 2021 ຕາມການລາຍງານຂອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ແຕ່ເພື່ອຮັບປະກັນການ ຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ວຽກງານລະອຽດ ໃຫ້ປະກົດຜົນເປັນຈິງນັ້ນ ຄະນະປະຈຳ ສະພາແຫ່ງຊາດ ສະເໜີໃຫ້ເອົາໃຈໃສ່ ບາງບັນຫາທີ່ພົ້ນເດັ່ນ ເປັນຕົ້ນ ໃຫ້ເອົາໃຈໃສ່ ຕິດຕາມກວດກາ ການປະຕິບັດ ຄຳຕັດສິນຂອງສານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ບຽບການທີ່ກຳນົດໄວຢ່າງເຂັ້ມງວດ, ສືບຕໍ່ຈັດຕັ້ງປະຕິບັດ ກົນໄກປະສານສົມທົບ ລະຫວ່າງອົງການ ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນ ຄວາມສະຫງົບ, ກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການດຳເນີນຄະດີ ຕາມຂະບວນການຍຸຕິທຳ ໃຫ້ຖືກຕ້ອງກັບ ຄວາມເປັນຈິງ ແລະ ກົດໝາຍ ທັງຮັບປະກັນຄວາມ ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງພາກສ່ວນຕ່າງໆ ຕາມກົດໝາຍທີ່ກຳນົດໄວ້, ເພີ່ມທະວີຕິດຕາມ ກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ, ວິເຄາະ, ວິໄຈສາເຫດທີ່ພາໃຫ້ຂະ ແໜງການ ແລະ ທ້ອງຖິ່ນ ມີການລະເມີດກົດໝາຍ ໃນໄລຍະຜ່ານມາ ເພື່ອມີມາດຕະການສະກັດກັ້ນ ແລະ ແກ້ໄຂໃຫ້ທັນການ, ນຳເອົາຜູ້ລະເມີດ ກົດໝາຍ ມາດຳເນີນຄະດີ ຕາມກົດໝາຍ.

ພ້ອມດຽວກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວວຽກ ງານຂອງສານປະຊາຊົນສູງສຸດ ທີ່ໄດ້ຕັ້ງໜ້າຈັດຕັ້ງ ປະຕິບັດວຽກງານ ປະຈຳປີ 2020 ໄດ້ຮັບຜົນສຳເລັດຫລາຍດ້ານ, ເປັນຕົ້ນ ການດຳເນີນຄະດີ ຂອງສານມີຄວາມຖືກຕ້ອງ, ໂປ່ງໃສ, ວ່ອງໄວ, ພ້ອມນັ້ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກກະພາບ ກັບທິດທາງແຜນການ ປະຈຳປີ 2021 ທີ່ໄດ້ກຳນົດ 5 ຄາດໝາຍສູ້ຊົນ ແລະ 9 ແຜນວຽກຈຸດສຸມ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງ ປະຕິບັດບັນດາຈຸດສຸມໃຫ້ປະກົດຜົນເປັນຈິງນັ້ນ, ກອງປະຊຸມ ສະເໜີໃຫ້ເອົາໃຈໃສ່ ບາງວຽກງານຈຸດສຸມ ເປັນຕົ້ນ ຍົກສູງຄຸນນະພາບ ການພິຈາລະນະຄະດີ ຂອງສານຂັ້ນຕົ້ນ ແລະ ສານອຸທອນ ໃຫ້ຖືກຕ້ອງ ຈັດເຈນແຕ່ຫົວທີ, ປະເມີນຜົນຜູ້ພິພາກສາດີ-ເກັ່ງ ແລະ ມີຄຸນນະພາບໃຫ້ໄດ້ 85% ຂຶ້ນໄປ, ຄັດເລືອກ-ສອບເສັງ ເອົາຜູ້ມີມາດຕະຖານ ເງື່ອນໄຂຄົບຖ້ວນ, ເສີມຂະຫຍາຍ ການພິຈາລະນາ ຕັດສີນຄະດີ ໂດຍຜູ້ພິພາກສາຜູ້ດຽວ ໃນຄະດີເບົາບາງ, ເລັກນ້ອຍ ແລະ ນຳໃຊ້ຄຳຕັດສິນ ຫລື ຄຳພິພາກສາ ຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ສາມາດຈັດຕັ້ງປະຕິບັດ ຖືກຕ້ອງຕາມກົດໝາຍ ແລະ ແທດເໝາະກັບຕົວຈິງ.
ພ້ອມນັ້ນ, ຄະນະປະຈຳ ສະພາແຫ່ງຊາດ ຍັງໄດ້ສະເໜີ ໃຫ້ອົງການໄອຍະການ ປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ນຳເອົາຄຳຄິດເຫັນຂອງ ຄະນະປະຈຳ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ໄປພິຈາລະນາ ກຳນົດເຂົ້າໃນ ວຽກງານຂອງຕົນ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
ໃນກອງປະຊຸມບັນດາ ສສຊ ໄດ້ພັດປ່ຽນກັນຂຶ້ນ ປະກອບຄຳຄິດຄຳເຫັນ ໃສ່ຫລາຍບັນຫາ ເຊິ່ງໂດຍລວມແລ້ວ ບັນດາ ສສຊ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດ ທີ່ສອງ ອົງການດັ່ງກ່າວ, ຍາດມາໄດ້ໃນໄລຍະຜ່ານມາ ດ້ວຍຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ, ແຕ່ຍັງມີ ບາງບັນຫາ ທີ່ ສສຊ ສະເໜີໃຫ້ ສອງອົງກງານດັ່ງກ່າວ, ສືບຕໍ່ປັບປຸງແກ້ໄຂ ເພື່ອໃຫ້ຖືກຕ້ອງ, ສອດຄ່ອງ ຕາມແນວທາງນະໂຍບາຍຂອງພັກ, ລັດ ວາງອອກ ເປັນຕົ້ນ ໃຫ້ຂະແໜງການ ກ່ຽວຂ້ອງ ສືບຕໍ່ປັບປຸງ ການປະສານສົບທົບ ລະຫວ່າງສູນກາງ ກັບທ້ອງຖິ່ນ ແລະ ຂະແໜງການ ທີ່ກ່ຽວຂ້ອງ ໃຫ້ປະສານກົມກຽວ ເພື່ອເຮັດໃຫ້ການ ແກ້ໄຂຂະດີ ມີຄວາມເປັນເອກະພາບກັນ, ພ້ອມທັງໃຫ້ມີການປັບປຸງແກ້ໄຂຄົນ, ແກ້ໄຂກົດໝາຍ ແລະ ສ້າງເງື່ອນໄຂຕ່າງໆ ໃຫ້ແກ່ສອງອົງການ ຍຸຕິທຳດັ່ງກ່າວ, ແນໃສ່ເຮັດໃຫ້ ວຽກງານຍຸຕິທຳ ກໍຄື ການດຳເນີນຄະດີຕ່າງໆ ມີຄວາມຖືກຕ້ອງ ແລະ ໂປ່ງໃສ. ການຕິດຕາມກວດກາ ການປະຕິບັດກົດໝາຍ ຢູ່ຄ້າຍຄຸມຂັງດັດສ້າງຍັງປະຕິບັດບໍ່ທັນເຂັ້ມງວດ, ການກັກຂັງຜູ້ຖືກຫາ ແລະ ນັກໂທດ ແຕ່ລະປະເພດຍັງປົນເປກັນລວມ ທັງແມ່ຍິງຖືພາ ແລະ ລ້ຽງລູກນ້ອຍຢູ່ສະຖານທີ່ຄຸມຂັງ, ເຊິ່ງ ສສຊ ໄດ້ສະເໜີ ໃຫ້ລັດຖະບານ ສຸມທຶນຮອນໃສ່ ການພັດທະນາພື້ນຖານໂຄງລ່າງຄ້າຍຄຸມຂັງ ໃນຂອບເຂດທົ່ວປະເທດ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ, ສ້າງສະຖານ ທີ່ປິ່ນປົວຄົນເຈັບ ຢູ່ພາຍໃນຄ້າຍຄຸມຂັງໃຫ້ສະອາດ, ກວ້າງຂວາງ, ພ້ອມທັງຈັດສັນ ໃຫ້ເປັນເປັນລະບົບ, ເປັນລະບຽບຮຽບຮ້ອຍ, ສະອາດ, ພ້ອມສ້າງອາຊີບ ໃຫ້ແກ່ນັກໂທດ ເພື່ອສ້າງໃຫ້ເຂົາເຈົ້າ ໄດ້ມີອາຊີບ, ມີວຽກເຮັດ ເມື່ອໄດ້ອອກຈາກຄຸກ ແລະ ອື່ນໆ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)