ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ຂອງກະຊວງການຕ່າງປະເທດ ທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 10 ໝວດ ແລະ 53 ມາດຕາ ສ້າງຂຶ້ນເພື່ອເປັນການກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງນັກການທູດລາວ ແນ່ໃສ່ຮັບປະກັນປະສິດທິພາບ. ພ້ອມດຽວກັນນີ້, ກໍເປັນການກະຕຸກຊຸກຍູ້ ເພື່ອເຮັດໃຫ້ນັກການທູດລາວມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບສູງໃນການເຮັດໜ້າທີ່ຂອງຕົນ ແລະ ຍັງເປັນການສ້າງມາດຕະຖານ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ທີ່ສອດຄ່ອງກັບກົດໝາຍສາກົນ ແນໃສ່ພັດທະນານັກການທູດໃຫ້ມີຄຸນນະພາບສູງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ ແລະ ວິທີເຮັດວຽກ, ເຂັ້ມແຂງທາງດ້ານການຈັດຕັ້ງ, ວິຊາການການທູດ, ພາສາຕ່າງປະເທດ, ມີລະບຽບວິໄນເຂັ້ມງວດ ທັງເປັນມາດຕະການ ໃນການກະຕຸກຊຸກຍູ້ຂະບວນການພັດທະນາຂະແໜງການຕ່າງປະເທດ, ເປັນພື້ນຖານໃຫ້ແກ່ການປະເມີນ, ບັນຈຸ, ແຕ່ງຕັ້ງ, ຊັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ແລະ ເພີ່ມທະວີຄວາມເປັນເຈົ້າການ ຂອງຖັນແຖວນັກການທູດ ໃນການປະຕິບັດ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນໄລຍະໃໝ່ໃຫ້ມີໝາກຜົນສູງຂຶ້ນກວ່າເກົ່າ.
ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງທາງດ້ານກົດໝາຍທີ່ສຳຄັນທີ່ສຸດໃຫ້ແກ່ກະຊວງ ການຕ່າງປະເທດ ໃນການເປັນເສນາທິການໃຫ້ລັດຖະບານເພື່ອຄຸ້ມຄອງວຽກງານຊັ້ນນັກການທູດ ຈະເຮັດໃຫ້ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດມີມາດຕະຖານໂດຍສອດຄ່ອງກັບ ກົດໝາຍສາກົນ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)