ກອງປະຊຸມທາບທາມບັນດາເນື້ອໃນເອກະສານທີ່ສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ພະຈິກ ນີ້ ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໂດຍມີບັນດາສະຫາຍທີ່ ຢູ່ໃນອະນຸກຳມະການເນື້ອໃນ; ອະນຸກຳມະການກົດລະບຽບ-ບຸກຄະລາກອນ ແລະ ບັນດາຄະນະພັກ ກະຊວງ-ອົງການອ້ອມຂ້າງສູນກາງ, ຜູ້ຊົງຄຸນວຸດທິ ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນເຂົ້າຮ່ວມ.
ເອກະສານທີ່ນຳມາທາບ ທາມໃນຄັ້ງນີ້ປະກອບມີ ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI; ຮ່າງແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ XI ແລະ ຮ່າງກົດລະບຽບຂອງ ພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ສະບັບປັບປຸງ; ຈຸດປະສົງໃນການຈັດກອງປະຊຸມ ແມ່ນເພື່ອຍາດແຍ່ງຄວາມຄິດຄວາມເຫັນຂອງພະນັກງານຫຼັກແຫຼ່ງ, ນັກວິທະຍາສາດ, ນັກຮຽນຮູ້ປັນຍາຊົນ, ຄະນະພັກກະຊວງ-ອົງການ ເພື່ອເຮັດໃຫ້ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຊຶ່ງເປັນເອກະສານທີ່ສຳຄັນໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງສອດຄ່ອງ, ແທດເໝາະຕົວຈິງ ທັງສ່ອງແສງອອກໝົດທ່າແຮງບົ່ມຊ້ອນຂອງຊາດ ແລະ ຖືກນຳໄປປະຕິບັດໄດ້ປະກົດຜົນເປັນຈິງ ແລະ ມີຜົນສຳເລັດ, ພ້ອມທັງສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮູ້, ຄວາມເຂົ້າໃຈລົງເລິກແຕ່ຫົວທີ, ຂອງບັນດາສະຫາຍຄະນະພັກຂອງກະຊວງ-ອົງການ ຕໍ່ບັນດາເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.
ໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງປະຊົມທີ່ມີການປະກອບຄວາມຄິດຄວາມເຫັນຢ່າງກົງໄປກົງມາ ແລະ ສ່ອງແສງໃຫ້ເຫັນແຈ້ງບາງບັນຫາ ທີ່ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະຜ່ານມາ, ພ້ອມກັນຊອກຫາແນວທາງ, ວິທີແກ້ໄຂ ແລະ ປະຕິບັດບັນດາມາດຕະການ ແລະ ບັນດານິຕິກຳຕ່າງໆທີ່ພັກ-ລັດໄດ້ວາງອອກມານັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)