ໃນຕອນຄ່ຳວັນທີ 12 ພະຈິກນີ້, ທ່ານນາຍົກລັດຖະ ມົນຕີ ທອງລຸນ ສີສຸລິດ ໄດ້ສືບ ຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳແມ່ຍິງອາຊຽນ ພາຍໃຕ້ຫົວຂໍ້: ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມໜຽວແໜ້ນ, ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ ຫຼັງໂຄວິດ-19 (ແບບທາງໄກ) ຊຶ່ງເປັນກອງປະຊຸມຜູ້ນຳແມ່ຍິງອາຊຽນຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ໂດຍມີບັນດາຜູ້ນຳອາຊຽນ, ຕາງໜ້າຜູ້ນຳຍິງອາຊຽນ, ຜູ້ຊ່ວຍພິເສດເລຂາທິການໃຫຍ່ ສປຊ ດ້ານການເງິນ ເພື່ອການພັດທະນາ, ຕາງໜ້າທະນາຄານໂລກ ເຂົ້າຮ່ວມ.
ສຳລັບຕາງໜ້າຜູ້ນຳແມ່ ຍິງລາວແມ່ນ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ບັນ ດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຂະບວນການພັດທະນາ ກໍຄືການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກທ່າມກາງການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19 ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມເຂົ້າໃນຂະບວນການລວມຂອງອາຊຽນ, ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.
ສຳລັບແຜນການໃນຕໍ່ໜ້າ, ອາຊຽນ ເຫັນດີສືບຕໍ່ເຊື່ອມສານບົດບາດຂອງແມ່ຍິງ ເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆ ຂອງອາຊຽນ ລວມທັງ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນຫຼັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນໃສ່ສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງຂອງແມ່ຍິງ ໂດຍສ້າງເງື່ອນໄຂ ແລະ ກາລະໂອກາດ ໃນການສ້າງຂີດຄວາມສາມາດໃຫ້ແກ່ແມ່ຍິງ, ສ້າງວຽກເຮັດງານທຳ ແລະ ການເຂົ້າເຖິງແຫຼ່ງທຶນ ກໍຄື ເຕັກໂນໂລຊີທັນສະໄໝ ໂດຍສະເພາະ ໃນຍຸກດີຈີຕອນ ຫຼື ອຸດສາຫະກຳ 4.0. ອາຊຽນ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແລະ ສ້າງເຄືອຂ່າຍລະຫວ່າງແມ່ຍິງອາຊຽນກັບບັນດາອົງກອນແມ່ຍິງພາຍໃຕ້ຂອບອົງການສະຫະປະຊາຊາດ ແລະ ອົງກອນແມ່ ຍິງໃນພາກພື້ນອື່ນໃນຂອບເຂດທົ່ວໂລກ.
ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ແລກປ່ຽນຄຳຄິດເຫັນ ໂດຍໄດ້ເນັ້ນໜັກສະເພາະແມ່ນບົດບາດການນຳພາ ຂອງແມ່ຍິງໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເພີ່ມທະວີການສົ່ງເສີມບົດບາດຂອງ ແມ່ຍິງໃນແຕ່ລະຂົງເຂດວຽກງານ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແມ່ຍິງພາຍຫຼັງໂຄວິດ-19.
ໃນໂອກາດດຽວກັນ, ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ປະກອບຄຳເຫັນໂດຍຕີລາສູງຕໍ່ກັບການມີສ່ວນຮ່ວມຂອງແມ່ຍິງໃນທຸກຂົງເຂດ ແລະ ກິດຈະກຳຕ່າງໆ ຂອງອາຊຽນ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ໃນໄລຍະຕໍ່ໜ້າ ເຫັນຄວນສືບຕໍ່ເພີ່ມທະວີບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆ ທີ່ໄດ້ມີການເຊື່ອມສານບົດບາດ ຍິງ-ຊາຍ ໃຫ້ປະກົດເປັນຮູບປະທຳຢ່າງແທ້ຈິງ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)