ການກຽມຕົວແລ່ນ ບໍ່ພຽງແຕ່ຕ້ອງກະກຽມຮ່າງກາຍ ແລະ ການຝຶກຊ້ອມເປັນປະຈຳເທົ່ານັ້ນ ອາຫານການກິນກໍ່ເປັນເລື່ອງທີ່ສຳຄັນເທົ່າທຽມກັນ ສຳລັບນັກແລ່ນ ນັກກິລາ ຫຼື ນັກອອກກຳລັງກາຍເປັນປະຈຳ ຕ້ອງເອົາໃຈໃສ່ວາງແຜນ ການກິນອາຫານຂອງທ່ານໃຫ້ຖືກຕ້ອງ ແລະ ເໝາະສົມສາມາດຊ່ວຍເຮັດໃຫ້ການແລ່ນ ແລະ ການອອກກຳລັງກາຍໄດ້ຢ່າງເຕັມປະສິດທິພາບ ຊ່ວຍຟື້ນຟູຮ່າງກາຍຫຼຸດຈາກອາການບາດເຈັບ ແລະ ຫຼຸດການເກີດອັນຕະລາຍໃນລະຫວ່າງແຂ່ງຂັນ ນອກຈາກນີ້ຍັງເປັນການຊ່ວຍໃຫ້ສະພາບຮ່າງກາຍໃຫ້ສົມ ບູນແຂງແຮງ ສຳລັບກິດຈະກຳຕ່າງໆ ໄດ້ຕໍ່ໄປ.
ຢາກແລ່ນໄດ້ດີຕ້ອງກິນແນວໃດ?
ວາງແຜນການກິນອາຫານສຳລັບອອກໄປແລ່ນ ຫຼື ເຂົ້າຮ່ວມການແຂ່ງຂັນປະກອບມີ 3 ໄລຍະຄື: ການແຂ່ງຂັນກ່ອນການແລ່ນ ແລະ ຫຼັງການແລ່ນ ເຊິ່ງໃນແຕ່ລະໄລຍະມີປະໂຫຍດທັງໝົດ ແລະ ມີຄວາມສຳຄັນແຕກຕ່າງກັນ.
ກ່ອນຈະແລ່ນກິນອາຫານທີ່ດີ ແລະ ກຽມຕົວໃຫ້ພ້ອມ
ຄົນທີ່ອອກກຳລັງກາຍເປັນປະຈຳ ນັກແລ່ນມີຕາຕະລາງການຝຶກ ແລະ ຊ້ອມແລ່ນເປັນປົກກະຕິ ຈຳເປັນຕ້ອງມີການເອົາໃຈໃສ່ດ້ານໂພຊະນາການ ໂດຍການເລືອກອາຫານທີ່ໃຫ້ສານອາຫານຄົບຖ້ວນ ສົມສ່ວນສົມບູນຕາມຫຼັກການອາຫານຄົບ 5 ໝູ່.
- ກິນເຂົ້າກ້ອງ ແລະ ທັນຍາພືດຕ່າງໆ.
- ກິນຜັກ ແລະ ໝາກໄມ້ເປັນປະຈຳ.
- ກິນປາ ແລະ ຊີ້ນສັດທີ່ບໍ່ມີໄຂມັນເປັນຕົ້ນແມ່ນ ໄຂ່ ຖົ່ວແຫ້ງຕ່າງໆ.
- ດື່ມນົມ ຫຼື ນໍ້າເປັນປະຈຳ.
- ຫຼຸດອາຫານເຜັດ, ລົດຫວານ, ມັນ ແລະ ເຄັມ.
- ງົດເວັ້ນຈາກການດື່ມສີ່ງມືນເມົາ.
- ຫຼີກລ້ຽງອາຫານສຳເລັດຮູບ ແລະ ອາຫານທີ່ມີສານເຄມີປະປົນ.
ນອກຈາກນັ້ນຄວນກຳນົດປະລິມານອາຫານໃຫ້ເໝາະສົມ ພຽງພໍທີ່ຈະຕອບສະໜອງກັບຄວາມຕ້ອງການຂອງຮ່າງ ກາຍເພື່ອໃຊ້ເປັນພະລັງງານໃນການອອກກຳລັງກາຍ ແລະ ແລ່ນ ສຳລັບນັກແລ່ນທີ່ຝຶກຊ້ອມໜັກ ຄວນເພີ່ມປະລິມານອາຫານໃນອັດຕາສ່ວນທີ່ເໝາະສົມ.
ດື່ມນໍ້າໃຫ້ພຽງພໍມີຄວາມສຳຄັນເທົ່າທຽມກັນ.
ການຊົດເຊີຍ ສຳລັບການສູນເສຍນໍ້າຈາກການອອກກຳລັງກາຍ ແລະ ການຝຶກຊ້ອມຈາກການແລ່ນ ແມ່ນມີຄວາມສຳຄັນຫຼາຍ ເພາະການດື່ມນໍ້າໃຫ້ພຽງພໍໃນການແລ່ນ ຈະຊ່ວຍຄວບຄຸມລະດັບການເຕັ້ນຂອງຫົວໃຈ ການໄຫຼວຽນຂອງເລືອດໃຫ້ດີຂື້ນ ແລະ ຊ່ວຍຫຼຸດອຸນຫະພູມໃນຮ່າງກາຍ ດັ່ງນັ້ນຈຶ່ງເຮັດໃຫ້ການແລ່ນດີຂື້ນ ແນະນຳໃຫ້ດື່ມນໍ້າຢ່າງໜ້ອຍ 2 ລິດຕໍ່ມື້ (ສຳລັບຄົນທີ່ມີນໍ້າໜັກ 60 ກິໂລ).
ຄວນກິນຫຍັງຫຼັງຈາກການແລ່ນ?
ຫຼັງຈາກແລ່ນແລ້ວກໍ່ຈະກິນຕາມໃຈປາກ ກິນໄດ້ໝົດທຸກຢ່າງ ແຕ່ຕ້ອງຮັກສາ ແລະ ເລືອກກິນອາຫານຢ່າງລະມັດລະວັງ ເພື່ອໃຫ້ຮ່າງກາຍຟື້ນຟູສະມັດຕະພາບ ຊົດເຊີຍພະລັງງານທີ່ເສຍໄປ ແລະ ຍັງຊ່ວຍໃນການສ້ອມແປງສ່ວນທີ່ເສຍຂອງຮ່າງກາຍ.
- ເມື່ອຮູ້ສຶກເມື່ອຍ ໃຫ້ກິນອາຫານທີ່ມີພະລັງງານ ແລະ ຂອງຫວານສູງ ເຊັ່ນ: ໝາກໄມ້ແຫ້ງ, ນໍ້າໝາກໄມ້, ເຄື່ອງດື່ມ, ເຂົ້າໜົມປັງ, ມັນ, ເຜືອກ ຫຼື ທັນຍາພືດຕ່າງໆ ເພື່ອຊ່ວຍທົດແທນພະລັງງານທີ່ເສຍໄປຈາກການແລ່ນ ແລະ ຊ່ວຍຫຼຸດອາການເມື່ອຍລ້າຈາກການຫຼຸດລະດັບນໍ້າຕານໃນເລືອດ.
- ເພີ່ມໂປຣຕີນຄູ່ກັບຄາໂບໄຮເດຣດ ໃນອັດຕາສ່ວນຂອງຄາໂບໄຮເດຣດ 3-4 ຕໍ່ກັບໂປຣຕີນ 1 ສ່ວນ ໂດຍຈັບຄູ່ອາຫານເຊັ່ນ: ໝາກໄມ້ແຫ້ງ, ນົມສົດ 1 ແກ້ວ, ກ້ວຍ ກັບໂຢເກີດ, ນົມລົດຫວານ ຫຼື ເຂົ້າໜຽວກັບຊີ້ນໝູປີ້ງກໍ່ໄດ້.
- ບໍ່ຄວນອົດອາຫານຫຼັງຈາກການແລ່ນ ແລະ ອອກກຳລັງກາຍ ເພາະນອກຈາກບໍ່ເຮັດໃຫ້ຈ່ອຍແລ້ວ ຍັງເພີ່ມຄວາມສ່ຽງຂອງການບາດເຈັບສະສົມ ແລະ ເຮັດໃຫ້ຮ່າງກາຍຟື້ນຕົວຊ້າກ່ວາປົກກະຕິ.
- ຫຼັງຈາກແລ່ນ ແລະ ອອກກຳລັງກາຍ ເວລາທີ່ດີທີ່ສຸດໃນການກິນອາຫານແມ່ນ 30-60 ນາທີ ຖ້າທ່ານຍັງບໍ່ຫິວ ຫຼື ບໍ່ມີເວລາ ຄວນກິນອາຫານຫວ່າງທີ່ມີປະໂຫຍດມື້ລະໜ້ອຍ ເພື່ອໃຫ້ຮ່າງກາຍໄດ້ຮັບພະລັງງານ ແລະ ສານອາຫານທີ່ເໝາະສົມ.
- ຊົດເຊີຍການສູນເສຍນໍ້າ ໂດຍການດື່ມນໍ້າໃຫ້ພຽງພໍ ສຳລັບຜູ້ທີ່ອອກກຳລັງກາຍໜັກ ນັກແລ່ນໄລຍະໄກ ຫຼື ຄົນທີ່ອອກກຳລັງກາຍ ຫຼື ແລ່ນໃນສະພາບອາກາດທີ່ຮ້ອນຫຼາຍ ການດື່ມເຄື່ອງດື່ມທີ່ມີເກືອແຮ່ (Energy drink) ແມ່ນອີກທາງເລືອກໜຶ່ງທີ່ຊ່ວຍທົດແທນການສູນເສຍນໍ້າ ແລະ ແຮ່ທາດໄດ້.
- ເລືອກອາຫານທີ່ຖືກຫຼັກໂພຊະນາການຄົບໝູ່ອາຫານ ເນັ້ນໃສ່ອາຫານທີ່ມີແຮ່ທາດ ແລະ ວິຕາມິນຕາມຄວາມຕ້ອງ ການຂອງແຕ່ລະຄົນ. ການອອກໄປແລ່ນບໍ່ແມ່ນເລື່ອງຍາກ ແຕ່ຕ້ອງແລ່ນດ້ວຍຄວາມເຂົ້າໃຈ ເລືອກກິນອາຫານໃຫ້ເປັນປະໂຫຍດ ດັ່ງນັ້ນການແລ່ນໃຫ້ສຸຂະພາບດີ ແລ່ນໃຫ້ໄດ້ເຕັມປະສິດທິພາບ ແລະ ແລ່ນເຂົ້າສູ່ຊີວິດໃໝ່ທີ່ມີສຸຂະພາບແຂງແຮງ.