ໃນວັນທີ 14 ຕຸລາ 2020 ທີ່ຜ່ານມານີ້, ສະມາຊິກສະພາແຫ່ງຊາດ ໄດ້ເດີນທາງໄປຢ້ຽມຢາມບໍລິສັດວິສະວະກໍາທາງລົດໄຟເລກ 2 ສປ ຈີນ ທີ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອກວດກາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ນຳພາຄະນະໂດຍທ່ານ ສາຍທອງ ແກ້ວດວງດີ, ປະທານກໍາມາທິການກົດໝາຍສະພາແຫ່ງຊາດ, ສສຊ ເຂດ 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ.

ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກໍຄື ເລີ່ມຈາກຊາຍແດນບໍ່ເຕັນ (ແຂວງຫຼວງນ້ຳທາ) ຫາ ນະຄອນຫຼວງວຽງຈັນ ຖືວ່າເປັນເສັ້ນທາງລົດໄຟຂອງເອເຊຍທີ່ກຳລັງກໍ່ສ້າງໃໝ່ອີກເສັ້ນທາງໜຶ່ງ, ເຊິ່ງມີຈຸດເລີ່ມຕົ້ນຈາກ ຊາຍແດນ ລາວ-ຈີນ ຄືດ່ານບໍ່ເຕັນ ສປປ ລາວ ທີ່ຕິດກັບເສັ້ນທາງລົດໄຟໃໝ່ຂອງ ຢູ່ຍຊີ-ບໍ່ຫານ ແຂວງຢູນນານ ສປ ຈີນ ຈຸດໝາຍປາຍທາງແມ່ນທີ່ນະຄອນຫຼວງວຽງຈັນ.
ເສັ້ນທາງລົດໄຟດັ່ງກ່າວ ແມ່ນເປັນທາງລົດໄຟແບບເສັ້ນດຽວທີ່ນຳໃຊ້ລະບົບໄຟຟ້າ ມີຄວາມໄວ 160 km/h ແລະ ມີຄວາມຍາວທັງໝົດ 422.4 km, ຄວາມຄືບໜ້າຂອງວຽກງານກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາຮອດປະຈຸບັນນີ້ ຄື: ວຽກວິສະວະກຳ ສຳເລັດ 88%, ວຽກຂົວ-ທາງ ສຳເລັດ 95,5%, ວຽກວາງລາງ ສຳເລັດ 55,9%, ວຽກລະບົບ 18,7%, ວຽກກໍ່ສ້າງສະຖານີ ສຳເລັດ 21,7%. ຄາດໝາຍການກໍ່ສ້າງແມ່ນຮອດ ເດືອນ 7-8 ປີ 2021 ໃຫ້ສຳເລັດ ແລະ ເປີດນຳໃຊ້.

ສຳລັບການລົງທຶນສະສົມແມ່ນຈຳນວນ 21,368 ຕື້ຢວນ, ເສັ້ນທາງລົດໄຟດັ່ງກ່າວ ນັບແຕ່ ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ແມ່ນມີອຸໂມງທັງໝົດ 75 ແຫ່ງ, ຂົວ 164 ແຫ່ງ ແລະ ປະກອບມີ 3 ສະຖານີຄື: ສະຖານີນາເຕີຍ, ສະຖານີກາສີ ແລະ ສະຖານີນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວ, ສສຊ ໄດ້ຮັບຟັງການລາຍງານຄວາມຄືບໜ້າການກໍ່ສ້າງເສັ້ນທາງລົດໄຟ ແລະ ທ່ານ ສາຍທອງ ແກ້ວດວງດີ ຕາງໜ້າໃຫ້ກັບຄະນະຜູ້ແທນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານທຸກໆຄົນ ລວມທັງພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນຕອນທ້າຍ ທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປຸກລະດົມປວງຊົນຊາວລາວ ໃຫ້ການຮ່ວມມືກັບໂຄງການກໍ່ສ້າງຢ່າງຈິງຈັງ ໂດຍສະເພາະ ໃນການປົກປັກຮັກສາເສັ້ນທາງລົດໄຟ, ປ້ອງກັນບໍ່ໃຫ້ສັດລ້ຽງເຂົ້າໄປໃນບໍລິເວນລົດໄຟແລ່ນຜ່ານ ເພື່ອຄວາມປອດໄພ ແລະ ປ້ອງກັນອຸບັດເຫດ.
Medialaos MMD