ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ພະຈິກ 2020 ນີ້, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນ ແລະ ສັງລວມຄຳສະເໜີ ຂອງປະຊາຊົນ ຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາ, ຜ່ານການເຄື່ອນໄຫວ ຕິດຕາມກວດກາ ປະຈໍາປີ 2020 ເຫັນວ່າມີຫລາຍບັນຫາທີ່ສຳຄັນ, ໃນນັ້ນຫາງສຽງຂອງສັງຄົມ ສ່ວນຫລາຍແມ່ນ ຢາກໃຫ້ແກ້ໄຂບັນຫາ ການຊື້-ຂາຍຫວຍໃນປັດຈຸບັນ, ເຊິ່ງມີທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ແລະ ຫວຍພັດທະນາ ແມ່ນອອກ 2 ຄັ້ງຕໍ່ອາທິດ ເຊິ່ງເຫັນວ່າອອກຫວຍຫລາຍໂພດເປັນການເບື່ອເມົາເກີນໄປ.
ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຍັງໃຫ້ຮູ້ອີກວ່າ: ນອກຈາກການອອກຫວຍຫລາຍຄັ້ງແລ້ວ, ປະຊາຊົນສະເໜີ ໃຫ້ມີການຄວບຄຸມ ລາຄາສິນຄ້າອຸປະໂພກ, ບໍລິໂພກ ຢູ່ທ້ອງຕະຫລາດທີ່ຖີບຕົວສູງຂຶ້ນ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ສະເໜີໃຫ້ພິຈາລະນາຍົກລະດັບເງິນເດືອນລັດຖະກອນຂຶ້ນຕື່ມ, ເຊິ່ງເປັນເຫດຜົນໜຶ່ງເພື່ອແກ້ໄຂບັນຫາຫຍໍ້ທໍ້ໃນຖັນແຖວພະນັກງານ-ລັດຖະກອນ ໃນການເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ, ຈັນຍາບັນຂອງພະນັກງານ ແລະ ອື່ນໆ; ພ້ອມກັນນີ້, ບັນດາຜູ້ຊົງຄຸນວຸທິ, ຊັ້ນຄົນປັນຍາຊົນຫລາຍທ່ານມີຄວາມເປັນຫ່ວງຕໍ່ການພັດທະນາການສຶກສາຢູ່ຊົນນະບົດ ທີ່ຄູສອນມີຄວາມຕັ້ງໃຈດີ, ມີຄວາມເສຍສະຫລະແຕ່ເງື່ອນໄຂອື່ນບວກກັບປະສົບການສິດສອນເຫັນວ່າຍັງມີຂໍ້ຈໍາກັດ, ຄູຜູ້ໜຶ່ງສອນຫລາຍຫ້ອງ, ຄູອາສາສະໝັກປະສົບການການສອນບໍ່ຫລາຍ ມີຫຍຸ້ງຍາກດ້ານຊີວິດການເປັນຢູ່ເພາະບໍ່ມີເງິນເດືອນ ແລະ ອື່ນໆ. ສະນັ້ນຂໍໃຫ້ການຈັດຕັ້ງພັກ-ລັດ ກໍຄື ຂະແໜງການກ່ຽວຂ້ອງເອົາໃຈໃສ່ ຈັດເປັນບູລິມະສິດໃນການແກ້ໄຂບັນຫາຫຍຸ້ງຍາກດັ່ງກ່າວ ໂດຍສຸມໃສ່ເປັນບ້ານ, ເປັນເມືອງເຂດຊົນນະບົດເປັນຕົ້ນຕໍ.
ສ່ວນການຊຸກຍູ້ສົ່ງເສີມເສດຖະກິດ ໃນເງື່ອນໄຂທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແກ່ຍາວມາຫລາຍເດືອນ ແລະ ຍັງບໍ່ຮູ້ມື້ສິ້ນສຸດ, ສົ່ງຜົນກະທົບຕໍ່ການດໍາເນີນທຸລະກິດ, ມີຫລາຍກິດຈະການຢຸດເຊົາຈຶ່ງສະເໜີໃຫ້ຂະແໜງການກ່ຽວຂ້ອງມີນະໂຍບາຍຊັດເຈນ, ມີວິທີແກ້ໄຂຊ່ວຍທຸລະກິດ ຕາມມະຕິ 09/ລບ, ລົງວັນທີ 28 ສິງຫາ 2020 ເປັນຕົ້ນແມ່ນ ບັນດານະໂຍບາຍສົ່ງເສີມທຸລະກິດ SME ໃຫ້ສະດວກວ່ອງໄວຂຶ້ນເພື່ອຊ່ວຍຜູ້ປະກອບການບໍ່ໃຫ້ລົ້ມລະລາຍ; ສະເໜີໃຫ້ການແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ ເຊິ່ງເປັນບັນຫາເກົ່າທີ່ເຄີຍສະເໜີຕໍ່ກອງປະຊຸມສະພາແຕ່ລະປີຜ່ານມາ ເປັນຕົ້ນ ບັນຫາອຸບັດເຫດ, ຢາເສບຕິດ, ຂີ້ລັກງັດແງະ, ຊີງຊັບ ຍັງແກ້ໄຂບໍ່ໄດ້ ເຊິ່ງເປັນສິ່ງທ້າທາຍຕໍ່ກົດໝາຍ ແລະ ບັນຫາສຳຄັນອື່ນໆ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)