ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອໄຂຍຸງລາຍ ຫລື ໄຂ້ເລືອດອອກ ໃນຂອບເຂດທົ່ວປະເທດ ທັງໝົດ 7.864 ກໍລະນີ, ເສຍຊີວິດ 12 ກໍລະນີ, ໃນນັ້ນຕິດຫລາຍກວ່າໝູ່ ແມ່ນຢູ່ນະຄອນຫລວງວຽງຈັນ 1.777 ກໍລະນີ, ແຂວງບໍລິຄຳໄຊ 918 ກໍລະນີ, ບໍ່ແກ້ວ 736 ກໍລະນີ, ວຽງຈັນ 697 ກໍລະນີ, ສະຫວັນນະເຂດ 707 ກໍລະນີ, ຫລວງພະບາງ 657 ກໍລະນີ ແລະ ແຂວງອື່ນໆຕາມລັບດັບ.
ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ກະຊວງ ສາທາລະນະສຸກ ໄດ້ໃຫ້ຮູ້ ໃນວັນທີ 16 ພະຈິກ 2020 ນີ້ວ່າ: ການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ ຢູ່ ສປປ ລາວ ເປັນປະກົດການຫຍໍ້ທໍ້ໜຶ່ງ ທີ່ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງພວມສຸມໃສ່ປັບປຸງແກ້ໄຂ ເພື່ອເຮັດໃຫ້ຕົວເລກຜູ້ຕິດເຊື້ອຫລຸດລົງເທື່ອລະກ້າວ, ເຊິ່ງນັບແຕ່ວັນທີ 1 ມັງກອນ ຫາ 15 ພະຈິກ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 7.864 ຄົນ, ເສຍຊີວິດ 12 ກໍລະນີ ໃນນັ້ນ, ນະຄອນຫລວງວຽງຈັນ ເສຍຊີວິດ 4 ກໍລະນີ, ບໍລິຄຳໄຊ 2 ກໍລະນີ, ຄຳມ່ວນ 2ກໍລະນີ, ໄຊຍະບູລີ 1 ກໍລະນີ, ຊຽງຂວາງ 1 ກໍລະນີ, ສະຫວັນນະເຂດ 1 ກໍລະນີ ແລະ ຜົ້ງສາລີ 1 ກໍລະນີ.
ໃນໂອກາດນີ້, ທ່ານ ສີສະຫວາດ ສຸດທານີລະໄຊ ຍັງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ກໍຄື ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນຮ່ວມແຮງຮ່ວມໃຈກັນໃນການປະຕິບັດຫລັກການ 5 ປ ຢ່າງເຄັ່ງຄັດ, ໃຫ້ເປັນປະຈຳ, ຖ້າເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.
ສຳລັບລາຍລະອຽດ ຂອງຄຳແນະນຳວິທີການນຕ່າງໆ ຫລືຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)