ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດລ້ຽງ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ທີ່ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ມີຕາງໜ້າອຳນາດການປົກຄອງເມືອງ, ສັດຕະວະແພດບ້ານ, ຕະຫຼອດຮອດປະຊາຊົນ ແລະ ກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານນໍ້າຍາງໜຶ່ງເຂົ້າຮ່ວມ.
ທ່ານ ບຸນສົດ ອິນທະປັນຍາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ກໍໄດ້ໃຫ້ກຽດຂຶ້ນກ່າວເປີດພິທີສະເຫຼີມສະຫຼອງວັນຊົນ ລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດລ້ຽງ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງ ເພື່ອເປັນການກະຕຸກຊຸກຍູ້ໃຫ້ປະຊາຊົນ ປູກພືດລະດູແລ້ງ ໃຫ້ເປັນຂະບວນ ກວ້າງຂວາງຟົດຟື້ນ, ທົ່ວເມືອງມີຊົນລະປະທານຖາວອນທັງໝົດ 25 ແຫ່ງ ປະຖົມປະຖານ 130 ແຫ່ງ ສາມາດສະໜອງນ້ຳເຂົ້າໃສ່ການຜະລິດລະດູຝົນໄດ້ 228,59 ເຮັກຕາ ແລະ ລະດູແລ້ງ 97 ເຮັກຕາໄປຄຽງຄູ່ກັບການເກັບກູ້ຜົນຜະລິດລະດູຝົນແລ້ວ, ຊາວກະສິກອນຢູ່ເມືອງເງິນຍັງໄດ້ສຸມໃສ່ປູກພືດລະດູແລ້ງໃຫ້ໄດ້ 690 ເຮັກຕາ ໃນນັ້ນ ພືດສິນຄ້າ 280 ເຮັກຕາ ແລະ ພືດສະບຽງອາຫານ 410 ເຮັກຕາ ເປັນຕົ້ນແມ່ນສາລີແຂງ, ສາລີຫວານ, ຜັກກາດ , ຜັກບົ່ວ ແລະ ຜັກທຽມ.
ປັດຈຸບັນທົ່ວເມືອງ ມີຝູງສັດລ້ຽງທັງໝົດ 321.157 ໂຕ ໃນນີ້ມີຄວາຍ 1.260 ໂຕ, ຊ້າງ 3 ໂຕ, ງົວ 13.390 ໂຕ, ໝູ 15.888 ໂຕ, ແກະແບ້ 1.068 ໂຕ ແລະ ສັດປີກ 289.548 ໂຕ. ພາຍຫຼັງສຳເລັດພິທີເປັນທາງການແລ້ວ, ທາງຄະນະປະທານ ແລະ ແຂກກໍໄດ້ພ້ອມກັນສັກຢາປ້ອງກັນພະຍາດສັດລ້ຽງຫຼາຍຊະນິດເປັນຕົ້ນແມ່ນຢາປ້ອງກັນພະຍາດເຕົ້າໂຮມເລືອດງົວ-ຄວາຍ, ຢາປ້ອງກັນພະຍາດປາກເປື່ອຍລົງເລັບຈຳນວນ 340ໂຕ ໃນນີ້ມີງົວ 150 ໂຕ, ກັນວໍ້ໝາ 40 ໂຕ.
ຈາກນັ້ນກໍໄດ້ແຈກຢາຍຢາປ້ອງກັນພະຍາດສັດລ້ຽງໃຫ້ສັດຕະວະແພດບ້ານຈຳນວນ 9 ບ້ານລວມມີ 212 ແກ້ວ ເພື່ອນໍາໄປສັກສັດລ້ຽງໃຫ້ປະຊາຊົນຢູ່ແຕ່ລະບ້ານ ແລະ ກໍໄດ້ພ້ອມກັນເປີດປະຕູນໍ້າ ຢູ່ອ່າງເກັບນໍ້າຫ້ວຍນານ້ອຍ ເຂົ້າສູ່ການຜະລິດລະດູແລ້ງອີກດ້ວຍ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)