ປັດຈຸບັນໃນຂອບເຂດທົ່ວປະເທດ ພາກສ່ວນຕ່າງໆທັງອົງການຈັດຕັ້ງພັກ-ລັດ, ຫົວ ໜ່ວຍທຸລະກິດເອກະຊົນ ແລະ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນໄດ້ຕັ້ງ ໜ້າຈັດຕັ້ງປະຕິບັດສ້າງຜົນງານເພື່ອຂຳ່ນັບຮັບຕ້ອນໃຫ້ແກ່ວັນສຳຄັນຕ່າງໆຂອງຊາດໂດຍສະເພາະ ກໍຄືວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຄວາມໝາຍ ແລະ ບັນລຸຜົນສຳເລັດ.
ສຳລັບຢູ່ນະຄອນຫຼວງວຽງຈັນກໍຢູ່ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຄຶກຄື້ນຂອງທຸກພາກສ່ວນທີ່ກຳລັງເອົາໃຈໃສ່ຢ່າງຕັ້ງໜ້າເປັນຂະບວນຟົດ ຟື້ນ ແລະ ມີຄວາມໝາຍ ຊຶ່ງນອກຈາກຈະເອົາໃຈໃສ່ເຂົ້າໃນການຜະລິດໃຫ້ມີຄວາມຫຼາກຫຼາຍ, ກວ້າງຂວາງເພື່ອສ້າງລາຍຮັບເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມສີວິໄລຂຶ້ນຢ່າງຕໍ່ເນື່ອງ, ໃນນັ້ນກໍໄດ້ມີການຈັດກິດຈະກຳຫຼາຍຢ່າງເຊັ່ນ: ຂະບວນການແຂ່ງຂັນກິລາ, ສິລະປະ, ກິດຈະກຳຖາມຕອບວິທະຍາສາດ ແລະ ອື່ນໆ ເປັນເຈົ້າການປະດັບປະດາຕາມສຳນັກງານອົງການໃນຕົວເມືອງຕ່າງໆ ແລະ ຕາມເສັ້ນທາງ ກໍໄດ້ນຳເອົາທຸງຊາດ, ທຸງພັກ, ທຸງທິວ ແລະ ປ້າຍຄຳຂວັນມາຕິດຕັ້ງໃຫ້ມີຄວາມສວຍງາມ ແລະ ມີຄວາມໝາຍ, ທັງໝົດນີ້ແມ່ນຄວາມເປັນເຈົ້າການ, ຄວາມຕື່ນຕົວສູງຂອງທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ດ້້ວຍຄວາມຮັບຜິດຊອບສູງ ໂດຍສະເພາະພາຍໃຕ້ການຊີ້ນຳ ແລະ ນຳພາຂອງຄະນະພັກຄະນະບັນຊາຂອງອົງການຈັດຕັ້ງຕ່າງໆເຮັດໃຫ້ທຸກຂະບວນການມີບັນຍາກາດ ແລະ ມີຄວາມໝາຍຕໍ່ຊາດຢ່າງແທ້ຈິງ.
ງານສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ອີກບໍ່ພໍເທົ່າໃດວັນກໍຈະຮອດມື້ສະເຫຼີມສະຫຼອງເພື່ອເຮັດໃຫ້ງານດັ່ງກ່າວລຸລ່ວງໄປດ້ວຍຜົນສຳເລັດ, ສະນັ້ນທຸກຄົນໃນສັງຄົມຕ້ອງຮ່ວມແຮງຮ່ວມໃຈກັນ ແລະ ມີຄວາມສາມັກຄີເປັນປຶກແຜ່ນໃນການເປັນເຈົ້າການ ໂດຍສະເພາະໃຫ້ເປັນຫູເປັນຕາຊ່ວຍທາງເຈົ້າໜ້າທີ່ໃນການສັງເກດກຸ່ມຄົນທີ່ບໍ່ຫວັງດີຈະມາສ້າງປະກົດການຫຍໍ້ທໍ້ບໍ່ດີໃນສັງຄົມເຮັດໃຫ້ບ້ານ, ເມືອງບໍ່ມີຄວາມສະຫງົບ, ບໍ່ມີຄວາມປອດໄພ, ສັງຄົມວຸ້ນວາຍກໍ່ໃຫ້ເກີດມີຄວາມຫຍຸ້ງຍາກ ແລະ ມີຄວາມສັບສົນຕ່າງໆ, ຖ້າຫາກພົບເຫັນບັນຫາໃດທີ່ບໍ່ສອດຄ່ອງກັບລະບຽບ, ກົດໝາຍບ້ານເມືອງແມ່ນຕ້ອງໃຫ້ແຈ້ງຕໍ່ທາງເຈົ້າໜ້າທີ່ ເພື່ອຈະໄດ້ລົງໄປຕິດຕາມກວດກາໃຫ້ມັນຖືກຕ້ອງ ແລະ ສອດຄ່ອງຫຼີກລ່ຽງເພື່ອບໍ່ໃຫ້ມີປະກົດການບໍ່ດີເກີດຂຶ້ນ, ເຊື່ອແນ່ວ່າທຸກຄົນຫາກພ້ອມໃຈກັນມີສະຕິຊ່ວຍກັນພ້ອມພຽງກັນເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງມີການປະສານງານຢ່າງກົມກຽວ ແລະ ທັນການຈະເຮັດໃຫ້ບັນຫາທີ່ເກີດຂຶ້ນສາມາດແກ້ໄຂໄດ້ຢ່າງທັນການ ຊຶ່ງຈະເຮັດໃຫ້ງານສະເຫຼີມສະຫຼອງ ສປປ ລາວ ຄົບຮອບ 45 ປີ ມີຄວາມສະຫງົບປອດໄພບໍ່ມີບັນຫາບໍ່ດີເກີດຂຶ້ນຢ່າງແນ່ນອນ.
ງານ ສະເຫຼີມສະຫຼອງການສະຖາ ປະນາປະເທດຊາດ 45 ປີ ແມ່ນການຢັ້ງຢືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ໂດຍພາຍໃຕ້ການ ຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີຄວາມປີຊາສາມາດ ແລະ ສະຫຼາດສ່ອງໃສເຮັດໃຫ້ປະເທດຊາດໄດ້ມີຄວາມສະຫງົບປອດໄພ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ ພ້ອມກັນທຳມາຫາກິນຢ່າງສະດວກສະບາຍ ແລະ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສີວິໄລຮອດທຸກມື້ນີ້ ແລະ ພາຍໃຕ້ການຊີ້ນຳ-ນຳພາຂອງພັກຕະຫຼອດມາປະຊາຊົນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈດີຕໍ່ແນວທາງນະໂຍບາຍຂອງພັກ ໂດຍໄດ້ນຳເອົາແນວທາງດັ່ງກ່າວໄປຈັດຕັ້ງປະຕິບັດໃນການດຳລົງຊີວິດເຮັດໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.
ສັງລວມ ແລ້ວ ສປປ ລາວ ຕະຫຼອດ 45 ປີຜ່ານມາພາຍໃຕ້ຮົ່ມຄັັນທຸງຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ປະເທດຊາດຮຸ່ງເຮືອງເຫຼືອງເຫຼືອ ແລະ ມີຄວາມພັດທະນາກ້າວຂຶ້ນຢ່າງມີໄຊ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)