ໃນວັນທີ 24 ເດືອນພະຈິກ ປີ 2020 ມື້ນີ້ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (NCAWMC) ດ້ວຍການສະໜັບສະໜູນຂອງອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຮັບຟັງສຽງຂອງເດັກ ຊຶ່ງເປັນບ່ອນຂອງພວກເຂົາ ທີ່ຢາກຊີ້ແຈງຄວາມກັງວົນຂອງພວກເຂົາ ແລະ ສະເໜີວິທີແກ້ໄຂຕໍ່ກັບສິ່ງທ້າທາຍທີ່ມີຢູ່ໃນການຈັດ ຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ (CRC) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19.
ໃນຈຳນວນເດັກທັງໝົດ 24 ຄົນ ທີ່ມີອາຍຸແຕກຕ່າງກັນ ແຕ່ 11 ຫາ 17 ປີ ຈາກ 18 ແຂວງທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືນີ້ ແລະ ຈະເປັນການປະກອບສ່ວນເຂົ້າໃນການຈິນຕະນາການຄືນໃໝ່ ເຖິງວິໄສທັດຂອງພວກເຂົາ ສຳລັບປີ 2030 ໃນຊ່ວງທີ່ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ພວມຢູ່ໃນຊີວິດຂອງພວກເຂົາ. ເອກະສານຜົນໄດ້ຮັບ ຊຶ່ງເປັນໝາກຜົນຂອງກອງປະຊຸມຄັ້ງນີ້ຈະນຳໄປປຶກສາຫາລື ແລະ ນຳສະເໜີໃນງານລະດັບສູງກັບລັດຖະບານ, ຄູ່ຮ່ວມພັດ ທະນາ, ອົງການຈັດຕັ້ງສັງຄົມ (CSO) ແລະ ພາກເອກະຊົນ ທີ່ຈະຈັດຂື້ນໃນວັນທີ 25 ເດືອນພະຈິກ 2020 ທີ່ນະຄອນຫຼວງວຽງຈັນ.
ທ່ານ ນາງ ຈົງຈິດ ຈັນທະຣານົນ, ຮອງເລຂາທິການຄະນະປະຈຳ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ ແລະ ເດັກ ກ່າວວ່າ: “ເດັກແມ່ນຜູ້ນຳໃນມື້ອື່ນພວກເຂົາແມ່ນຜູ້ໄດ້ຮັບຜົນປະໂຫຍດ ແລະ ເປັນເປົ້າໝາຍຂອງນະໂຍບາຍໃນປະຈຸບັນ ແຕ່ພວກເຂົາຍັງເປັນຜູ້ທີ່ເຮັດໃຫ້ມີການປ່ຽນແປງອີກດ້ວຍ ຈາກການຕັດສິນໃຈໃນມື້ນີ້ເດັກ ແລະ ໄວໜຸ່ມເຫຼົ່ານີ້ຈະເປັນຜູ້ສືບທອດ ແລະ ກຳນົດອະນາຄົດຂອງປະເທດໃນຊຸມປີຕໍ່ໜ້າ. ດັ່ງນັ້ນ ເປັນສິ່ງສຳຄັນທີ່ຈະຮັບຮູ້ເຖິງບົດບາດທີ່ເດັກ ແລະ ໄວໜຸ່ມສາມາດມີໄດ້ ແລະ ຕ້ອງມີບົດບາດໃຫ້ເປັນຊັບສິນ ແລະ ຜູ້ແກ້ໄຂບັນຫາຕ່າງໆ ໃນຂະນະທີ່ສົນທະນາເຖິງເປົ້າໝາຍການພັດທະນາໃນອະນາຄົດ”.
ດັ່ງທີ່ໄດ້ລະບຸໄວ້ ໃນມາດຕາ 12 ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ຂອງອົງການສະຫະປະຊາຊາດ, ເດັກ ແລະ ໄວໜຸ່ມ ອາຍຸ ຕໍ່າກວ່າ 18 ປີ ທຸກຄົນມີສິດເຂົ້າຮ່ວມ ແລະ ມີຄວາມຄິດເຫັນຂອງຕົນ ລວມເຂົ້າໃນຂັ້ນຕອນການຕັດສິນໃຈທີ່ກ່ຽວຂ້ອງກັບຊີວິດຂອງພວກເຂົາ. ຜ່ານກອງປະຊຸມປຶກສາຫາລືນີ້ ລັດຖະບານ ແລະ ອົງການຢູນິເຊັບ ພວມເຮັດວຽກຮ່ວມກັບເດັກ ແລະ ໄວໜຸ່ມ ເພື່ອຮັບຟັງຄວາມຄິດເຫັນ ແລະ ຄວາມເຂົ້າໃຈທີ່ມີຄຸນຄ່າ ກ່ຽວກັບວິທີການທີ່ດີທີ່ສຸດເພື່ອເຮັດໃຫ້ສິດທິຂອງພວກເຂົາໄດ້ຮັບການສົ່ງເສີມ, ປົກປ້ອງ ແລະ ບັນລຸຜົນ ໂດຍສະເພາະໃນຊ່ວງເວລາທີ່ທ້າທາຍນີ້.
ທ່ານ ນາງປີອາ ເຣເບໂຣ ບຣີໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປລາວ ກ່າວວ່າ: “ພວກເຮົາຊຶ່ງເປັນຜູ້ໃຫຍ່ຢູ່ໃນກອງປະ ຊຸມນີ້ແມ່ນເພື່ອຮັບຟັງສິ່ງທີ່ເດັກທັງຫຼາຍຕ້ອງບອກພວກເຮົາ. ເດັກທັງຫຼາຍມີສິ່ງທີ່ຈະເວົ້າໃນປະເທດລາວວ່າ ພວກເຮົາຢາກສ້າງແບບລວມໝູ່ ແລະ ນີ້ແມ່ນເຫດຜົນທີ່ກອງປະຊຸມປຶກສາຫາລືໃນມື້ນີ້ມີຄວາມສຳຄັນຫຼາຍ ຍ້ອນວ່າເຮັດໃຫ້ເດັກທັງຫຼາຍມີເວທີເພື່ອສະແດງຄວາມກັງວົນຂອງຕົນ ແຕ່ຍັງລວມເຖິງວິທີແກ້ໄຂ ແລະ ແນວຄວາມຄິດຕ່າງໆ ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້. ວິໄສທັດຂອງເດັກທັງຫຼາຍໃນການສ້າງປະເທດທີ່ເໝາະສົມກັບເດັກທຸກຄົນແມ່ນສິ່ງສຳຄັນ ແລະ ພວກເຮົາບໍ່ສາມາດລໍຄອຍ ເພື່ອຮັບຟັງສິ່ງທີ່ເດັກທັງຫຼາຍຢາກບອກພວກເຮົາອີກແລ້ວ. ທ່ານນາງບຣີໂຕ ຍັງກ່າວຕືມອີກວ່າ: “ດ້ວຍຄວາມພ້ອມພຽງຮຽງໜ້າກັນ ພວກເຮົາຈະສາມາດສ້າງຄວາມມຸ່ງໝັ້ນເພື່ອບັນລຸວິໄສທັດນີ້.”
ກອງປະຊຸມປຶກສາຫາລືນີ້ແມ່ນສ່ວນໜຶ່ງຂອງກິດຈະກຳຕ່າງໆ ທີ່ຈັດຂື້ນເພື່ອສະເຫຼີມສະຫຼອງວັນເດັກໂລກ ທີ່ໄດ້ຈັດຂື້ນໃນວັນທີ 20 ເດືອນພະຈິກ 2020 ເປັນວັນຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກຊຶ່ງເປັນໜຶ່ງໃນບັນດາສົນທິສັນຍາສິດທິມະນຸດທີ່ຖືກຮັບຮອງເອົາຫຼາຍທີ່ສຸດໃນໂລກ.