ນະຄອນຫຼວງວຽງຈັນ ວັນທີ 25 ເດືອນພະຈິກ ປີ 2020 ກອງປະຊຸມລະດັບສູງການຈິນຕະນາການຄືນໃໝ່ກ່ຽວກັບຄົນລາວລຸ້ນປີ 2030 ເພື່ອສະເຫຼີມສະຫຼອງວັນເດັກໂລກ, ຊຶ່ງເປັນງານສະເຫຼີມ ສະຫຼອງໃນທົ່ວໂລກ ໃນວັນທີ 20 ເດືອນພະຈິກ 2020 ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ, ປະທານສະຫາພັນເເມ່ຍິງລາວ ເເລະ ຮອງປະທານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ (ຄຊກມດ); ທ່ານ ນາງ ຊາຣາ ເຊັກເກັນເນສ໌, ຜູ້ປະສານງານອົງການສະຫະປະຊາຊາດ; ທ່ານ ນາງ ດຣ. ເພຍ ເຣເບວໂຣ ບຣີດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ; ບັນດາຮອງເຈົ້າແຂວງຈາກ 18 ແຂວງ, ຜູ້ຕາງໜ້າພາກເອກະຊົນ, ອົງການ NGOs ແລະ ອົງການຈັດຕັ້ງສັງຄົມ (CSOs), ຄູ່ຮ່ວມພັດທະນາ ແລະ ເດັກ ຫົວຂໍ້ກອງປະຊຸມໃນຄັ້ງນີ້ແມ່ນ: ການຈິນຕະນາການໃໝ່ກ່ຽວກັບປະເທດ ໃນຍຸກພະຍາດໂຄວິດ-19 ບັນດາພາກ ສ່ວນກ່ຽວຂ້ອງທີ່ໄດ້ເຊັນຄຳມຸ່ງໝັ້ນໃນປີກາຍນີ້ເນື່ອງໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ ([email protected]) ໄດ້ລວບລວມເອົາຄວາມຄືບໜ້າຈົນຮອດປະຈຸບັນນີ້ ແລະ ໄດ້ວິເຄາະສິ່ງທ້າທາຍທີ່ມີຢູ່ໃນໂລກ ຫຼັງການແຜ່ລະບາດຂອງພະຍາດ.
ພະຍາດໂຄວິດ-19 ບໍ່ພຽງແຕ່ເປັນວິກິດການດ້ານສາທາລະນະສຸກເທົ່ານັ້ນ ມັນຍັງເປັນຜົນກະທົບໃນທຸກຂະແໜງການອີກດ້ວຍ ໃນບົດກ່າວເປີດຂອງ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ໄດ້ກ່າວວ່າ: “ພວກເຮົາພວມປະສົບກັບຄວາມຫຍຸ້ງຍາກດ້ານສັງຄົມ ແລະ ດ້ານເສດຖະກິດ ແລະ ມີຄວາມສ່ຽງທີ່ຈະສູນເສຍຄວາມຄືບໜ້າເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂຮງຮຽນຂອງພວກເຮົາຖືກປິດລົງ ຊຶ່ງມີຜົນກະທົບຕໍ່ເສັ້້ນທາງການຮຽນຮູ້ຂອງບັນດານັກຮຽນຂອງພວກເຮົາ ນອກນັ້ນການລົບກວນໃນຕ່ອງໂສ້ການສະໜອງ ແລະ ໂຄງລ່າງພື້ນຖານການໃຫ້ວັກຊີນກັນພະຍາດ ເຮັດໃຫ້ເດັກມີຄວາມສ່ຽງ ຍ້ອນວ່າອັດຕາກວມຂອງການໃຫ້ວັກຊີນກັນພະຍາດຫຼຸດລົງ ແລະ ຍິ່ງໄປກ່ວານັ້ນການເຄື່ອນໄຫວໄປມາຂອງພະນັກງານແຖວໜ້າກໍ່ຖືກຈຳກັດ ເຮັດໃຫ້ເປັນການລົບກວນຕໍ່ການໃຫ້ບໍລິການໃນຊຸມຊົນ. ປະຈຸບັນນີ້, ພວກເຮົາມີໂອກາດເພື່ອຈິນຕະນາການຄືນໃໝ່ກ່ຽວກັບປະເທດລາວ ທີ່ພວກເຮົາຢາກໃຫ້ເປັນ ເພື່ອລູກຫຼານຂອງພວກເຮົາ ແລະ ຢືນຢັນຄວາມມຸ່ງໝັ້ນຂອງພວກເຮົາເອງໃນການປັບປຸງຊີວິດຂອງພວກເດັກ ເພາະວ່າຜົນສຳເລັດສໍາລັບເດັກ ແມ່ນມີຄວາມສ່ຽງວ່າຈະບໍ່ສາມາດປະຕິບັດໃຫ້ສຳເລັດແລ້ວ” ບັນດາຜູ້ເຂົ້າຮ່ວມໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນການສືບຕໍ່ພັດທະນາແຫຼ່ງຊັບພະຍາກອນມະນຸດຂອງລາວ ດ້ວຍການຫຼຸດຜ່ອນອັດຕາສ່ວນຂອງເດັກທີ່ມີຄວາມຂາດເຂີນໃນຫຼາຍດ້ານລົງເຄິ່ງໜຶ່ງ ໃນປີ 2030 ແລະ ເຮັດໃຫ້ການລົງທືນໃສ່ເດັກ, ເຍົາວະຊົນ ແລະ ໄວໜຸ່ມ ເປັນບູລິມະສິດທີ່ສຳຄັນ ໂດຍສະເພາະໃນສະພາບການປັດຈຸບັນຂອງການແຜ່ລະບາດຂອງພະຍາດ ໂຄວິດ-19.

ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ (ຄຊກມດ) ກ່າວວ່າ: “ເດັກກຳລັງໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ກໍ່ຍ້ອນມາຈາກຄວາມບໍ່ສະເໝີພາບທີ່ເຮັດໃຫ້ການແຜ່ລະບາດຂອງພະຍາດເພີ່ມຂຶ້ນເປັນທະວີຄູນ ສິ່ງນີ້ໄດ້ກາຍເປັນສີ່ງທີ່ເລັ່ງລັດຮີບດ່ວນໃນການພັດທະນາແຫຼ່ງທຶນມະນຸດຂອງລາວ ດ້ວຍການບັນລຸເຖິງເປົ້າໝາຍການພັດທະນາແບບຍື່ນຍົງ SDG1 ແລະ ເປົ້າໝາຍແຫ່ງຊາດ ຈຳເປັນຕ້ອງໄດ້ເອົາວິໄສທັດ ປີ 2030 ປະກອບເຂົ້າໃນແຜນປະຕິບັດຕົວຈິງທີ່ກະຈາຍໄປທົ່ວທຸກແຂວງ ໂດຍມີບັນດາຮອງເຈົ້າແຂວງຈະສ້າງແຜນປະຕິບັດງານທີ່ຈະຈັດຕັ້ງປະຕິບັດໃນຂັ້ນທ້ອງຖິ່ນ ແລະ ຫຼຸດຜ່ອນຄວາມທຸກຍາກຂອງເດັກ ໃນທຸກແຂວງ”.
ຕໍ່ບັນຫານີ້ບັນດາຮອງເຈົ້າແຂວງ ທັງ 18 ທ່ານ ໄດ້ນຳສະເໜີແຜນການຂອງຕົນ ເພື່ອຊຸກຍູ້ສິດທິເດັກໃນຂັ້ນແຂວງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງແຂວງອັດຕະປືກ່າວວ່າ: “ພະຍາດໂຄວິດ-19 ເປັນໄພຂົ່ມຂູ່ທີ່ສຳຄັນ ພວກເຮົາໄດ້ວາງແຜນການເພື່ອປັບປຸງນໍ້າ, ສຸຂະອະນາໄມ ແລະ ສຸຂາພິບານໃນໂຮງຮຽນ ແລະ ໃນຊຸມຊົນ ໂດຍມີການແລກປ່ຽນຂໍ້ມູນເພີ່ມເຕີມກ່ຽວກັບວິທີປ້ອງກັນພໍ່ແມ່, ຄູສອນ ແລະ ນັກຮຽນທຸກຄົນຈາກໄວຣັດ ພວກເຮົາຍັງຈະສ້າງສະຖານທີ່ແບບເປັນມິດກັບຊາວໜຸ່ມໃນໂຮງຮຽນ ແລະ ວາງແຜນການເພື່ອໃຫ້ນັກຮຽນມີປື້ມອ່ານໃຫ້ບັນລຸເຖິງ 95% ການສຶກສາກ່ອນໄວຮຽນ ແລະ ການຝຶກອົບຮົມວິຊາຊີບແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງແຜນການສຶກສາຂອງພວກເຮົາ ແລະ ຈະຮັບ ປະກັນວ່າການປົກປັກຮັກສາສິ່ງແວດລ້ອມແມ່ນສ່ວນໜຶ່ງຂອງຫຼັກສູດການຮຽນ-ການສອນ”.
ທ່ານ ນາງ ດຣ. ປີອາ ເຣເບໂຣ ບຣີໂຕ ຜູ້ຕາງໜ້າ ອົງການຢູນິເຊັບ ກ່າວວ່າ: “ເມື່ອພວກເຮົາກ້າວເຂົ້າສູ່ໂລກຫຼັງຈາກການແຜ່ລະບາດຂອງພະຍາດ, ໃນວຽກງານການພັດທະນາຈະມີການແຂ່ງຂັນກັນດ້ານບູລິມະສິດ ພວກເຮົາບໍ່ສາມາດລືມໄດ້ວ່າ ພະຍາດໂຄວິດ-19 ແມ່ນວິກິດການດ້ານສິດທິເດັກ, ສະນັ້ນວາລະຂອງເດັກ ຕ້ອງຢູ່ໃນອັນດັບທີ່ 1 ໃນບັນດາບູລິມະສິດຂອງປະເທດ ຕ້ອງຮັບຟັງເດັກ ແລະ ໄວໜຸ່ມ ແລະ ເຮັດວຽກຮ່ວມກັບພວກເຂົາ ເພື່ອອອກແບບອະນາຄົດທີ່ດີກວ່າ.” ທ່ານນາງ ບຣີດໂຕ ຍັງກ່າວຕໍ່ໄປວ່າ: “ເພື່ອສະໜັບສະ ໜູນລັດຖະບານແຫ່ງ ສປປ ລາວ ອົງການຢູນິເຊັບຈະສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕ່າງໆ ໂດຍສະເພາະການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ; ການສ້າງໃຫ້ມີຄວາມຕ້ອງການ, ການປ່ຽນແປງພຶດຕິກຳ ແລະ ການປະຕິບັດຕົວຈິງ ແລະ ການສ້າງຄວາມເຂັ້ມແຂງດ້ານນະໂຍບາຍ ແລະ ການຂະຫຍາຍການເປັນຄູ່ຮ່ວມງານ”.
ໃນບົດກ່າວປາໄສຂອງ ທ່ານ ນາງ ຊາຣາ ເຊັກເກັນເນສ໌ ຜູ້ປະສານງານປະຈຳປະເທດຂອງອົງການສະຫະປະຊາຊາດ ໄດ້ກ່າວເຖິງຄວາມຈຳເປັນຂອງການເນັ້ນໜັກການລົງທືນ ໃນ ຄົນລາວລຸ້ນປີ 2030: “ການລົງທຶນໃນການສົ່ງເສີມການສຶກສາທີ່ມີຄຸນນະພາບ, ເລີ່ມຕັ້ງເເຕ່ເດັກອາຍຸນ້ອຍຂຶ້ນໄປການລົງທຶນໃນການບໍລິການທາງດ້ານສຸຂະພາບ ແລະ ໂພຊະນາການໃນຂັ້ນເບື້ອງຕົ້ນ ເເລະ ການລົງທຶນໃນການພັດທະນາທັກສະ ເເລະ ຄວາມສາມາດເເມ່ນມີຄວາມສຳຄັນເປັນຢ່າງສູງໃນການນຳໃຊ້ການປ່ຽນແປງທາງດ້ານປະຊາກອນໃຫ້ເກີດໝາກຜົນເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາເເບບຍືນຍົງ.”
ພະນະທ່ານ ນາງ ອີນາ ມາຣຊີອູລີໂອນີເຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳ ສປປ ລາວ ກ່າວໃນນາມຕາງໜ້າຄູ່ຮ່ວມພັດທະນາໄດ້ເນັ້ນໜັກວ່າ: “ສະຫະພາບເອີຣົບມີຄວາມຍິນດີທີ່ໄດ້ເປັນສ່ວນໜຶ່ງໃນການຈິນຕະນາການຄືນໃໝ່ ກ່ຽວກັບຄົນລາວລຸ້ນປີ 2030 ເດັກທຸກຄົນມີສິດທິໃນການໄດ້ຮັບການສຶກສາ, ການປົກປ້ອງ ເເລະ ການມີສຸຂະ ພາບ ແລະ ໂພຊະນາການທີ່ດີ ໃນຂະນະທີ່ພວກເຮົາກຳລັງຄົ້ນຄິດເຖິງແຫຼ່ງທຶນມະນຸດໃນອະນາຄົດ ພາຍຫຼັງການແຜ່ລະບາດຂອງໂລກພະຍາດ ໂຄວິດ-19 ສະຫະພາບເອີຣົບຫວັງວ່າຈະໄດ້ມີການຮ່ວມມືທີ່ແໜັ້ນແຟ້ນຂຶ້ນກັບລັດຖະບານ ເເຫ່ງ ສປປ ລາວ ພາຍໃຕ້ກອບຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9”.

ຕະຫຼອດປີທີ່ຜ່ານມາ ຄຊກມດ ແລະ ອົງການຢູນິເຊັບໄດ້ພົບກັບ CSOs ເພື່ອປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຕາມຄວາມມຸ່ງໝັ້ນ ແລະ ເຂົ້າໃຈເຖິງສິ່ງທ້າທາຍຕ່າງໆ ໂດຍເປັນຕົວແທນຂອງ CSOs, ອົງການ ChildFund ໄດ້ເວົ້າເຖິງຄວາມສຳຄັນຂອງການຮັບຟັງເດັກຕະຫຼອດຂັ້ນຕອນ. ທ່ານ ບີຈູ ອາບຣາຮາມ ຜູ້ຕາງໜ້າລະດັບປະເທດ, ອົງການ ChildFund ປະຈຳລາວກ່າວວ່າ: “ອົງການ ChildFund ໃນລາວ ແລະ CSOs ພະຍາຍາມເພື່ອໃຫ້ສິດທິເດັກປະກົດຜົນເປັນຈິງ ແລະ ມີຄວາມມຸ່ງໝັ້ນຕໍ່ສະຫວັດດີພາບໂດຍລວມຂອງພວກເຂົາໃນດ້ານການສຶກສາ, ສາທາລະນະສຸກ, ການປົກປ້ອງເດັກ, ການມີສ່ວນຮ່ວມ ແລະ ດ້ານສິ່ງແວດລ້ອມ. ພວກເຮົາເຊື່ອວ່າເດັກໃນລາວແມ່ນຜູ້ຂັບເຄື່ອນການປ່ຽນ ແປງ ແລະ ເປັນສິ່ງສຳຄັນທີ່ພວກເຮົາຄວນລວມເອົາພວກເຂົາເຂົ້າໃນຂັ້ນຕອນການຕັດສິນໃຈ, ມີສ່ວນຮ່ວມຢ່າງເທົ່າທຽມກັນ ແລະ ຈະເປັນຄູ່ງານກັບພວກເຂົາ ເພື່ອຊອກຫາວິທີແກ້ໄຂ”.
ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໃນນາມຕາງໜ້າບັນດາບໍລິສັດທີ່ໄດ້ລົງນາມໃນຄຳໝັ້ນສັນຍາດັ່ງກ່າວໃນປີກາຍນີ້ ໄດ້ຕໍ່ອາຍຸຄຳໝັ້ນສັນຍາຄືນໃໝ່ ໃນປະເດັນຂອງເດັກ “ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການເປັນຕົວແທນໃຫ້ແກ່ອົງການຈັດຕັ້ງພາກເອກະຊົນ ແລະ ຜູ້ໃຊ້ແຮງງານ ຈະສືບຕໍ່ຜັນຂະຫຍາຍວຽກງານຮ່ວມກັບ ລັດຖະບານ ແລະ ຄູ່ຮ່ວມງານ ເພື່ອນຳເອົາການປົກປ້ອງສິດທິຂອງເດັກເຂົ້າໃນກົດລະບຽບທາງວິໄນ ແລະ ຈະໝຸ້ງໝັ້ນໃນການສ້າງໂອກາດໃນການເຮັດວຽກທີ່ດີໃຫ້ແກ່ໄວໜຸ່ມ ທີ່ຢູ່ໃນເກນອາຍຸເຮັດວຽກ ການພັດທະນານະໂຍບາຍ ແລະ ການປະຕິບັດທີ່ເປັນມິດຕໍ່ຄອບຄົວໃນສະຖານທີ່ເຮັດວຽກ ແລະ ການນຳໃຊ້ການຕະຫຼາດ ແລະ ການໂຄສະນາທີ່ໃຫ້ຄວາມເຄົາລົບນັບຖືຕໍ່ສິດທິຂອງເດັກນັ້ນ ຍັງແມ່ນຂົງເຂດທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອທີ່ຈະກ້າວໄປຂ້າງໜ້າໃນການປະຕິບັດຄວາມໝາຍໝັ້ນ”.
ບັນດາຜູ້ເຂົ້າຮ່ວມໄດ້ຕົກລົງເຫັນດີວ່າຈະ ຕິດຕາມຄວາມຄືບໜ້າຢ່າງໃກ້ຊິດ ແລະ ປະເມີນຜົນກະທົບຂອງການລະບາດຂອງພະຍາດໃນຂົງເຂດວຽກງານ ນອກນັ້ນບັນດາພາກສ່ວນກ່ຽວຂ້ອງໄດ້ຕົກລົງເຫັນດີທີ່ຈະລາຍງານຄືນເປັນປະຈຳປີ ຊຶ່ງກົງກັບວັນສະເຫຼີມສະຫຼອງວັນເດັກໂລກໃນວັນທີ 20 ເດືອນພະຈິກ 2020.