ເວົ້າກັນວ່າການທີ່ບໍ່ມີພະຍາດແມ່ນໂຊກດີຫຼາຍ ແລະ ລາກອັນປະເສີດ ອີກປັດໃຈໜຶ່ງທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງພວກເຮົາກໍ່ຄືເລື່ອງອາຫານການກິນ ໂດຍສະເພາະແມ່ນອາຫານທະເລທີ່ຫຼາຍຄົນມັກກິນ ນອກຈາກຈະແຊບແລ້ວຍັງມີຄຸນປະໂຫຍດຕໍ່ຮ່າງກາຍນຳອີກ.

ປາແມ່ນອາຫານຫຼັກໃນການປຸງແຕ່ງອາຫານຂອງຄົນທີ່ມີສຸຂະພາບ ໂດຍສະເພາະແມ່ນປາໃນທະເລທີ່ມີກົດໄຂມັນໂອເມກ້າ 3 ເຊິ່ງເປັນໄຂມັນທີ່ດີມີປະໂຫຍດຕໍ່ທຸກເພດ ແລະ ທຸກໄວ ມີສ່ວນຊ່ວຍໃຫ້ຈຸລັງສະໝອງ ຊ່ວຍໃນການພັດທະນາສະໝອງຂອງເດັກ ແລະ ຍັງມີສ່ວນຊ່ວຍຫຼຸດຄວາມສ່ຽງຂອງໂລກ Alzheimer ຊ່ວຍໂລກສະໝອງເສື່ອມຂອງຜູ້ສູງອາຍຸ ຊ່ວຍເພີ່ມການໄຫຼວຽນຂອງເລືອດ ແລະ ຊ່ວຍຫຼຸດໄຂມັນໃນເລືອດໄດ້ນຳອີກ.

ເມື່ອເວົ້າເຖິງຄຸນປະໂຫຍດຂອງຫອຍນາງລົມ ຫຼາຍຄົນມັກຈະເນັ້ນໃສ່ໄປທີ່ການສ້າງຄວາມຟິດຂອງຜູ້ຊາຍ ເຖິງແມ່ນວ່າຈະເປັນຄວາມຈິງກໍ່ຕາມ ແຕ່ຫອຍນາງລົມຍັງມີສານອາຫານທີ່ສຳຄັນ ມີທັງວິຕາມິນ ແລະ ແຮ່ທາດຫຼາຍຢ່າງ ເຊັ່ນ: ວິຕາມິນ D, ວິຕາມິນບີ 12, ທາດໂປຼຕີນ, ສັງກະສີ (Zinc) ແລະ ໂອເມກ້າ 3 ຊ່ວຍຫຼຸດລະດັບໄຂມັນໃນເລືອດ ຊ່ວຍຫຼຸດຄວາມສ່ຽງຂອງໂລກຫົວໃຈ ແລະ ຫຼອດເລືອດ ຊ່ວຍປ້ອງກັນໂລກກະດູກເຊື່ອມ ເນື່ອງຈາກມີທາດແຄວຊ້ຽມ ແລະ ວິຕາມິນດີຫຼາຍ.

ກຸ້ງຈັດໃນບັນດາອາຫານທະເລທີ່ນິຍົມຫຼາຍທີ່ສຸດ ແລະ ຍັງມີປະໂຫຍດຫຼາຍ ກຸ້ງມີສານ cholesterol ສູງແຕ່ເປັນ HDL ຫຼື ໄຂມັນ ທີ່ມີປະໂຫຍດຕໍ່ສຸຂະພາບ ນອກຈາກນີ້ກຸ້ງຍັງເປັນແຫຼ່ງໂປຼຕີນແນວດີ ແລະ ຍັງໃຫ້ພະລັງງານໄຂມັນຕໍ່າ ດັ່ງນັ້ນ ຄົນຮັກສຸຂະພາບຈີ່ງນິຍົມກິນກຸ້ງ ເພາະກຸ້ງປາສະຈາກທາດແປ້ງ.

ນອກຈາກກຸ້ງແລ້ວ ປາມຶກແມ່ນອາຫານທະເລອີກຊະນິດໜຶ່ງທີ່ມີ cholesterol ຫຼາຍເຊັ່ນກັນ ໂດຍສະເພາະໄຂມັນໂອເມກ້າ 3 ທີ່ຊ່ວຍຄວບຄຸມລະດັບ cholesterol ນອກຈາກນີ້ປາມຶກຍັງມີ collagen ສູງ ຊ່ວຍໃຫ້ຜິວຂອງທ່ານສົດໃສ ແລະ ອ່ອນກວ່າໄວ.
ນອກຈາກທັງ 4 ຂໍ້ຂ້າງເທິງທີ່ກ່າວມານັ້ນ ອາຫານທະເລຊະນິດອື່ນໆ ກໍ່ມີສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍເຊັ່ນດຽວກັນ ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາຄວນເລືອກກິນອາຫານຫຼາຍໆ ຊະນິດເພາະເຖິງແມ່ນວ່າບາງອາຫານຈະມີປະໂຫຍດຕໍ່ຮ່າງກາຍ ແຕ່ຖ້າທ່ານໄດ້ຮັບຫຼາຍເກີນໄປອາດກໍ່ໃຫ້ເກີດໂທດເຊັ່ນກັນ ສະນັ້ນ ບໍ່ວ່າທ່ານຈະກິນຫຍັງກໍ່ຕາມ ຄວນເລືອກຄຸນນະພາບດີ ມີປະໂຫຍດ ແລະ ຄວາມແຊບຕ້ອງມາພ້ອມກັນກັບສຸຂະພາບນຳ.