ເຟສບຸກ (Facebook) ຮ່ວມມືກັບນັກສ້າງວີດີໂອ ເພື່ອສ້າງໂຄງການ “ລາວຊ່ວຍລາວ (Lao Help Lao” ຊຸກຍູ້ໃຫ້ຄົນລາວຄົ້ນຫາປະເທດລາວຕື່ມ ແລະ ຊ່ວຍສະໜັບສະໜູນເສດຖະກິດທ້ອງຖິ່ນ. ໄດ້ນໍາສະເໜີ ແຄມເປນ “ລາວຊ່ວຍລາວ” ຂຶ້ນເມື່ອບໍ່ດົນມານີ້ ທີ່ຮ້ານຄອມມອນ ກຣາວ ຄອບ ນະຄອນຫຼວງວຽງຈັນ ຊຶ່ງມີບັນດາສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.
ທ່ານ ແພັກເດ ເຮັງ (Phaekdey Heng) ຫົວໜ້ານະໂຍບາຍສາທາລະນະກຳປູເຈຍ ແລະ ລາວໄດ້ກ່າວເປີດ ແຄມເປນ ຜ່ານທາງອອນລາຍ ໂດຍທ່ານໄດ້ເວົ້າເຖິງແນວຄວາມຄິດຫຼັກ ພາຍ ໃຕ້ໂຄງການ “ລາວຊ່ວຍລາວ” ນອກຈາກຄວາມພະຍາຍາມຢ່າງຕໍ່ເນື່ອງທີ່ເຮົາມີ ເພື່ອຊ່ວຍຮັກສາຄວາມປອດໄພຂອງປະຊາຊົນ ແລະ ສະໜອງຂໍ້ມູນທີ່ແທ້ຈິງ ໃນໄລຍະເວລານີ້, Facebook ມີຄວາມມຸ່ງໝັ້ນ ທີ່ຈະໃຫ້ການສະໜັບສະໜູນທຸລະກິດ ແລະ ຊຸມຊົນທ້ອງຖິ່ນໃນລາວໃຫ້ໄດ້ຫຼາຍທີ່ສຸດ.
ແຄມເປນອອນລາຍ “ລາວຊ່ວຍລາວ” ຈະໄດ້ເຜີຍແຜ່ເນື້ອຫາວີດີໂອທີ່ຜະລິດ ແລະ ແຕ່ງໂດຍນັກສ້າງວີດີໂອການທ່ອງທ່ຽວຊັ້ນນຳໃນ Facebook ຂອງລາວປະກອບມີ “ເພຈ ປີລະທ່ຽວ” ເປັນຜົນງານ ຂອງທ້າວ ນັດທະພົນ ຈັນທະກຸມມານ; “ເພຈ ໝໍແຂ້ວພາທ່ຽວ” ຜົນງານຂອງທ້າວ ແສງຕາວັນ ລໍ່າວິຈິດ ພ້ອມກັບຊ່ຽວຊານທາງດ້ານອາຫານ ແລະ ນັກສ້າງວີດີໂອຄື “ເພຈ ທ້ອງແຕກ” ຜົນງານຂອງນາງ ພາວິນາ ເດດວົງສາ ຜ່ານ Facebook Watch- ແຫຼ່ງວີດີໂອ ໃນແພັດຟອມ Facebook ໂດຍແຕ່ລະເພຈຈະມີການນຳສະເໜີເນື້ອຫາທີ່ແຕກຕ່າງກັນໄປ ໃນຮູບແບບຂອງຕົນ ຊຶ່ງມີການທ່ຽວຊົມສະຖານທີ່ທ່ອງທ່ຽວພາຍໃນທ້ອງຖິ່ນ, ສະຖານທີ່ເໝາະກັບການຖ່າຍຮູບລົງ Instagram, ລວມທັງອາຫານ ແລະ ເຄື່ອງດື່ມ ຈົນເຖິງທຸລະກິດຂະໜາດນ້ອຍ ທີ່ທຸກຄົນສາມາດຄົ້ນຫາໃນ Facebook ຊຶ່ງຈະເລີ່ມຕັ້ງແຕ່ວັນທີ 9 ທັນວາ ເຖິງວັນທີ 26 ທັນວາ ໂດຍການຕິດຕາມຜ່ານ ເພຈ ປີລະທ່ຽວ (Pee La Thiao) ຜົນງານຂອງ ທ້າວ ນັດທະນົນ ຈັນທະກຸມມານ; ເພຈ ໝໍແຂ້ວພາທ່ຽວ (Dentist Adventure) ຜົນງານ ທ້າວ ແສງຕາວັນ ລໍ່າວິຈິດ ແລະ ເພຈ ທ້ອງແຕກ (Thong Taek) ໃນ ເຟສບຸກ (Facebook) ແລະ http://www.facebook. com/ hashtag/laohelplao.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)