ຄວາມ​ອ່ອນ​ຊ້ອຍ​ນຸ້ມນວນ ​ແຕ່​ມີ​ລັກສະນະ​ຈຶກ​ຈັກ​ເຂັ້ມ​ແຂງ ​ຖ່າຍ​ທອດ​ເລື່ອງ​ລາວ​ວັດ​ທະ​ທຳ, ປະຫວັດສາດ, ທຳ​ມະ​ຊາດ ​ແລະ ວິຖີ​ຊີວິດການ​ເປັນ​ຢູ່​ຂອງ​ຊາດ​ລາວ ​ຄົນ​ລາວ​ເຮົາ ນີ້​ແຫລະ​ຄື​ສະ​ເໜຂອງ​ສິລະ​ປະ​ລາວ.

ຊາດລາວ ​ເປັນປະ​ເທດ​ໜຶ່ງ​ທີ່ມີ​ເອກະລັກ​ ​ແລະ ອຸດົມສົມບູນ​ທາງດ້ານວັດ​ທະນະ​ທຳ, ມີມໍລະດົກ​ວັດທະນະທຳ​ທີ່​ເກົ່າ​ແກ່ ​ແລະ ຕິດ​ພັນ​ກັບ​ວິຖີ​ຊີວິດການ​ເປັນ​ຢູ່ ​ຂອງ​ຄົນ​ລາວ​ຕັ້ງ​ແຕ່​ອະດີດ​ຈົນ​ເຖິງ​ປັດຈຸບັນ ​ໂດຍ​ບໍ່​ມີ​ວັນ​ຈືດຈາງ ນັ້ນກໍ​ຄື ການ​ຂັບ-ລຳ​ ແຕ່​ເໜືອ​ຮອດ​​ໃຕ້, ຈັງຫວະ ​ແລະ ທຳນອງ​ຂັບ​-ລຳ ​ແມ່ນ​ເອກະລັກ​ສະ​ເພາະ​ຕົວ ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ແລະ ສິລະ​ປະການ​ຟ້ອນ ກໍ​ມີ​ຄວາມ​ສຳຄັນ​ ໃນ​ການ​ປະກອບ​ໃສ່​ລຳ​ແຕ່ລະ​ແບບ.

ເວົ້າ​ສະ​ເພາະ​ສິລະ​ປະແລ້ວ ​​ໄດ້​ຈັດແບ່ງ​ອອກ​ເປັນ​ຫລາຍປະ​ເພດ​ ມີ​ທັງ​ສິລະ​ປະ​ແບບ​ດັ້ງ​ເດີມ​ຊັ້ນ​ສູງ, ລຳ​ລາວ, ຟ້ອນ​ລຳ​ພື້ນ​ເມືອງ ​ແລະ ລຳ​ເລື່ອງ. ​​ເມື່ອ​ຢ້ອນ​ອະດີດ ການສະ​ແດງ​ສິລະ​ປະ ​ໄດ້​ມີ​ບົດບາດ​ສຳຄັນ ​ໃນ​ຂະ​ບວນການ​ຕໍ່ສູ້​ກູ້​ຊາດ ​​ເພາະ​ການ​ປຸກລະດົມ ​ຂົນຂວາຍ​ປະ ຊາຊົນ​ລາວ​ໃຫ້​ລຸກ​ຮື້​ຂຶ້ນ​ຕໍ່ສູ້​​ຕ້ານ ຈັກກະພັດຜູ້ຮຸກຮານ ໃນ​ສະ​ໄໝ​ນັ້ນ ຫລື ການ​ໃຫ້​ກຳລັງ​ໃຈ ​ອ້າຍ​ເອື້ອຍ​ນ້ອງ ​ກອງກຳລັງທີ່ຢູ່​ແນວ​ໜ້າ ​ລ້ວນແຕ່​ເອົາ​ການສະ​ແດງ​ສິລະ​ປະວັນນະ​ຄະດີ ​ສອດ​ຫ້ອຍ​ໄປ​ພ້ອມ.

ຍ້ອນວ່າສິລະປະການສະແດງ ຄືຮາກເຫງົ້າ ວັດທະນະທຳຂອງລາວ ດັ່ງນັ້ນ ໂຮງຮຽນສິລະປະແຫ່ງຊາດ ຈຶ່ງໄດ້ສ້າງຕັ້ງຂຶ້ນ ເປັນກອງ ວິຊາການ ໜຶ່ງທີ່ມີສາຍວິຊາການ ຂຶ້ນກັບກົມສິລະປະການສະແດງ, ມີພາລະບົດບາດ ໃນການກໍ່ສ້າງຖັນແຖວ ນັກສະແດງສິ ລະປະອາຊີບຕາມ 5 ຫລັກມູນຂອງ ກະຊວງສຶກສາທິການ ແລະ ກິລາວາງອອກ. ມາຮອດປັດຈຸບັນ ໂຮງຮຽນແຫ່ງດັ່ງກ່າວ ໄດ້ມີການພັດທະນາ ພົ້ນເດັ່ນ ຫລາຍດ້ານ ເຊິ່ງທ່ານ ວຽງພອນ ສຸກຂະວົງ ຜູ້ອຳນວຍການໂຮງຮຽນ ສິລະປະດົນຕີແຫ່ງຊາດ ໄດ້ເລົ່າສູ່ຟັງວ່າ:

“ວຽກ​ງານ​ສິລະ​ປະຄື ​ບັ້ນ​ຮົບ​ແນວ​ໜ້າ ບົດ​ປະພັນ​ຄື​ອາວຸດ​ອັນ​ແຫລມ​ຄົມ ນັກ​ສິລະ​ປະ-ສິລະ​ປິນ ຄື​ນັກຮົບ​ທີ່​ຕໍ່ສູ້​ຢູ່​ແນວ​ໜ້າ; ​ໃນ​ສະ​ໄໝ​ສົງຄາມ ​ໄດ້​ເອົາ​ບົດບາດ​ຂອງ ​ສິລະ​ປະ​ເປັນ​ແນວ​ໜ້າ ​ເພື່ອ​ປຸກລະດົມຂະ​ບວນ ການ​ຕໍ່ສູ້​ກູ້​ຊາດ ​ເຊິ່ງ​ແຕ່​ລະ​ບົດເພງ ນັກ​ປະພັນລ້ວນ​ ແຕ່​​​ແຕ່ງ​ເນື້ອ​ໃນ​​ໃຫ້​ເປັນ​ລັກສະນະ ​ປຸກລະດົມ​ຈິດ​ໃຈຄຽດ​ແຄ້ນ ​ຕໍ່​ສັດຕູຜູ້​ຮຸກ​ຮານ, ຈາກ​ນັ້ນ​ກໍ​ເອົາ​ການສະ​ແດງ ທີ່​ຖ່າຍ​ທອດ​ເຖິງ​ຄວາມ ​ອົງອາດ​ກ້າຫານ ຂອງ​ເຫລົ່າ​ຮົບ​ຕ່າງໆ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ໃຈ ​ໝາຍ​ຄວາມ​ວ່າ ເອົາ​ຄວາມ​ມ່ວນ​ຊື່ນ​ ເພື່ອ​ເປັນ​ການ​ຜ່ອນຄາຍ​ອາລົມ​ ທັງ​ເປັນ​ການປຸກ​ນ້ຳ​ໃຈ​ຕໍ່ສູ້​ໄປ​ນຳ.

ຍ້ອນ​ຫລິງ​ເຫັນ​ຄວາມ​ສຳຄັນ​ດັ່ງກ່າວ, ລັດຖະບານ​ຈຶ່ງ​ໄດ້​ຕົກລົງ​ສ້າງ​ຕັ້ງ​ ໂຮງຮຽນສິລະ​ປະ​ແຫ່ງ​ຊາດ​ຂຶ້ນ ​ໃນປີ 1969 ​ໂດຍ​ໃສ່​ຊື່ວ່າ: ‘ໂຮງຮຽນສິລະປະດົນຕີ ແນວລາວຮັກຊາດ’ ຢູ່​ແຂວງ​ຫົວພັນ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 2 ທັນວາ 1975, ໂຮງຮຽນໄດ້ຍ້າຍ ມາວຽງຈັນ​ໃນປີ 1976 ຢູ່ທີ່ບ້ານອານຸ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ຈາກນັ້ນ ກໍໄດ້​ໂຮມ​ເອົາໂຮງຮຽນສິ ລະປະດົນຕີ ແນວລາວຮັກຊາດ ແລະ ໂຮງຮຽນນາດຕະສິນ-ດຸລິຍາງເຂົ້າກັນກາຍເປັນໂຮງຮຽນສິລະປະດົນຕີ ຈົນມາເຖິງປີ 2010 ກະຊວງ ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ໄດ້ປ່ຽນຊື່ມາເປັນ ‘ໂຮງຮຽນສິລະປະແຫ່ງຊາດ’ ເປັນກອງວິຊາການໜຶ່ງ ທີ່ມີສາຍວິຊາການຂຶ້ນ ກັບກົມສິ ລະປະ ການສະແດງ ກະຊວງ ຖວທ, ມີພາລະບົດບາດ ໃນການກໍ່ສ້າງຖັນແຖວ ນັກສະແດງສິລະປະອາຊີບຕາມ 5 ຫລັກມູນຂອງ ກະຊວງສຶກສາທິການ ແລະ ກິລາວາງອອກ ຊຶ່ງມີຫລັກສູດການຮຽນ-ການສອນ ໃນລະດັບຊັ້ນກາງ ແລະ ຈັດເຝິກອົບຮົມທາງດ້ານ ອາຊີບສິລະປະ ການສະແດງເປັນຕົ້ນຕໍ. ໂຮງຮຽນ ປະກອບມີ 13 ຂະແໜງຄື: ຂະແໜງບໍລິຫານ, ວິຊາການ, ດົນຕີພື້ນເມືອງ, ດົນຕີສາກົນ, ຟ້ອນພື້ນເມືອງ, ຟ້ອນຊົນເຜົ່າ-ສາກົນ, ຮ້ອງເພງ-ຂັບລໍາ, ລະຄອນ, ກາຍະສິນ, ທິດສະດີ, ປະດິດແຕ່ງ-ບັນຊາ, ສາມັນສຶກສາ, ຄຸ້ມຄອງນັກສຶກສາ ແລະ ຫ້ອງສະໝຸດ”.

ໂຮງຮຽນ​ສິລະ​ປະ​ແຫ່​ງຊາດ ຖື​ວ່າ​ເປັນ​ໂຮງຮຽນ​ແຫ່ງ​ດຽວ​ ໃນ​ປະ​ເທດ​ລາວ ທີ່ມີ​ຫລັກສູດ​ ການ​ຮຽນ-ການ​ສອນ 2 ລະບົບ​ຄື ສາຍ​ສາມັນ​ສຶກສາ ​ແລະ ວິຊາ​ຊີບ, ​ໂດຍຮັບ​ນັກຮຽນ​ຕັ້ງ​ແຕ່​ຊັ້ນ ມັດທະຍົມ​ຕົ້ນ ມ1-ມັດທະຍົມ​ຕອນ​ປາຍ ມ7 ຕໍ່​ດ້ວຍ​ສາຍ​ວິ​ຊາ​ຊີບ​ຊັ້ນ​ສູງ ​ແລະ ​ແຜນ​ໃນ​ອະນາຄົດ​ອັນ​ໃກ້​ນີ້ ​ໂຮງຮຽນ​ກຽມ​ພັດທະນາ ​ຫລັກສູດ​ໃຫ້​ເປັນ​ຊັ້ນ​ປະລິນຍາ​ຕີ.

ທ່ານຜູ້ອຳນວຍການ ​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ ອະທິບາຍ​ວ່າ: “ວຽກ​ງານ​ວັດທະນະທຳ ​ເປັນ​ວຽກ​ງານ​ທີ່​ຄົງ​ທີ່, ​ປັດຈຸບັນ ນັກ​ສິລະ​ປະ-ສິລະ​ປິນ ​ໄດ້​ໝູນ​ໃຊ້​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ພອນ​ສະຫວັນ​ຂອງ​ຕົນ ​ເພື່ອ​ຊອກ​ປະສົບ​ການ ​ແລະ ຊອກ​ລາຍ​ຮັບ​ເສີມ ​ເຮັດ​ໃຫ້​ສັງຄົມ​ເລີ່​ມ​ເຂົ້າ​ໃຈ ​ແລະ ​ໃຫ້ການ​ຍອມຮັບ ​ຕໍ່​ອາຊີບ​ດັ່ງກ່າວ ພ້ອມ​ນີ້ ລັດຖະບານ​ກໍ​ໄດ້​ເອົາ​ໃຈ​ໃສ່ ​ຊຸກຍູ້​ສົ່ງ​ເສີມ​ວຽກ​ງານ ​ສິລະ​ປະວັດ​ທະນະ​ທຳ ເຮັດ​ໃຫ້​ສິລະ​ປະ​ລາວ​ ມີ​ຊື່​ສຽງ​ໂດ່​ງດັງ​ລະດັບ​ໂລກ ​ນັ້ນ​ກໍ​ແມ່ນ ການ​ຮັບຮອງ​ເອົາ​ສຽງ​ແຄນ​ລາວ ​ເປັນ​ມໍລະ​ດົກ​ໂລກ​ໃນ​ວັນ​ທີ 15 ມີນາ 2018.

ການ​ພັດທະນາ​ ວຽກ​ງານ​ສິລະ​ປະການສະ​ແດງ ​ແມ່ນ​ບໍ່​ໄດ້​ຢຸດ​ນິ້ງ, ​ໂຮງຮຽນ​ພວກ​ເຮົາ​ ໄດ້​ສຳ​ເລັດ​ການ​ສ້າງ​ຫລັກສູດ​ ປະລິນຍາ​ຕີ ​ໂດຍ​ພື້ນຖານ​ແລ້ວ, ​ແຕ່​ສຳຄັນ​ແມ່ນ ຈະ​ເອົາ​ບຸກຄະລາ​ກອນ ​ຈາກ​ໃສ​ເພື່ອ​ຮອງ​ຮັບ​ຫລັກສູດ​ໂຕ​ນີ້. ຖ້າ​ພວກ​ເຮົາ​ບໍ່​ເອົາ​ໃຈ​ໃສ່ ​ວຽກ​ງານ​ສ້າງ​ນັກ​ ສິລະ​ປະ​ສິລະ​ປິນ ນັບ​ມື້​ກໍ​ນັບ​ຈະ​ໜ້ອຍ​ລົງ ​ແລະ ຈະ​ກ້າວ​ໄປ​ສູ່​ ມາດຕະຖານ​ສາກົນ​ ກໍ​ຍັງ​ໄກ​ຫລາຍ. ຄວາມ​ຫວັງ​ຂອງ​ ລັດຖະບານ​ເຮົາ​ກໍ​ຄື ສ້າງ​ໂຮງຮຽນ​ນີ້​ເປັນ​ສະ​ຖາ​ບັນ ​ເພື່ອສ້າງ​ຄົນ​ໃຫ້ ​ມີ​ລະດັບ​ປະລິນຍາ​ຕີ-​ໂທ​ ໃນ​ອະນາຄົດ​ ເພື່ອ​ໃຫ້​ຫຍັບ​ເຂົ້າ​ໃກ້​ສິລະ​ປິນ ຂອງ​ອາ​ຊຽນ ​ໃນ​ພາກ​ພື້ນ ​ແລະ ສາກົນ”.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)