ເມືອງຍົມມະລາດ ແຂວງຄຳມ່ວນ ກໍເປັນໜຶ່ງໃນບັນດາເມືອງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ປະຊາຊົນໄດ້ຮັບຜົນກະທົບໃນຈຳນວນ 16 ບ້ານ, ມີຈຳນວນ 2,046 ຄອບຄົວ, ຈໍານວນພົນ 9.484 ຄົນ ແລະ ເພື່ອເປັນການຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ ຄະນະ ກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ກໍໄດ້ມອບເຂົ້າຊ່ວຍເຫລືອປະຊາຊົນ ແລ້ວຈຳນວນ 5 ໂຕນ ມູນຄ່າ 35 ລ້ານກີບກີບ, ພ້ອມທັງໄດ້ແຕ່ງຕັ້ງກໍາລັງແຮງງານຊາວ ໜຸ່ມອາສາພັດທະນາ, ກໍາລັງສະຫງົບສຸກ, ກອງຫລອນບ້ານ ແລະ ພະນັກງານເມືອງ ລົງຊ່ວຍເຫລືອຍາມສຸກເສີນປະຈຳຢູ່ຂັ້ນເມືອງ ແລະ ປະຈຳຢູ່ແຕ່ລະບ້ານ ໂດຍສະເພາະຈຸດບ້ານໄຮ່ຜາວຽງ. ເຊິ່ງປັດຈຸບັນ ຍັງຂາດແຄນເຄື່ອງອຸປະໂພກ ແລະ ບໍລິໂພກເປັນຕົ້ນ ຈັກປັ່ນໄຟ, ເຮືອຈັກ, ເສື້ອຊູຊີບ, ຜ້າຢາງ, ເຕັ້ນ, ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງ, ນ້ຳດື່ມ, ຢາປົວພະຍາດ ແລະ ອຸປະກອນອື່ນໆ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໄພ ພິບັດນ້ຳຖ້ວມ.
