ໃນວັນທີ 16 ທັນວາ 2020, ອົງຄະນະພັກ ຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ຈັດກອງປະຊຸມ ສະມາຊິກພັກ ເພື່ອເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນໃນມໍ່ໆມານີ້, ໂດຍມີສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກອາວຸໂສບຳນານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ພ້ອມກັນປ່ອນບັດ ຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ທີ່ເປັນຕົວແທນຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດ ສູນກາງພັກ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ເຊິ່ງມີຜູ້ສະໝັກທັງໝົດ 7 ສະຫາຍ. ໃນນັ້ນ, ເລືອກເອົາຜູ້ແທນສົມບູນຈໍານວນ 3 ສະຫາຍ ແລະ ຜູ້ແທນສໍາຮອງ 1 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍທ່ານໄດ້ສະຫລຸບຕີລາຄາ ບັນດາຜົນສໍາເລັດໃນການຊີ້ນໍາ-ນໍາພາຮອບດ້ານ ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ຕະຫລອດໄລຍະ 5 ປີ ຜ່ານມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງຄະນະພັກ ແລະ ສ່ອງແສງເຖິງຄວາມສາມັກຄີ, ຄວາມຕັດສິນໃຈສູງ ຂອງສະມາຊິກພັກທັງໝົດ ໃນການປະ ຕິບັດໜ້າທີ່ ວຽກງານການເມືອງ ຂອງຕົນໃນໄລຍະໃໝ່. ຕະຫລອດ 5 ປີ ຜ່ານມາ, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ມີຄວາມຕັ້ງໜ້າເປັນເຈົ້າການ ໃນການເສີມຂະຫຍາຍ ມູນເຊື້ອປະຕິວັດ ແລະ ເຊີດຊູຄວາມຮັບຜິດຊອບການເມືອງ ໃນການນໍາເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງ ແລະ ການຊີ້ນໍາຂອງກົມ ການເມືອງສູນກາງພັກ ກໍຄື ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກຄະນະ ພົວພັນຕ່າງປະເທດສູນກາງພັກ ມາຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ ອັນໄດ້ເຮັດໃຫ້ ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຄະນະ ພົວພັນຕ່າງປະເທດສູນກາງພັກ ມີການເຕີບໃຫຍ່ຂະຫຍາຍຕົວ ທັງທາງດ້ານປະລິມານ ແລະ ຄຸນນະພາບ, ເປັນການປະກອບສ່ວນ ຍົກສູງຖານະບົດບາດ ຂອງພັກ-ລັດເຮົາ ໃນເວທີພາກພື້ນ ແລະ ສາກົນ.

ກອງປະຊຸມໄດ້ເປັນເອກະພາບ ຮັບຮອງເອົາທິດທາງ ແຜນການເຄື່ອນໄຫວ 5 ປີຕໍ່ໜ້າ (2021-2025) ໂດຍສະເພາະ ແມ່ນສືບຕໍ່ຢຶດໝັ້ນ ແລະ ເປັນເຈົ້າການໃນການຈັດຕັ້ງ ປະຕິບັດແນວທາງການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ຕາມທິດເພີ່ມມິດຜ່ອນສັດຕູ, ເສີມຂະຫຍາຍມູນເຊື້ອ ວຽກງານການ ເຄື່ອນໄຫວພົວພັນດ້ານພັກ ແລະ ການທູດປະຊາຊົນຢ່າງຫ້າວຫັນ, ປະກອບສ່ວນສ້າງສະພາບ ແວດລ້ອມສາກົນອັນເອື້ອອໍານວຍ ໃຫ້ແກ່ພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)