ກອງປະຊຸມຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຝງ) ສະໄໝສາມັນຄັ້ງທີ III ປະຈໍາປີ 2020 ໄດ້ບັນລຸຜົນຢ່າງຈົບງາມໃນວັນທີ 18 ທັນວາ 2020ທີ່ຫ້ອງປະຊຸມໃຫຍ່ທະນາຄານແຫ່ງສປປລາວນະຄອນຫຼວງວຽງຈັນໂດຍການໃຫ້ກຽດເປັນປະທານຂອງທ່ານສົມດີດວງດີຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄຕຝງ, ພ້ອມນີ້, ກໍ່ມີຮອງປະທານ, ບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາແລະພະນັກງານຂອງບາງກະຊວງກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງສປປລາວໂດຍມີ 5 ເນື້ອໃນຕົ້ນຕໍໃນນີ້ມີຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດວຽກງານຂອງ4ພາກສ່ວນ;ການປະກອບຂໍ້ມູນເພີ່ມຕື່ມບົດລາຍງານດ້ານນິຕິກໍາ;ຮ່າງບົດລາຍງານດ້ານປະສິດທິຜົນ;ການຈັດຕັ້ງປະຕິບັດວຽກງານຂອງສຕຟງແລະວຽກງານອື່ນໆ ໂດຍສະເພາະຄວາມຄືບໜ້າການປະເມີນຮອບດ້ານວຽກງານຕ້ານການຟອກເງິນແລະສະໜອງທຶນແກ່ການກໍ່ການຮ້າຍຂອງສປປລາວຈາກ APG ແລະຜູ້ປະເມີນຈາກ 6 ປະເທດ (ສປຈີນ, ອິນໂດເນເຊຍ, ມາເລເຊຍ, ນິວຊີແລນ, ສີລັງກາແລະໄທ). ການປະເມີນດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນມີນາ2020, ປະຈຸບັນຢູ່ໃນລະຫວ່າງການສັງລວມບັນດານິຕິກໍາທີ່ກ່ຽວຂ້ອງແລະຂັ້ນຕອນການຈັງຕັ້ງປະຕິບັດລວມທັງຜົນການຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍສະໜອງໃຫ້ທີມປະເມີນ, ຊື່ງໄລຍະການປະເມີນສປປລາວຍັງຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດບັນໜ້າວຽກທີ່ຈໍາເປັນເຊັ່ນ: ວຽກງານເຜີຍແຜ່ ແລະເຊື່ອມຊຶມວຽກງານການຕ້ານການຟອກເງິນໃຫ້ທັງພາກລັດ, ພາກເອກະຊົນເຂົ້າໃຈແລະຮັບຮູ້ຄວາມສ່ຽງກໍ່ຄືການປ້ອງການຕ້ານຟອກເງິນແລະສະໜອງທຶນແກ່ການກໍ່ການຮ້າຍ, ວຽກງານທົບທວນຄືນນິຕິກໍາແລະສ້າງກົນໄກຮອງຮັບຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ວຽກງານຄຸ້ມຄອງບັນດາຫົວໜ່ວຍທີ່ມີໜ້າທີ່ລາຍງານໃຫ້ມີເຄື່ອງມືແລະມາດຕະການທີ່ໄດ້ມາດຖານສາກົນແລະວຽກງານການດໍາເນີນຄະດີຕ້ອງຮັບປະການການສືບສວນ-ສອບສວນທາງການເງິນຄຽງຄູ່ກັບການສືບສວນ-ສອບສວນການກະທໍາຜິດຕົ້ນ. ທັງໝົດນັ້ນກໍ່ເພື່ອຮັບປະກັນບໍ່ໃຫ້ ສປປລາວຕົກຢູ່ໃນບັນຊີການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະຮັບປະກັນໄດ້ກັບວຽກງານ AML/CFT ຂອງສປປລາວໃຫ້ເປັນລະບົບ, ໄດ້ມາດຖານພ້ອມທັງຮັບປະກັນການຈັດຕັ້ງປະຕິບັດໄດ້.
ສິ່ງທີ່ກ່າວມານີ້, ຄືຄວາມຄືບໜ້າທີ່ສປປລາວໄດ້ມີການຈັດຕັ້ງປະຕິບັດກ່ຽວກັບວຽກງານຕ້ານການຟອກເງິນແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕາມແຜນການທີ່ວາງໄວ້ທັງນີ້ກໍ່ເພື່ອເຮັດໃຫ້ລະບົບເສດຖະກິດ-ການເງິນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງແລະເຊື່ອມໂຍງກັບພາກພື້ນແລະສາກົນ.
ທ່ານປະທານຄຕຝງໄດ້ເນັ້ນວ່າ: ເຖິງວ່າກອງປະຊຸມຈະດຳເນີນເປັນເວລາສັ້ນ ແຕ່ກໍ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ,ບັນດາກຳມະການໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບສູງໃນການປະກອບຄໍາຄິດຄໍາເຫັນຈຶ່ງເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະລະດັບຄາດໝາຍທີ່ໄດ້ກໍານົດໄວ້; ພ້ອມດຽວກັນນັ້ນ, ກໍ່ສະເໜີໃຫ້ແກ້ໄຂບັນຫາອື່ນໆ ທີ່ຍັງຄົງຄ້າງໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານການກະກຽມປະເມີນຂອງພວກເຮົາ,ຂ້າພະເຈົ້າຂໍມອບໃຫ້ຄະນະກຳມະການ ຊີ້ນໍາກົມກອງທີ່ຕິດພັນກັບແຕ່ລະບັນຫາທີ່ຂຶ້ນກັບພາລະບົດບາດຂອງແຕ່ລະກະຊວງຢ່າງໃກ້ຊິດ ແລະ ພ້ອມທັງສະລະເວລາການເຂົ້າຮ່ວມເຮັດວຽກຕົວຈິງກັບກອງເລຂາ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ມີຄວາມຄືບໜ້າໃນແຕ່ລະດ້ານ ຮອງຮັບໃຫ້ແກ່ການປະເມີນ ສປປ ລາວ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ຢູ່ໃນລະດັບທີ່ດີຕາມແຜນທີ່ວາງໄວ້.
Medialaos MMD (ແຫຼ່ງຂໍ້ມູນຈາກ: ຣັດສະໝີ ດວງສັດຈະ)