ໃນວັນທີ 18 ທັນວາ 2020 ທີ່ ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ກະຊວງແຜນການ ແລະການລົງທຶນ ແລະ ອົງການ ສປຊ ສຳລັບເດັກ (UNICEF) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບແຜນງານການຮ່ວມມືໄລຍະໃໝ່ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ສຳລັບເດັກ (2022-2026) ແລະ ທົບທວນການຈັດຕັ້ງປະຕິບັດໂຄງການ ປະຈຳປີ 2020 ໂດຍການເປັນປະທານຂອງ ທ່ານປອ. ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ປະທານຮ່ວມ ທ່ານ ດຣ. Pia Rebello Britto ຜູ້ຕາງໜ້າອົງການ ສປຊ ສໍາລັບເດັກ ປະຈໍາ ສປປ ລາວ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເລີ່ມຂະບວນການສ້າງແຜນງານການຮ່ວມມືໄລຍະໃໝ່ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ສຳລັບເດັກ 2022-2026 ແລະ ທົບທວນຄືນການຈັດຕັ້ງປະຕິບັດວຽກງານຜ່ານມາປະຈຳປີ 2020 ແລະ ທິດທາງໃນຕໍ່ໜ້າ.

ທ່ານ ນາງ ດຣ Pia Rebello Britto ໄດ້ກ່າວວ່າ: “ໃນການວາງແຜນສຳລັບອະນາຄົດຈະສືບຕໍ່ຜັນຂະຫຍາຍ ວິໄສທັດ ຂອງພະນະທ່ານ ໄກສອນ ພົມວິຫານ ເຊິ່ງພວກເຮົາກໍ່ໄດ້ສະເຫຼີມສະຫຼອງວັນເກີດຄົບຮອບ 100 ປີ ຂອງພະນະທ່ານ ໄປໃນວັນທີ 13 ທັນວາ ທີຜ່ານມາ ຈຸດປະສົງຂອງພວກເຮົາໃນການປັບປຸງຊີວິດການເປັນຢູ່ຂອງເດັກທຸກຄົນໃນປະເທດລາວ, ເເຜນງານການຮວມມືໄລະຍະໃໝ່ລະຫວ່າງລັດຖະບານເເຫ່ງ ສປປ ລາວ ເເລະ ສປຊ ສໍາລັບເດັກ ຈະສຸມໃສ່ສາມປັດໃຈເປັນພິເສດ: ຄວາມສະເໝີພາບ, ການເສີມສ້າງຄວາມເຂັ້ມແຂງຂອງລະບົບ ເເລະ ການເສີມສ້າງຄວາມເຂັ້ມແຂງໃຫ້ກັບເດັກ ເເລະ ໄວໜຸ່ມ ເພື່ອໃຫ້ພວກເຂົາສາມາດປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ ກອງປະຊຸມໄດ້ມີການປືກສາຫາລືຢ່າງກ້ວາງຂວາງ ແລະ ກົງໄປກົງມາ ໂດຍການຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດທີ່ຜ່ານມາ ເພື່ອປັບປຸງແຜນງານການຮ່ວມມື ໃນສົກປີ 2020 ນີ້ ເຊີ່ງເປັນປີທ້າຍສະໄໝ ຂອງການຈັດຕັ້ງປະຕິບັດແຜນງານການຮ່ວມມື (2017-2021) ແລະ ເພື່ອຮັບປະກັນໄດ້ໃນການສ້າງແຜນງານການຮ່ວມມືໄລຍະໃໝ່ 2022-2026 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂື້ນກ່ວາເກົ່າ ເພີ່ມທະວີການລົງທຶນໃສ່ວຽກງານການພັດທະນາເດັກນ້ອຍໃຫ້ມີປະສິດທິພາບ ແລະປະສິດທິຜົນໂດຍສຸມໃສ່ວຽກ ງານການວາງແຜນ, ການຂື້ນງົບປະມານ, ການປະສານງານ ແລະ ການຕິດຕາມລະດັບທ້ອງຖິ່ນ ໂດຍສະເພາະເດັກນ້ອຍທີ່ຢູ່ຫ່າງໄກສອກຫຼີກ ທີ່ບໍ່ສາມາດເຂົ້າເຖີງ ແລະ ໃຫ້ມີ ການນຳໃຊ້ຖານຂໍ້ມູນທີ່ມີເພື່ອເປັນບ່ອນອີງໃນການກໍານົດເປົ້າໝາຍຈຸດສຸມ ເຂົ້າໃນການວາງແຜນທີ່ດີ ເປັນເຈົ້າການໃນການວາງແຜນຮ່ວມກັນໃຫ້ແທດເໝາະ ແລະ ເໝາະສົມກັບຄວາມອາດສາມາດ, ຊຶ່ງຕ້ອງໄດ້ຄຳນຶງເຖິງເວລາທີ່ມີຈຳກັດ ພ້ອມທັງຜົນໄດ້ຮັບທີ່ມີຄຸນນະພາບ, ມີການຕິດ ຕາມການຈັດຕັ້ງປະຕິບັດ ແລະ ການສັງເກດຕີລາຄາແຕ່ລະໄລຍະ (ໄຕມາດ 06 ເດືອນ); ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນການບໍລິຫານ-ຄຸ້ມຄອງແຜນງານ/ໂຄງການ ແລະ ການເງິນໃຫ້ແກ່ຄູ່ຮ່ວມງານ (IPs) ທີ່ໄດ້ຮັບທຶນສະຫນັບສະຫນູນ ຈາກອົງການ ສປຊ ສຳລັບເດັກ; ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິຜົນຫຼາຍຂຶ້ນກ່ວາເກົ່າ ທັງເປັນເຈົ້າການໃນການວາງແຜນຮ່ວມກັນໃຫ້ສອດຄອງ ແລະ ກົມກ່ຽວກັບຄວາມອາດສາມາດຂອງຂະແໜງການ; ສືບຕໍ່ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະທົບທວນການຈັດຕັ້ງປະຕິບັດແຜນງານ/ໂຄງການ ທີ່ໄດ້ຮັບການສະຫນັບສະຫນູນ ຈາກອົງການ ສປຊ ສຳລັບເດັກ, ປະຈໍາໄຕມາດ ແລະ ປະຈຳປີ ພ້ອມທັງລົງຕິດຕາມ, ຊຸກຍູ້ ແລະ ຢ້ຽມຢາມໄປພ້ອມໆ ກັນ ໄລຍະຜ່ານມາແຜນງານການຮ່ວມມືດັ່ງກ່າວ ແມ່ນໄດ້ປະກອບສ່ວນສະຫນັບສະຫນູນ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ກໍ່ຄືເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ (SDG 4 ແລະ 5) ໃນການປະຕິບັດວຽກງານຂອງກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງສືກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະພາແຫ່ງຊາດ, ອົງການໄອຍະການ ປະຊາຊົນສູງສຸດ, ສານປະຊາຊົນ, ສູນກາງແນວລາວສ້າງຊາດ ແລະ ສູນກາງສະຫະພັນແມ່ຍິງລາວ