ອີງໃສ່ສະພາບການແຜ່ກະຈາຍພະຍາດ ໂຄວິດ-19 ຂອງປະເທດໄທ ທີ່ເກີດຈາກຕະຫຼາດອາຫານທະເລ ແລະ ທາງກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ກໍ່ໄດ້ອອກແຈ້ງການຫ້າມນຳເຂົ້າຊົ່ວຄາວອາຫານທະເລສົດ ແລະ ອາຫານແຊ່ແຂງ ຈາກປະເທດໄທ ທຸກປະເພດ.
- ໂຄວິດ-19 ແມ່ນເກີດຈາກຜູ້ຂາຍອາຫານທະເລຕິດ ໂຄວິດ-19 ຈາກບ່ອນໃດບ່ອນໜຶ່ງ
- ເຊື້ອໂຄວິດຈາກຜູ້ຂາຍໄປຕິດຢູ່ນຳອາຫານທະເລທີ່ລາວຂາຍດ້ວຍການໄອຈາມ ແລະ ການຈັບບາຍອາຫານທະເລທີ່ລາວຂາຍ
- ມີຄົນໄປຊີ້ອາຫານທະເລນຳລາວ ແລະ ໂຄວິດກໍ່ຕິດຕໍ່ໃສ່ຜູ້ໄປຊື້ອາຫານທະເລນັ້ນໆ
- ເຊື້ອໂຄວິດຈະຕິດຢູ່ນຳອາຫານທະເລ ແລະ ອາຫານແຊ່ແຂງໄດ້ດົນຍ້ອນອາຫານເຫຼົ່ານັ້ນມີຄວາມເຢັນ ແລະ ເຊື້ອຢູ່ນຳຄວາມເຢັນໄດ້ດົນ
- ການທີ່ເຮົາຈະກິນອາຫານທະເລຕ້ອງກິນສຸກ, ສະອາດ (ເຊື້ອຈະຕາຍເມື່ອຖືກຄວາມຮ້ອນ)
- ລ້າງມືກ່ອນຈັບບາຍປາກ, ດັງ, ຕາ
ສະນັ້ນ ຂໍໃຫ້ທຸກໆ ທ່ານມີຄວາມເຂົ້າໃຈ ແລະ ຕື່ນໂຕປ້ອງກັນຕົນເອງ ບໍ່ໃຫ້ໂຄວິດລະບາດໃນບ້ານເຮົາ.
