ເວົ້າເລື່ອງເກົ່າ
- ບາງຄົນເຄີຍເວົ້າວ່າທວນເລື່ອງເກົ່າມັນບໍ່ດີວ່າຊັ້ນເດ! ມີແຕ່ຜົນເສຍຫາຍ ກະໜໍ່າໃຈບໍ່ມີເວັ້ນເປັນເວນກຳໃດແທ້? ນຳມາພັນຜູກໝູ່ເອີຍ ມີແຕ່ເລື່ອງຮ້າຍໆ ໜີໄດ້ກໍ່ບໍ່ຮອດວາ.
- ຍັງມີຄົນມັກເວົ້າເລົ່າອາດີດຜິດກັນແມ່ນແທ້ໃດ! ຍ້ອນສາຍຜູກພັນໃຈຮຸ່ມແຮງຮົມຮ້ອນ ພໍ່ແມ່ສອນເຮົາໃຫ້ມີຄອບຄົວອົບອຸ່ນ ຊີວິດນີ້ມີແຕ່ເຈົ້າຈົນເທົ້າຊົ່ວຊີບວາຍ.
- ຍັງມີຄົນມັກເວົ້າເລົ່າອາດີດບໍ່ມີສຸດ ອວດຕົນເໝືອນເທວະບຸດວາດສະໜາລິບຫຼີ່ ຊີວິດຈີ່ງເໝືອນໜາມກົກງີ້ວປັກແທງທຸກຢ່າງ ແຕ່ວາງຕົນເປັນຝ້າຍອ່ອນນຸ້ມໃຫ້ນາຍເຈົ້າໄດ້ເພີ່ງອີງ.
- ອາດີດມີດີ ແລະ ມີຮ້າຍ ມີຂື້ນ ແລະ ມີລົງ ມີທຸກ ແລະ ມີສຸກ ຢ່າພໍ່າພືມຝັນຮ້າຍ ຈົ່ງປ່ອຍວາງໃຫ້ມັນໄດ້ ປົງຕົກສີ່ງບໍ່ຢື້ທໍ້ ພໍໃຈເຮົາຍັງມີຍາດພວກພ້ອງເມືອງບ້ານເພີ່ນຮັກແພງ.
- ມື້ນີ້ ແລະ ມືອື່ນຍັງຕໍ່ສູ້ ບາກບັ່ນບໍ່ມີສຸດ ອາດີດເປັນພຽງຝັນຢ່າຢຶດຈຳຈອງໄວ້ ສີ່ງດີເກັບເອົາໄວ້ ແນວເສຍໃຈເປັນບົດຮໍ່າບົດຮຽນບໍ່ໃຫ້ຊໍ້າ ບໍ່ທຳອີກໃຫ້ຊໍ້າຮອຍ.
ແຫຼ່ງທີ່ມາໂດຍ: ອຈ ສົມພົງ ມົງຄົນວິໄລ