ພາຍໃຕ້ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ ພັກໄດ້ນໍາພາສ້າງພື້ນຖານ ແລະ ບັນດາປັດໄຈຕົວຈິງທີ່ສໍາຄັນ ໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ເກີດຂຶ້ນ ລວມທັງສ້າງຄວາມອາດສາມາດຫຼາຍດ້ານ ເພື່ອເຮັດໃຫ້ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນຕອນເຊົ້າວັນທີ 13 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ມີຄຳເຫັນບາງຕອນສຳຄັນຕໍ່ກອງປະຊຸມ ວ່າ: ປະເທດຊາດ ມີການຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານຄວາມເປັນເອກະລາດ ອໍານາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ ຍ້ອນລະບົບການເມືອງຢູ່ແຕ່ລະຂັ້ນໄດ້ຮັບການປັບປຸງຢ່າງຕໍ່ເນື່ອງປະຊາຊົນບັນດາເຜົ່າ ນັບທັງພີ່ນ້ອງຊາວລາວຜູ້ມີນໍ້າໃຈຮັກເຊື້ອແພງຊາດທີ່ດໍາລົງຊີວິດ ທໍາມາຫາກິນຢູ່ຕ່າງປະເທດ ໄດ້ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີປອງດອງ ແລະຄວາມເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການກໍ່ສ້າງ ປັບປຸງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະເທດຊາດ ຄວາມສາມາດໃນການປະຕິບັດໜ້າທີ່ໄດ້ຮັບການຍົກລະດັບສູງຂຶ້ນ ກາຍເປັນກໍາລັງປະຈັນບານໃນການຕ້ານ ສະກັດກັ້ນ ແລະ ທັບມ້າງກົນອຸບາຍມ້າງເພທໍາລາຍ ຂອງອິດທິກໍາລັງປໍລະປັກ ແລະ ການກໍ່ຄວາມບໍ່ສະຫງົບ, ອາດຊະຍາກໍາຕ່າງໆ ຂອງພວກຄົນບໍ່ດີ.

ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ກ່າວຕື່ມອີກວ່າ: ສາມາດຢັບຢັ້ງການເກີດວິກິດດ້ານເສດຖະກິດ-ການເງິນ ທີ່ຮ້າຍແຮງ ບັນດາໂຄງການລົງທຶນຂະໜາດໃຫຍ່ໃນຫຼາຍຂົງເຂດ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ກາຍເປັນແຮງພັກດັນໃຫ້ແກ່ການພັດທະນາ ສາມາດຮັກສາການເຕີບໂຕຂອງເສດຖະກິດ ໃນຂົງເຂດວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາຍົກລະດັບຂຶ້ນຢ່າງຕໍ່ເນື່ອງກາຍເປັນປັດໄຈພື້ນຖານຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງໃນຊຸມປີຕໍ່ໜ້າສາມາດບັນລຸໄດ້ດັດສະນີການພັດທະນາຊັບພະຍາກອນມະນຸດ ຂອງບັນດາປະເທດທີ່ພົ້ນຈາກສະຖານະ ພາບດ້ອຍພັດທະນາ ພ້ອມນັ້ນການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຍົກລະດັບຂຶ້ນຢ່າງຈະແຈ້ງ.
ສັງລວມແລ້ວຜົນສໍາເລັດທີ່ຍາດໄດ້ຢ່າງຕໍ່ເນື່ອງໃນຫຼາຍສິບປີແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຮອບດ້ານ ເຊິ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນ ທີ່ຮັບປະກັນໃຫ້ປະເທດຊາດ ແລະ ລະບອບໃໝ່ໃຫ້ຍືນຍົງຄົງຕົວ ສາມາດຜ່ານຜ່າອຸປະສັກ ສິ່ງທ້າທາຍທົດສອບຕ່າງໆ ແລະ ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກ ມີຄວາມເຂົ້າໃຈເລິກເຊິ່ງບັນຫາຕ່າງໆ ປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກໃຫ້ຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ເຊິ່ງໄດ້ປະກອບສ່ວນສໍາຄັນໄດ້ເຮັດໃຫ້ຜ່ານຜ່າຄວາມຫຍຸ້ງຍາກດ້ານຕ່າງໆ.