ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ໄດ້​ຂຶ້ນ​ລາຍ​ງານ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VIII (2016-2020) ແລະ ຮ່າງ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງຊາດ 5 ປີ ຄັ້ງ​ທີ IX (2021-2025) ໃຫ້​ຮູ້​ວ່າ: ການ​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ແຜນການ 5 ປີ ຄັ້ງ​ທີ VIII (2016-2020) ແມ່ນ​ໄດ້​ອີງໃສ່​ມະຕິ​ກອງ ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ເລກ​ທີ 014/ສພຊ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ແຜນ​ດັດແກ້​ໂຕ​ເລກ​ມະຫາ​ພາກ​ແຜນ​ໄລຍະ 4 ປີ (2017-2020), ຂອບ​ຕິດຕາມ ແລະ ປະ​ເມີນ​ຜົນຂອງ​ແຜນການ 5 ປີ ຄັ້ງ​ທີ VIII ຊຶ່ງ​ປະກອບ​ມີ 160 ຕົວ​ຊີ້​ວັດ, ໃນ ນັ້ນ ປະມານ 60% ແມ່ນ​ຕິດ​ພັນ​ກັບ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (ປພຍ ຫຼື SDGs).I. ສະພາບ​ການຈັດຕັ້ງ​ປະ ຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) 1. ສະພາບ​ລວມ:ໃນ​ຕະຫຼອດ​ໄລຍະ​ການຈັດຕັ້ງ​ປະຕິບັດ​ແຜນ 5 ປີ ຄັ້ງ​ທີ VIII ທີ່​ຜ່ານ​ມາ ແມ່ນ​ປະສົບ​ກັບ​ສະພາບ​ແວດ​ລ້ອມ​ທັງ​ພາຍ​ນອກ ແລະ ພາຍ​ໃນ ມີ​ຄວາມ​ຫຍຸ້ງຍາກ ແລະ ມີ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ​ຫຼາຍ​ຢ່າງເຊັ່ນ: ສະພາບ​ພາຍ​ນອກ ແມ່ນ​ເສດຖະກິດ​ໂລກ​ມີ​ທ່າ​ອ່ຽງ​ການ​ຂະຫຍາຍຕົວ​ຫຼຸດ​ລົງ, ຄວາມ​ບໍ່​ແນ່ນອນ​ຂອງ​ລາ​ຄາ​ນ້ໍາ​ມັນ ແລະ ລາຄາ​ອາຫານ​ໂລກ, ສົງຄາມ​ການ​ຄ້າ​ຂອງ​ປະເທດ​ມະຫາ​ອຳ​ນາດ, ຄວາມ​ຂັດ​ແຍ່ງ​ທາງ​ການ​ເມືອງ​-​ການ​ທະຫານ, ການ​ລະບາດ​ຂອງ​ພະຍາດ COVID-19 ໃນ​ທົ່ວ​ໂລກ; ສະພາບ​ພາຍ​ໃນ: ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ​ທີ່​ສະ​ສົມ​ຜ່ານ​ມາ ເຮັດ​ໃຫ້​ເສດຖະກິດມະ ຫາ​ພາກ​ມີ​ຄວາມ​ບອບ​ບາງ ເປັນຕົ້ນ​ແມ່ນບັນຫາ​ໜີ້​ສິນຄຸມ ເຄືອ, ລາຍ​ຮັບ​ບໍ່​ກຸ້ມ​ລາຍ ຈ່າຍ, ອັດຕາ​ການ​ເຕີບ​ໂຕ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ ໃນ​ທ້າຍ​ສະໄໝ​ຂອງ​ແຜນການ 5 ປີ ຄັ້ງ​ທີ VIII, ສະພາບໄພ​ພິບັດ​ທໍາ​ມະ​ຊາດພາຍຸ, ໄພ​ແລ້ງ, ຄູກັ້ນ​ນ້ຳ​ຂອງເຂື່ອນ​ແຕກ, ການລະ ບາດ​ຂອງ​ສັດຕູ​ພືດ, ພະຍາດ COVID-19 ແລະ ອື່ນໆ.ທັງ​ໝົດ​ນັ້ນ ໄດ້​ກາຍເປັນ​ສິ່ງ​ກົດ​ດັນ ແລະ ຫຼໍ່​ແຫຼມຕໍ່​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ​ປະເທດ​ເຮົາ, ດັ່ງນັ້ນ ໃນ​ປີ​ທໍາ​ອິດ​ຂອງ​ແຜນ 5 ປີ ຄັ້ງທີ VIII ລັດຖະບານ​ຈຶ່ງ​ໄດ້ສະເໜີ​ ຕໍ່​ສະພາ​ແຫ່ງ​ຊາດ ເພື່ອດັດ​ ປັບໂ​ຕເລກ​ອັດຕາ​ການ​ຂະ ຫຍາຍຕົວ​ຂອງ​ເສດຖະກິດ​ໃນ 5 ປີ ລົງ​ຈາກ 7,5% ມາ​ເປັນ 7,2% ແລະ ໂຕ​ເລກ​ມະຫາ​ພາກ​ອື່ນໆ. ມາ​ຮອດ​ປີ 2020 ຊຶ່ງ​ເປັນ​ປີ​ສຸດ​ທ້າຍ​ຂອງ​ແຜນການ 5 ປີ ຄັ້ງ​ທີ VIII ນີ້ ປະເທດ​ເຮົາ​ກໍ​ຖືກ​ກະທົບ​ແຮງ​ພໍ​ສົມຄວນ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ COVID-19 ແລະ ໄດ້​ດັດ​ປັບ​ໂຕ​ເລກ​ການ​ຂະຫຍາຍຕົວ​ຂອງ ເສດຖະກິດ ປີ 2020 ລົງ​ຈາກ 6,5% ມາ​ເປັນ 3,3%-3,6% ພ້ອມ​ດ້ວຍ​ຄາດໝາຍ​ທາງ​ດ້ານ​ມະຫາ​ພາກ​ຈໍາ​ນວນ​ໜຶ່ງ ຊຶ່ງ​ຄາດ​ວ່າ​ຈະ​ເຮັດ​ໃຫ້​ອັດຕາ​ການ​ຂະຫຍາຍຕົວ ສະເລ່ຍ ໃນແຜນ ການ 5 ປີ ຄັ້ງ​ທີ VIII ຈະ​ໄດ້​ພຽງ 5,8% ຫຼຸດແຜນທີ່​ວາງ​ໄວ້ 7,2%.ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ, ໃນ​ໄລຍະ 5 ປີ ຜ່ານ​ມາ ໂດຍ​ພາຍ​ໃຕ້​ການ​ຊີ້​ນໍາ​ຢ່າງ​ໃກ້​ຊິດ​ຂອງ​ລັດຖະ​ບານ ບວກ​ກັບ ຄວາມ​ບຸກ​ບືນ​ສູງ​ຂອງ​ບັນດາ​ຂະແໜງການ, ອໍາ​ນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ຂອງ​ປະຊາຊົນ ບວກ​ກັບ​ການສະໜັບສະໜູນ​ຂອງ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດທະສາດ ແລະ ຄູ່​ຮ່ວມ​ພັດທະນາໄດ້​ເຮັດໃຫ້ ການ​ພັດທະນາ​ເສດ​ຖະ​ກິດ-​ ສັງຄົມເຖິງ​ຈະ​ປະ​ເຊີນ​ກັບ​ຄວາມຫຍຸ້ງຍາກ​ຕ່າງໆອັນໜັກ ໜ່ວງ​ກໍ​ຕາມ ແຕ່​ກໍ​ຍັງ​ສາມາດ ​ປະຄອງ​ຕົວ ແລະ ຜ່ານ​ບັນດາ ຄວາມ​ຫຍຸ້ງຍາກ​ໃນ​ລະດັບ​ດີ​ສົມຄວນ, ຮັບປະກັນ​ການ​ຜະລິດ ແລະ ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ໄດ້ຮັບ​ການ​ປັບປຸງ​ດີ​ຂຶ້ນ, ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ ໃນຫຼາຍ​ຂົງເຂດ ຍັງ​ສືບຕໍ່​ໄດ້​ຮັບ​ການຈັດຕັ້ງ​ປະ ຕິບັດ ເປັນຕົ້ນໂຄງການກໍ່ສ້າງ ທາງ​ລົດໄຟ​ ລາວ​-​ຈີນ, ໂຄງ ການ​ກໍ່ສ້າງ​ທາງ​ດ່ວນ​ແຕ່​ນະ ຄອນຫຼວງ​ວຽງ​ຈັນ​-​ວັງ​ວຽງ, ໂຄງການ​ພະລັງ​ງານ​-​ບໍ່​ແຮ່, ໂຄງການພັດທະນາ​ເຂດເສດ ຖະກິດ​ພິເສດ, ໂຄງການ​ພັດ ທະນາ​ການທ່ອງທ່ຽວ, ສ້າງ​ຈຸດ​ເລີ່ມ​ຕົ້ນ​ອັນ​ສໍາ​ຄັນໃຫ້​ແກ່​ການ​ຫັນປ່ຽນ ຈາກ​ການ​ເພິ່ງ​ພາ​ການ​ຂຸດ​ຄົ້ນ​ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ​ຢ່າງ​ດຽວ ໄປ​ສູ່​ການ​ເສີມ​ຂະຫຍາຍ​ທຸກ​ທ່າແຮງ​ຂອງ​ຊາດ ດ້ວຍ​ການ​ພັດທະນາ​ຕາມ​ທິດ​ຍືນ​ຍົງ ແລະ ສີຂຽວ, ການ​ຫັນ​ໄປ​ສູ່​ທັນ​ສະໄໝ ແລະ ນໍາ​ໃຊ້​ຜົນ​ສໍາ​ເລັດ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ໃ​ໝ່ ໄດ້​ມີ​ບັນຍາກາດ​ອັນ​ໃ​ໝ່, ຜົນ​ສໍາ​ເລັດ​ອັນ​ພົ້ນ​ເດັ່ນ​ແມ່ນພວກ​ເຮົາ​ສາມາດ​ບັນລຸ​ຄາດໝາຍ​ທີ່​ສໍາ​ຄັນ​ ໃນການນໍາ​ ພາປະເທດ​ຊາດ​ຫຼຸຸດ​ພົ້ນ​ອອກ ​ຈາກ​ສະຖານະ​ພາບ​ດ້ອຍ​ພັດ ທະນາ, ສັງຄົມ​ມີ​ຄວາມ​ສະຫງົບ ແລະ ມີ​ສະຖຽນ​ລະ​ພາບ​ຢ່າງ​ໜັກ​ແໜ້ນ, ອັດຕາ​ຄວາມທຸກ​ຍາກ​ມີ​ທ່າ​ອ່ຽ​ງຫຼຸຸດ​ລົງ, ສະແດງ​ອອກ​ແຕ່​ລະ​ດ້ານ​ດັ່ງນີ້:2. ຜົນ​ສໍາ​ເລັດ​ທີ່​ພົ້ນເດັ່ນ​ ຂອງ​ການຈັດຕັ້ງ​ປະຕິບັດ​ແຜນ ການ 5 ປີ ຄັ້ງ​ທີ VIII (2016-2020) ມີ​ຄື: 1). ເປົ້າ​ໝາຍ 1 ເສດຖະກິດ​ແຫ່ງ​ຊາດ​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ, ໝັ້ນ​ທ່ຽງ ແລະ ສ້າງ​ໄດ້​ຄວາມສົມ​ດູນຂອງ ການ​ເຕີບ​ໂຕ ​ເພື່ອສຸມໃສ່ສ້າງ​ ພື້ນຖານເສດຖະກິດ​ໃຫ້​ມີ​ຄວາມ ​ເຂັ້ມແຂງ ແລະ ຫຼຸດຜ່ອນ​ຄວາມ​ບອບ​ບາງ​ທາງ​ດ້ານ​ເສດ​ຖະ​ກິດ. (1). ແຜນ​ວຽກ​ຈຸດ​ສຸມທີ 1 ຮັບປະກັນ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ສືບຕໍ່​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ ໝັ້ນ​ທ່ຽງ ແລະ ສົມ​ດູນ.ໃນ​ໄລຍະ 5 ປີ ຜ່ານ​ມາ ເສດຖະກິດ​ແຫ່ງ​ຊາດສືບຕໍ່ຂະ ຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ສະ ເລ່ຍ​ຄາດ​ວ່າ​ຈະ​ຢູ່​ໃນ​ລະດັບ 5,8% ຕໍ່​ປີ (ປີ 2016: 7,02%, ປີ 2017: 6,9%, ປີ 2018: 6,3%, ປີ 2019: 5,5% ແລະ ໃນ​ປີ 2020 ຄາດວ່າຈະ ​ຂະຫຍາຍຕົວ​ປະມານ 3,3%), ແຕ່​ເຫັນວ່າ​ ອັດຕາ​ການຂະຫຍາຍຕົວ​ມີ​ທ່າ​ອ່ຽງຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ແລະ ຫຼຸດ​ແຜນການວາງ​ໄວ້ (ແຜນການ 7,2%), ໃນ​ນີ້ ຂະແໜງ​ກະ​ສິ​ກໍາ ຂະຫຍາຍຕົວ​ສະເລ່ຍ 2,1% (ແຜນການ 3,4%), ອຸດ​ສາ​ຫະ​ກໍາຂະຫຍາຍຕົວ​ສະເລ່ຍ 9,1% (ແຜນການ 9,3%), ການບໍລິ ການ​ຂະຫຍາຍຕົວ​ສະເລ່ຍ 4,8% (ແຜນການ 8,1%) ແລະ ພາສີ​ອາກອນຂະຫຍາຍ​ຕົວສະເລ່ຍ 5,2% (ແຜນການ 5%). ປັດ​ໄຈ​ທີ່​ຊຸກຍູ້​ການ​ຂະ ຫຍາຍຕົວ​ເສດຖະກິດ​ສ່ວນ​ໃຫຍ່​ມາຈາກ​ຂະແໜງ​ອຸດ​ສາ​ຫະ​ກໍາ ໂດຍ​ສະເພາະ ໃນຂະ ແ​ໜງ​ພະລັງງານ​ໄຟຟ້າ ແລະ ການ​ກໍ່ສ້າງ, ສໍາ​ລັບ​ຂະແໜງ​ບໍລິການ​ການຂາຍ​ຍົກ​-​ຂາຍ ຍ່ອຍ, ການ​ເງິນ ແລະ ປະກັນ ​ໄພມີ​ການ​ຂະຫຍາຍຕົວດີ ແຕ່​ ການ​ປະກອບສ່ວນຕໍ່​ເສດຖະ ກິດ​ບໍ່​ສູງ. ສາເຫດ​ຕົ້ນຕໍ​ທີ່​ອັດຕາ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ​ມີ​ການ​ສະ​ລໍ​ຕົວ​ຫຼຸດ​ລົງ ແລະ ບໍ່​ບັນລຸແຜນການ​ວາງໄວ້ ຍ້ອນ​ການ​ຂະຫຍາຍຕົວ​ຂອງ​ຂະແໜງ​ກະ​ສິ​ກໍາ​ມີ​ທ່າ​ອ່ຽ​ງຫຼຸຸດ​ລົງ ແລະ ຖືກ​ຜົນກະທົບຈາກໄພ ​ທໍາ​ມະ​ຊາດ; ຂະແໜງ​ບໍ່ແຮ່ ແລະ ການ​ຂຸດຄົ້ນ​ມີ​ທ່າອ່ຽງຫຼຸຸດ ​ລົງ ຈົນ​ຕິດ​ລົບ ນັບ​ແຕ່​ໄລຍະ​ປີ 2017-2019 ແລະ ການ​ຂະຫຍາຍຕົວ ຂອງ​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ຍັງ​ຊັກ​ຊ້າ, ນອກຈາກ​ນັ້ນ, ການ​ຂະຫຍາຍຕົວ​ຂອງ​ຂະແໜງ​ບໍ ລິການ​ກໍ​ມີ​ທ່າ​ອ່ຽ​ງຫຼຸຸດ​ລົງ ໂດຍ ສະເພາະ​ແມ່ນ​ຂະແໜງການບໍ ລິການ​ທີ່​ພັກອາໄສ ແລະ ຮ້ານ ​ອາຫານທີ່​ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ. ນອກຈາກ​ນັ້ນ, ການຂະ ຫຍາຍຕົວ​ເສດຖະກິດ​ແມ່ນ ຫຼຸຸດ​ລົງ​ຕາມ​ກະແສ​ລວມ​ຂອງ​ເສດຖະກິດ​ພາກ​ພື້ນ ແລະ ສາ ກົນທີ່​ມີ​ທ່າ​ອ່ຽງ​ຫຼຸດ​ລົງ ໂດຍ​ສະ ເພາະ​ບັນດາ​ປະເທດຄູ່ຄ້າທີ່​ສໍາ​ຄັນ, ສາເຫດ​ຕໍ່​ມາ​ແມ່ນຜົນ​ ກະທົບ​ຈາກ​ໄພ​ພິບັດ​ທໍາ​ມະ​ຊາດ​ນ້ໍາ​ຖ້ວມ, ການ​ລະບາດ ພະຍາດ​ COVID-19; ປັດ​ໄຈ​ ສໍາ​ຄັນ​ອີກ​ອັນ​ໜຶ່ງ​ແມ່ນການ​ ຫັນ​ມາ​ອາໄສ​ການ​ຜະລິດ ແລະ ການ​ສົ່ງ​ອອກ​ສິນຄ້າ​ນອກ​ຂະ ແໜງ​ຊັບ​ພະຍາ​ກອນ​ທໍາ​ມະ​ຊາດຫຼາຍ​ຂຶ້ນ ໂດຍ​ການ​ຫຼຸຸດ​ຜ່ອນ​ການ​ຂຸດ​ຄົ້ນ​ແຮ່ທາດ, ການສົ່ງ ອອກ​ໄມ້ຫັນ​ມາ​ສົ່ງເສີມ​ການ​ຜະລິດ​ອຸດສາ​ຫະ​ກໍາ​ປຸງ​ແຕ່ງ​ກະ​ສິ​ກໍາ, ຊິ້ນ​ສ່ວນ​ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ, ເຄື່ອງ​ໄຟຟ້າ ແລະ ການ​ບໍລິການ​ທີ່​ຕິດ​ພັນ​ກັບ​ການ​ທ່ອງທ່ຽວ​ຫຼາຍ​ຂຶ້ນ, ຄຽງ​ຄູ່​ກັນ​ນັ້ນ, ລັດຖະບານ​ໄດ້​ເຂັ້ມ​ງວດ ການ​ປະຕິບັດລະບຽບ​ກົດໝາຍ ເປັນຕົ້ນເຂັ້ມ​ງວດ​ການ​ສົ່ງອອກ​ໄມ້​ເຖື່ອນ ຊຶ່ງເຮັດ​ໃຫ້​ເສດຖະກິດ​ຂອງ​ລາວມີ​ການ​ຂະຫຍາຍຕົວ​ຊ້າ​ລົງ​ເລັກ​ນ້ອຍ ແຕ່​ເປັນ​ການ​ເຕີບ​ໂຕ​ທີ່​ມີ​ຄຸນ​ນະ​ພາບ​ຫຼາຍ​ຂຶ້ນ ແລະ ເປັນ​ການຫັນ ເຂົ້າ​ສູ່​ຖານ​ການຜະລິດຕົວຈິງ ເພື່ອ​ສ້າງພື້ນຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ເຕີບ​ໂຕ​ໃນ​ຕໍ່​ໜ້າ.ໂດຍ​ລວມ​ແລ້ວ, ການ​ຂະ ຫຍາຍຕົວ​ເສດຖະກິດ​ຜ່ານ​ມາ ແມ່ນ​ອາໄສ​ຂະແໜງ​ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ​ເປັນ​ສ່ວນ ​ໃຫຍ່​ ເພື່ອ​ຂັບ​ເຄື່ອນ​ການ​ເຕີບ​ໂຕ ຊຶ່ງ​ການ​ຂະຫຍາຍຕົວໃນ ລັກສະນະ​ດັ່ງກ່າວ​ຈະ​ບໍ່​ມີ​ຄວາມ​ ຍືນ​ຍົງ, ແຕ່​ເຖິງ​ແນວໃດ​ກໍ​ຕາມ ເຫັນ​ວ່າ ເສດຖະກິດ​ໄດ້​ເລີ່ມ​ຫັນ​ໄປ​ສູ່​ຂະແໜງ​ອຸດ​ສະ​ຫະ​ກໍາ​ປຸງ​ແຕ່ງ ແລະ ການ​ບໍລິການທີ່ຕິດ ​ພັນ​ກັບການ​ສ້າງ​ວຽກ​ເຮັດ​ງານ ທໍາ ແລະ ລາຍ​ໄດ້​ຂອງ​ປະຊາ ຊົນຕາມ​ທິດ​ທີ່​ມີ​ຄຸນ​ນະ​ພາບ ແລະ ຍືນ​ຍົງ​ຫຼາຍ​ຂຶ້ນ.ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ສະເລ່ຍ​ຕໍ່​ຫົວ​ຄົນ ໄດ້​ເພີ່ມ​ຂຶ້ນ​ຈາກ 2.025 ໂດ​ລາ​ ປີ 2016 ມາ​ເປັນ 2.654 ໂດ​ລາ​ ໃນ​ປີ 2019 ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 2.664 ໂດ​ລາ​ ໃນ​ປີ 2020 (ແຜນການ 2.978 ໂດ​ລາ​).ໂຄງ​ປະກອບ​ເສດຖະກິດ ໄດ້​ມີ​ການ​ຫັນປ່ຽນ​ໄປ​ຕາມທິດ​ ການ​ຫັນ​ເປັນ​ອຸດ​ສາ​ຫະກໍາ ແລະ ທັນ​ສະໄໝ​ເທື່ອ​ລະ​ກ້າວ ຊຶ່ງ​ສະແດງ​ອອກສັດສ່ວນ​ຂອງ​ຂະແໜງ​ກະ​ສິ​ກໍາ​ ໃນ​ໂຄງ​ປະ ກອບເສດຖະກິດຈາກ 15,8% ໃນປີ 2016 ມາ​ເປັນ 16,60% ໃນປີ 2020 (ແຜນການ 16,80%); ສັດສ່ວນ​ຂອງ​ຂະ ແໜງ​ອຸດ​ສາ​ຫະ​ກໍາໄດ້​ຫຼຸດ​ລົງ ຈາກ 33,7% ໃນ​ປີ 2016 ມາ​ເປັນ 33,00% ໃນ​ປີ 2020 (ແຜນການ 39,00%) ແລະ ສັດສ່ວນ​ຂອງ​ຂະແໜງ​ບໍລິການ ຫຼຸດ​ລົງ​ຈາກ 40,3% ໃນ​ປີ 2016 ມາ​ເປັນ 39,50% ໃນ​ປີ 2020 (ແຜນການ 35,40%).ການ​ຜະລິດ ແລະ ການ​ບໍລິການ​ສິນຄ້າ ເຫັນ​ວ່າ​ມີ​ທ່າ​ຂະຫຍາຍຕົວ ແລະ ສາມາດ​ຕອບສະໜອງ​ໃຫ້​ແກ່ສັງຄົມ ໄດ້​ໂດຍ​ພື້ນຖານ, ໃນ​ນີ້: • ຂະແໜງ​ກະ​ສິ​ກໍາ: ການ​ປູກຝັງ ເຫັນ​ວ່າ​ໄດ້​ມີ​ຂະບວນ​ການ​ຟົດຟື້ນ​ພໍ​ສົມຄວນ, ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກໄພ​ ພິບັດ​ທໍາ​ມະ​ຊາດ ແລະ ພະຍາດ​ໂຄ​ວິດ-19 ຈຶ່ງ​ເຮັດໃຫ້​ຜົນ​ຜະລິດ​ຂອງ​ພືດ​ບາງ​ຊະນິດ​ມີ​ທ່າອ່ຽງ ຫຼຸຸດ​ລົງ ເປັນຕົ້ນການ​ຜະລິດ​ເຂົ້າ​ລວມ ສະເລ່ຍ 5 ປີ ປະຕິບັດ​ໄດ້ 3,70 ລ້ານໂຕ​ນຕໍ່ປີ (ແຜນ ການ: 4,35 ລ້ານ​ໂຕນຕໍ່ປີ), ເຖິງ​ແນວໃດ​ກໍຕາມເຫັນ​ວ່າ ການ​ຜະລິດເຂົ້າ​ຍັງ​ສາມາດຮັບ ປະກັນ​ການ​ບໍລິໂພກ​ພາຍ​ໃນ, ມີ​ສ່ວນ​ແຮ​ໄວ້ ແລະ ສ່ວນ​ເກີນ​ເພື່ອ​ຂາຍ, ການ​ລ້ຽງສັດຍັງ​ເຫັນ​ວ່າ​ມີ​ການຂະຫຍາຍຕົວດີ ໂດຍ​ສະເພາະ​ການ​ລ້ຽງງົວແມ່ນເພີ່ມ ຂຶ້ນ ຈາກ 1,92 ລ້ານ​ໂຕ ມາ​ເປັນ 2,66 ລ້ານ​ໂຕ ໃນ​ປີ 2020 ແລະ ການ​ລ້ຽງ​ປາໄດ້ເພີ່ມ​ຂຶ້ນຈາກ 106 ພັນ​ໂຕນ ໃນ​ປີ 2016 ມາ​ເປັນ 122 ພັນ​ໂຕນ ໃນ​ປີ 2019 ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 130 ພັນ​ໂຕນ ໃນ​ປີ 2020. • ຂະແໜງ​ອຸດ​ສາ​ຫະ​ກໍາ; ແມ່ນ​ມີ​ການ​ຂະຫຍາຍຕົວ​ໄວ, ພົ້ນ​ເດັ່ນ​ແມ່ນມູນ​ຄ່າ​ການ ຜະລິດ​ອຸດ​ສາ​ຫະ​ກໍາປຸງ​ແຕ່ງ ແລະ ຫັດ​ຖະ​ກໍາ ປະຕິບັດ​ໄດ້ 52.700,2 ຕື້​ກີບ ສະເລ່ຍ​ເພີ່ມ​ຂຶ້ນ 9,2% ຕໍ່​ປີ (ແຜນການ: 15% ຕໍ່ປີ), ການ​ຜະລິດກະແສໄຟຟ້າ (ໂຕ​ເລກ​ສະ​ສົມ 5 ປີ) ຄາດ​ຄະເນ​ປະຕິບັດ​ໄດ້ 161.923 ລ້ານ​ກິໂລ​ວັດ​ໂມງ, ສະເລ່ຍ​ເພີ່ມ​ຂຶ້ນ 19% ຕໍ່​ປີ ຍ້ອນ​ສໍາ​ເລັດ​ໂຄງການ​ຜະລິດ ໄຟຟ້າ​ທັງ​ໝົດ 56 ແຫ່ງ, ລວມກໍາ​ລັງ​ຕິດ​ຕັ້ງ 4.501,78 MW, ລວ​ມກໍາ​ລັງ​ການ​ຜະລິດ 22.100,70 GWh/ປີ, ສ່ວນ​ການ​ຜະລິດ​ແຮ່​ທາດ ປະຕິບັດ​ໄດ້ 7.526,56 ລ້ານ​ໂດ​ລາ​ ແລະ ຄາດ​ວ່າ​ມູນ​ຄ່າ​ສົ່ງ​ອອກ​ແຮ່​ທາດ ປະຕິບັດ​ໄດ້ 6,66 ຕື້​ໂດ​ລາ​ ແຕ່​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ໃນ​ແຕ່​ລະ​ປີ ຍ້ອນ​ໂຄງ​ການ​ຈໍາ​ນວນ​ໜຶ່ງ​ຫຼຸດ​ປະ ລິມານ​ການ​ຜະລິດ​ລົງ ເນື່ອງ​ຈາກລາຄາແຮ່​ທາດ​ຫຼຸດ​ລົງ​ ຊຶ່ງ​ບໍ່​ເປັນ​ສິ່ງ​ຈູງໃຈ​ຕໍ່​ການ​ຜະລິດ, ມູນ​ຄ່າການສົ່ງອອກ​ສິນຄ້າປະ ຕິບັດ​ໄດ້ 26.429 ລ້ານ​ໂດ ລາ​ ສະເລ່ຍ​ເພີ່ມ​ຂຶ້ນ 10,4% ຕໍ່​ປີ ຫຼຸດ​ແຜນການ​ວາງ​ໄວ້ (ແຜນການ 15% ຕໍ່​ປີ), ໃນ​ນັ້ນ ການ​ສົ່ງ​ອອກ​ສິນຄ້າ​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ ກວມ​ເອົາ 43% ຂອງມູນຄ່າ​ການ​ສົ່ງ​ອອກສິນຄ້າ​ທັງໝົດ, ມູນ​ຄ່າ​ສົ່ງ​ອອກ​ໃນ​ເຂດ​ເສດຖະກິດ​ພິເສດ ຄາດວ່າ ປະ ຕິບັດ​ໄດ້ 1,52 ຕື້​ໂດ​ລາ​ (ໃນ​ນີ້ ພົ້ນ​ເດັ່ນ​ແມ່ນ​ເຂດ​ເສດຖະກິດ​ພິເສດ​ ສະ​ຫວັ​ນ-​ເຊ​ໂນ ຄາດ​ວ່າ​ຈະ​ສົ່ງ​ອອກ​ໄດ້ 1,28 ຕື້​ໂດ​ລາ​) ລະດັບ​ການ​ເປີດ​ຕົວຂອງ​ການ​ຄ້າ​ສິນຄ້າ​ກັບສາກົນ (ບໍ່​ລວມບໍລິການ) ບັນລຸ​ໄດ້ 61,5% (ຄາດໝາຍ 70%). • ຂະແໜງການ​ບໍລິການ: ໄດ້​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ເດັ່ນ​ກວ່າ​ໝູ່​ແມ່ນ ມູນ​ຄ່າ​ການ​ຈໍ​ລະ​ຈອນສິນຄ້າ ປະຕິບັດ​ໄດ້ 285.153 ຕື້​ກີບ ສະເລ່ຍ​ເພີ່ມ​ຂຶ້ນ 10,2% ຕໍ່​ປີ ຫຼຸດ​ແຜນ ການ​ວາງ​ໄວ້ (ແຜນການ 12% ຕໍ່ ປີ) ແລະ ການທ່ອງທ່ຽວ ໃນ​ປີ 2016 ປະຕິບັດ​ໄດ້ 4,23 ລ້ານ​ເທື່ອ​ຄົນ, ໃນ​ປີ 2017 ປະຕິບັດ​ໄດ້ 3,86 ລ້ານ​ເທື່ອ​ຄົນ, ໃນ​ປີ 2018 ປະຕິບັດ​ໄດ້ 4,18 ລ້ານ​ເທື່ອ​ຄົນ, ໃນ​ປີ 2019 ປະຕິບັດ​ໄດ້ 4,79 ລ້ານ​ເທື່ອຄົນ; ໃນ​ປີ 2020 ຄາດ​ວ່າ​ຈະ​ໄດ້ 0,98 ລ້ານ​ເທື່ອ​ຄົນ ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ ພະຍາດ​ໂຄ​ວິດ-19 (ແຜນການ ຮອດ​ປີ 2020: 6 ລ້ານ​ເທື່ອ​ຄົນ). (2). ແຜນ​ວຽກ​ຈຸດ​ສຸມ​ທີ 2: ຮັບປະກັນ​ໃຫ້​ເສດຖະກິດ​ມະ ຫາ ​ພາກ​ມີ​ສະຖຽນ​ລະ​ພາບ.- ດ້ານ​ການ​ເງິນ: ລັດຖະ ບານ ສຸມ​ໃສ່​ປະຕິ​ຮູບ​ລະບົບ​ການ​ຄຸ້ມ​ຄອງ​ການ​ເງິນ​ແຫ່ງ​ລັດ ດ້ວຍ​ການ​ສ້າງ​ວິໄສ​ທັດ 2030 ແລະ ຍຸດທະສາດ​ພັດທະນາ​ການ​ເງິນ​ແຫ່ງ​ລັດ ຮອດ​ປີ 2025 ໂດຍ​ການ​ປັບປຸງ​ນະໂຍບາຍ​ການ​ເງິນ, ການ​ສ້າງ ແລະ ປັບ ປຸງ​ນິຕິ​ກໍາ​ຂະແໜງການ​ເງິນ, ການ​ປະຕິ​ຮູບ​ລະບົບ​ການ​ຄຸ້ມ​ຄອງ​ການ​ເກັບ​ລາຍ​ຮັບ, ການ​ປະຕິ​ຮູບ​ລະບົບ​ຄຸ້ມ​ຄອງລາຍ​ຈ່າຍ, ພັດທະນາ​ຂະແໜງການ​ເງິນ​ເປັນ​ທັນ​ສະໄໝ, ການ​ຄຸ້ມ​ຄອງ ແລະ ພັດທະນາ​ການ​ຈັດ​ຕັ້​ງ-​ບຸກ​ຄະນາ​ກອນ ແລະ ການ​ເຂັ້ມ​ງວດ​ປະຕິບັດ​ມາດ​ຕະການ​ການ​ປະ​ຢັດ​ງົບປະມານຕາມ​ຄໍາ​ສັ່ງເລກ​ທີ 09/ນຍ ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ, ໃນ 5 ປີ ຄາດ​ວ່າ​ຈະ​ສາມາດ​ເກັບ​ລາຍ​ຮັບ​ທັງ​ໝົດ​ໄດ້ 120.422 ຕື້​ກີບ ເທົ່າ​ກັບ 98,4% ຂອງ​ແຜນທີ່​ໄດ້​ຮັບ​ການ​ດັດແກ້​ໃນ​ແຕ່​ລະ​ປີ), ສະເລ່ຍ​ເທົ່າ​ກັບ 15,9% ຂອງ GDP ຫຼື ທຽບໃສ່​ການ​ປະຕິບັດ 5 ປີ ຜ່ານ​ມາ (2011-2015) ເພີ່ມ​ຂຶ້ນ 20%, ລາຍ​ຈ່າຍ​ທັງ​ໝົດ​ປະຕິບັດ​ໄດ້ 156.351 ຕື້​ກີບ ເທົ່າ​ກັບ 95,9% ຂອງ ແຜນ ການ ທີ່​ໄດ້​ຮັບ​ການ​ດັດແກ້ໃນ​ ແຕ່​ລະ​ປີ) ສະເລ່ຍ​ເທົ່າ​ກັບ 20,6% ຂອງ GDP, ຂາດ​ດຸນ​ງົບປະມານ​ສະເລ່ຍ ໄລຍະ 5 ປີ ຢູ່​ໃນ​ລະດັບ 4,73% ຂອງ GDP (ມະຕິ​ສະພາ: ບໍ່​ເກີນ 5% ຂອງ GDP), ສາເຫດ: ດ້ານເກັບ ​ລາຍ​ຮັບ​ບໍ່​ໄດ້​ຕາມ​ແຜນ ຍ້ອນ​ການ​ເກັບ​ລາຍ​ຮັບ​ຈາກ​ຂະແໜງ​ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ​ບໍ່​ໄດ້​ຕາມ​ແຜນ ເນື່ອງ​ມາຈາກລາ ຄາ​ແຮ່ທາດ ແລະ ນ້ໍາມັນດິບໃນ ​ຕະຫຼາດ​ໂລກ​ຫຼຸດ​ລົງ​ຫຼາຍ, ມີ​ຫຼາຍ​ຫົວໜ່ວຍ​ທຸລະ​ກິດ​ຍັງບໍ່​ ທັນ​ຈັດ​ຕັ້ງ​ປະຕິບັດ​ລະບົບ​ອາ ກອນມູນ​ຄ່າ​ເພີ່ມ, ໃນ​ນີ້ ຈໍາ​ນວນ​ຫົວໜ່ວຍ​ທີ່​ເຂົ້າແລ້ວກໍ ຍັງ​ບໍ່​ທັນ​ປະຕິບັດ​ລະບອບ​ການ​ແຈ້ງ​ອາກອນ​ມູນ​ຄ່າເພີ່ມຢ່າງ​ຖືກຕ້ອງ​ຄົບຖ້ວນຕາມລະບຽບ​ ກົດ​ໝາຍ​ກໍາ​ນົດ, ບັນດາ​ຂະ ແໜງການ ແລະ ທ້ອງ​ຖິ່ນ​ຈໍາ​ນວນ​ໜຶ່ງຍັງ​ບໍ່​ທັນ​ເອົາໃຈໃສ່​ຄຸ້ມ​ຄອງ​ການ​ເກັບ​ລາຍ​ຮັບ​ໄດ້​ດີ​ເທົ່າ​ທີ່​ຄວນ ໂດຍ​ສະເພາະ ແມ່ນ​ລາຍ​ຮັບ​ຄ່າ​ທໍາ​ນຽມ, ຄ່າ​ບໍລິການ, ການ​ຄຸ້ມ​ຄອງ​ລາຍ​ຮັບ​ລາຍ​ຈ່າຍ​ວິຊາ​ການ ແລະ ກອງ​ທຶນ​ຕ່າງໆ ຍັງ​ຕ້ອງ​ໄດ້​ປັບປຸງ​ຕື່ມ, ບັນ​ຫາ​ສໍາ​ຄັນ​ແມ່ນສະຕິ​ການ​ປະຕິບັດ​ກົດໝາຍ ແລະ ວິໄນ​ການ​ເງິນ​ຂອງ​ພະນັກງານ​ການ​ເງິນ​ຈໍາ​ນວນ​ໜຶ່ງ, ລວມໄປ ​ເຖິງ​ບາງ​ຂະແໜງການ ແລະ ທ້ອງຖິ່ນ ຍັງ​ບໍ່​ສູງ​ເທົ່າທີ່ຄວນ. ນອກ​ນັ້ນ ຍັງ​ບໍ່​ທັນ​ມີ​ການ​ເປີດ ​ກວ້າງ ແລະ ຂະຫຍາຍ​ຖານ​ລາຍ​ຮັບໃໝ່​ໄດ້​ຫຼາຍ, ຕົ້ນຕໍຍັງ​ ແມ່ນ​ການ​ຄຸ້ມ​ຄອງ ແລະ ຂຸດຄົ້ນ​ເກັບ​ຈາກ​ແຫຼ່ງລາຍ​ຮັບທີ່ມີ​ແລ້ວ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ແລະ ຖືກຕ້ອງ​ຕາມ​ກົດໝາຍ, ດ້ານລາຍ​ຈ່າຍ ເຫັນ​ວ່າການບໍລິຫານ ແລະ ການ​ຄຸ້ມ​ຄອງ​ລາຍ​ຈ່າຍ​ຍັງ​ບໍ່​ທັນ​ມີ​ປະສິດ​ທິ​ຜົນ, ຍັງ​ບໍ່​ທັນ​ເຂັ້ມ​ງວດ​ການ​ປະຕິບັດ​ນະໂຍບາຍ​ປະ​ຢັດ​ຂອງລັດຖະບານ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ຈັດ​ຊື້​ຈັດ​ຈ້າງ​ດ້ວຍ​ທຶນ​ຂອງ​ລັດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້​ມຄອງ​ໜີ້​ສິນ​ສາທາລະນະ ແລະ ການ​ຈັດ​ສັນ​ງົບປະມານ​ການ​ລົງທຶນ​ຂອງ​ລັດ​ຍັງ​ບໍ່​ມີ​ຈຸດ​ສຸມ ແລະ ການລົງ ທຶນ​ຂອງລັດຍັງບໍ່ທັນປະຢັດ​ມັດ​ທະ​ຍັດ.- ດ້ານ​ເງິນຕາ: ທະນາຄານ​ແຫ່ງ ສປປ ລາວ ໄດ້​ປະຕິບັດ​ນະໂຍບາຍ​ເງິນຕາ ​ໂດຍການ ນໍາ​ໃຊ້​ເຄື່ອງມື​ທາງ​ອ້ອມ​ຄື: ອັດຕາ​ດອກ​ເບ້ຍ​ພື້ນຖານ​ຂອງ ທຫລ, ອັດຕາ​ສ່ວນ​ເງິນ​ແຮ​ຝາກ​ບັງຄັບ ແລະ ເຄື່ອງມື​ຕະຫຼາດ​ເປີດ ໄປ​ຄຽງ ຄູ່​ກັບ​ການ​ປະຕິບັດ​ນະໂຍບາຍ​ອັດຕາ​ແລກປ່ຽນ​ຕາມ​ກົນ​ໄກ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ, ພ້ອມ​ກັນນັ້ນ, ກໍ​ໄດ້​ເອົາໃຈໃສ່ຄຸ້ມ​ຄອງ​ເງິນຕາ​ຕ່າງປະເທດ ແລະ ຮ້ານ​ແລກ ປ່ຽນ​ເງິນຕາ​ຕ່າງປະເທດ​ຕາມ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດ ແລະ ຊຸກຍູ້​ທະນາຄານ​ທຸລະ​ກິດ​ຂະຫຍາຍ​ຕາ​ໜ່າງ​ບໍລິການ​ໃຫ້​ທົ່ວ​ເຖິງ, ສ້າງ​ຜະລິດ​ຕະ​ພັນ​ໃ​ໝ່ ແລະ ຫັນ​ການ​ບໍລິການ​ເປັນ​ທັນ​ສະໄໝ ເພື່ອ​ສົ່ງເສີມ​ການ​ຊໍາ​ລະ​ຜ່ານ​ລະບົບ​ທະນາຄານ ແລະ ຫຼຸດຜ່ອນ​ການ​ນໍາ​ໃຊ້​ເງິນ​ສົດ.ໂຮງຮຽນ​ເຕັກ​ນິ​ກ-​ວິຊາ​ຊີບ​ແບບ​ປະສົມ 9 ແຫ່ງ ແລະ ໂຮງຮຽນ​ເຕັກ​ນິ​ກ ວິຊາ​ຊີບ 3 ແຫ່ງ; ໄດ້​ອອກ​ນະໂຍບາຍ​ເບ້ຍລ້ຽງ​ເພື່ອ​ຊຸກຍູ້​ການ​ເຂົ້າ​ຮຽນ​ໃນ​ສາຍ​ອາຊີວະ​ສຶກສາ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ນັກຮຽນ​ເຂົ້າ​ຮຽນ​ອາຊີວະ​ສຶກສາ​ເພີ່ມ​ຂຶ້ນ​ທຸກໆ​ປີ. ໄດ້​ສຸມ​ໃສ່​ພັດທະນາ​ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ ກາງ ຕາມ 7 ນະໂຍບາຍ ແລະ 13 ກິດ​ຈະ​ກໍາ ຂອງ​ແຜນ​ພັດທະນາ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ຊຶ່ງ​ໄດ້​ມີ​ຫຼາຍ ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ສາມາດ​ປັບປຸງ​ທຸລະ​ກິດ​ຕົນ​ເອງ​ມີ​ຄຸນ​ນະພາ​ບສູງ​ຂຶ້ນ ແລະ ສາມາດ​ເຂົ້າ​ເຖິງ​ຕະຫຼາດ​ພາຍ​ໃນ ແລະ ຕ່າງປະເທດ​ຫຼາຍ​ຂຶ້ນ, ເຖິງ​ແມ່ນ​ວ່າ​ລັດຖະບານ​ໄດ້​ດໍາ​ເນີນ​ນະໂຍບາຍ ສໍາ​ຄັນ​ຕ່າງໆ ເພື່ອ​ສົ່ງເສີມ ແລະ ພັດທະນາ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ແລະ ຜູ້​ປະກອບ​ການ ໃຫ້​ມີ​ຄວາມເຂັ້ມແຂງ, ແຕ່​ເຫັນ​ວ່າ ບັນດາ​ຫົວໜ່ວຍ​ທຸລະ​ກິດ ຍັງ​ມີ​ອຸປະສັກ​ຕໍ່​ການ​ເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ທຸລະ​ກິດ, ເຕັກ​ໂນໂລ​ຊີ ແລະ ການ​ເງິນ ໂດຍ​ສະເພາະ​ການ​ເຂົ້າ​ເຖິງ​ສິນ​ເຊື່ອ​ແບບ​ທີ່​ບໍ່​ມີ​ຊັບ​ສິນ​ຄົງ​ທີ່​ຄໍ້າ​ປະກັນ, ຫົວໜ່ວຍ​ທຸລະ​ກິດ​ຕ້ອງ ໄດ້​ປັບປຸງ​ທາງ​ດ້ານ​ການ​ຄຸ້ມ​ຄອງ​ບໍລິຫານ ແລະ ລະບົບ​ການ​ລາຍ​ງານ​ບັນຊີ ແລະ ການ​ເງິນ. (7). ແຜນ​ວຽກ​ຈຸດ​ສຸມ 7. ເປີດ​ກວ້າງ​ການ​ຮ່ວມ​ມື ແລະ ເຊື່ອ​ມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ​ກົນ.ການ​ພົວພັນ​ຮ່ວມ​ມື​ສາກົນ ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ດີ​ສົມຄວນ ໂດຍ​ສະເພາະ​ການ​ຮ່ວມ​ມື​ສອງ​ຝ່າຍ ກັບ ສສ ຫວຽດນາມ, ສປ ຈີນ, ລຸກ​ຊໍາ​ບວກ, ຝຣັ່ງ, ໄທ, ອົສ​ຕຣາ​ລີ, ສ ເກົາຫຼີ, ຍີ່ປຸ່ນ ແລະ ອື່ນໆ. ການ​ຮ່ວມ​ມື​ຫຼາຍ ຝ່າຍ​ສາມາດ​ປະຕິບັດ​ໄປ​ຕາມ​ຂອບ​ແຜນການ​ຮ່ວມ​ມື​ຕ່າງໆ, ການ​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ການ​ເງິນ​ສາກົນ​ຕ່າງໆ ຍັງ​ສືບ​ຕໍ່​ດໍາ​ເນີນ​ໄປ​ດ້ວຍ​ດີ ໂດຍ​ສະເພາະ​ການ​ຮ່ວມ​ມື​ດ້ານ​ການ​ພັດທະນາ​ທີ່​ຍືນ​ຍົງ, ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ພາກ​ພື້ນ ແລະ ສາກົນ ແມ່ນ​ມີ​ຄວາມ​ຄືບ​ໜ້າ ແລະ ມີ​ຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ ເປັນຕົ້ນ ສັນຍາ​ທີ່​ສໍາ​ຄັນ​ຕ່າງໆ​ກ່ຽວ​ກັບ​ການ​ອໍາ​ນວຍ​ຄວາມ​ສະ​ດວ​ກການ​ຄ້າ, ການ​ກໍາ​ນົດ​ມາດຖານ​ຂອງ​ສິນຄ້າ ໄດ້​ຖືກ​ຮັບຮອງ​ຫຼາຍ​ສະບັບ, ນອກຈາກ​ນັ້ນ, ພື້ນຖານ ໂຄງ​ລ່າງ​ເພື່ອ​ເຊື່ອມ​ຈອດ ໄດ້​ຮັບ​ການ​ພັດທະນາ ອັນ​ພົ້ນ​ເດັ່ນ ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ​ລາວ​-​ຈີນ (ບໍ່​ເຕ່ນ​-​ນະຄອນຫຼວງ​ວຽງ​ຈັນ), ສໍາ​ເລັດ​ໂຄງການ​ທາງ​ດ່ວນ​ວຽງ​ຈັນ​-​ວັງ​ວຽງ, ສໍາ​ເລັດ​ການ​ສົ່ງ​ດາວ​ທຽມ​ລາວ​ແຊັ​ດ-1 ຂຶ້ນ​ສູ່​ວົງ​ໂຄຈອນ ທີ່​ຕໍາ​ແ​ໜ່ງ 128,5 ອົງສາ​ຕາເວັນ​ອອກ ແລະ ໄດ້​ຂະຫຍາຍ ແລະ ຍົກ​ລະດັບ​ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ເປັນ​ສູນ​ກາງ ເຊື່ອມ​ຕໍ່​ພາຍ​ໃນ​ປະເທດ ແລະ ເປັນ​ປະຕູ​ລວມ​ສູນ​ຂາ​ອອກ​-​ຂາ​ເຂົ້າ ກັບ​ຕ່າງ​ປະ​ເທດ.ເຖິງ​ແມ່ນ​ວ່າ ໄລຍະ​ຜ່ານ​ມາ ສປປ ລາວ ໄດ້​ຮັບ​ສິດ​ທາງ​ການ​ຄ້າ​ພາຍ​ໃຕ້​ຫຼາຍ​ສັນຍາ​ການ​ຮ່ວມ​ມືຫຼາຍ​ສະບັບ ເປັນຕົ້ນ ໂກ​ຕ້າ​ການ​ສົ່ງ​ອອກ​ສິນຄ້າ​ກະ​ສິ​ກໍາ​ໄປ ສປ ຈີນ ແລະ ການ​ສົ່ງ​ອອກ​ສິນຄ້າ​ໄປ​ເອີ​ຣົບ ແບບ​ບໍ່​ມີ​ໂກ​ຕ້າ ແລະ ບໍ່​ໄດ້​ເສຍ​ພາ​ສີ​ນໍາ​ເຂົ້າ, ແຕ່​ຍ້ອນ​ຄວາມ​ຈໍາ​ກັດ​ດ້ານ​ຜະລິດ​ຕະ​ພາບ, ສະມັດ​ຖະ​ພາບ​ຂອງ​ການ​ຜະລິດ​ບໍ່​ສູງ, ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທໍາ​ມະ​ຊາດ​​ໜັກ​ໜ່ວງ, ງົບປະມານ ແລະ ເຕັກ​ໂນ​ໂລ​ຊີ​ທີ່​ມີ​ຈໍາ​ກັດ ເຮັດ​ໃຫ້ການ​ຜະລິດ​ກະ​ສິ​ກໍາ​ມີ​ຄວາມ​ບອບ​ບາງ ບໍ່​ສາມາດ​ສົ່ງ​ອອກ​ສິນຄ້າ​ໄດ້​ຕາມ​ປະລິມານ ແລະ ຄຸນ​ນະ​ພາບ​ທີ່​ໄດ້​ກໍາ​ນົດ​ໄວ້. 2) ເປົ້າ​​ໝາຍ 2: ພັດທະນາ​ຊັບພະຍາກອນ​ມະນຸດ ແລະ ຍົກ​ລະດັບ​ຄວາມ​ອາດ​ສາມາດ ຂອງ​ບຸກຄະລາ​ກອນ​ຈາກ​ພາກ​ລັດ ແລະ ກໍາ​ລັງ​ແຮງ​ງານ​ຈາກ​ພາກ​ເອກະ​ຊົນ; ຄວາມທຸກ​ຍາກ​ຂອງ​ປະຊາ​ຊົນ​ບັນດາເຜົ່າ​ໄດ້​ຮັບ​ການ​ແກ້​ໄຂ, ທຸກ​ເຜົ່າ​ຊົນ ແລະ ທຸກ​ເພດ​ໄວ ສາມາດ​ເຂົ້າ​ເຖິງ​ການ​ສຶກສາ ແລະ ການ​ບໍລິການ​ສາທາລະນະ​ສຸກ​ຢ່າງ​ທົ່ວ​ເຖິງ ແລະ ມີ​ຄຸນ​ນະ​ພາບ, ສົ່ງເສີມ​ການ​ປົກ​ປັກຮັກສາ ແລະ ພັດທະນາ​ເອກະລັກ​ວັດ​ທະ​ນະ​ທໍາ​ອັນ​ດີງາມ​ຂອງ​ຊາດ, ຮັບປະກັນ​ສະຖຽນ​ລະ ພາບ​ດ້ານ​ການເມືອງ​ຢ່າງ​ໜັກ​ແ​ໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຍຸ​ຕິ​ທໍາ ແລະ ໂປ່ງ​ໃສ.(1) ແຜນ​ວຽກ​ຈຸດ​ສຸມ 1: ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ໄດ້​ຢ່າງໜັກ​ແໜ້ນ ແລະ ກວ້າງຂວາງ​ຕາມ​ທິດ 3 ສ້າງ, ໄດ້​ຈັດ​ສັນ​ບ່ອນ​ທໍາ​ມາ​ຫາ​ກິນ ແລະ ອາຊີບ​ຄົງ​ທີ່, ສ້າງ​ບ້ານ​ໃຫຍ່​ກາຍ ເປັນ​ຕົວ ເມືອງ​ນ້ອຍ, ກໍ່ສ້າງ ແລະ ປັບປຸງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈໍາ​ເປັນ, ພ້ອມ​ທັງ ໄດ້​ສົ່ງເສີມ​ດ້ານ​ວິຊາ​ການ ແລະ ສ້າງ​ໂອກາດ​ເຂົ້າ ເຖິງ​ສິນ​ເຊື່ອ​ກອງ​ທຶນ​ຕ່າງໆ ຊຶ່ງ​ໄດ້​ເຮັດ​ໃຫ້​ລາຍ​ຮັບ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ.- ອີງ​ຕາມ​ຜົນ​ການ​ສໍາ​ຫຼວດ​ຕາມ​ມາດຖານ 309/ນຍ ຂອງ​ລັດຖະບານ ໃນ​ປີ 2019 ຄອບຄົວ​ທຸກ​ຍາກ​ຍັງ ເຫຼືອ 62.384 ຄອບຄົວ ຫຼື ເທົ່າ​ກັບ 5,16% ຂອງ​ຄອບຄົວ​ທັງ​​ໝົດ.- ອີງ​ຕາມ​ຜົນ​ການ​ສໍາ​ຫຼວດ​ການ​ຊົມໃຊ້ ແລະ ການ​ໃຊ້​ຈ່າຍ​ຄົວ​ເຮືອນ ຄັ້ງ​ທີ 6 (LECS6) ໂດຍ​ສູນ​ສະຖິຕິ ແຫ່ງ​ຊາດ ທີ່​ໄດ້​ໃນ​ປີ 2018-2019 ເຫັນ​ວ່າ​ອັດຕາ​ຄວາມທຸກ​ຍາກ ຍັງ​ເຫຼືອ​ປະມານ 18,3% ຂອງ​ຈໍາ​ນວນປະຊາກອນ​ທັງ​ໝົດ (ຫຼຸດ​ລົງ​ຈາກ 23,2% ອີງ​ຕາມ​ຜົນ​ການ​ສຳຫຼວດ LECS5 ໃນ​ປີ 2012-2013) ຫຼື ເທົ່າ​ກັບ 13,5% ຂອງ​ຈໍາ​ນວນ​ຄົວ​ເຮືອນ​ທັງ​​ໝົດ (ມະຕິ​ສະພາ: ອັດຕາ​ຄອບຄົວ​ທຸກ​ຍາກ​ໃຫ້​ຕໍ່າ​ກວ່າ 10% ໃນ ປີ 2020).ໄດ້​ເປັນ​ເຈົ້າ​ການ​ໂຄສະ ນາ​ທີ່​ມາ ແລະ ຜົນ​ຮ້າຍ​ຂອງ​ລະເບີດ​ບໍ່​ທັນ​ແຕກ ເພື່ອ​ຫຼຸດ​ຜ່ອນ​ຈໍາ​ນວນ​ຜູ້​ຖືກ​ບາດເຈັບ ໄດ້ 2.203 ບ້ານ, ສໍາ​ຫຼວດ​ບໍ່​ແມ່ນ​ວິຊາ​ການ ເພື່ອ​ຊອກ​ຫາ​ຈຸດ​ຫຼັກ​ຖານ​ລະເບີດ​ບໍ່​ທັນ​ແຕກ ໄດ້ 2.495 ບ້ານ ເທົ່າ​ກັບ 64,62% ຂອງ​ແຜນການ ແລະ ສໍາ​ຫຼວດ​ວິຊາ​ການ​ຕາມ​ຈຸດ​ຫຼັກ​ຖານ​ລະເບີດ​ບໍ່​ທັນ​ແຕກ​ໄດ້ 54.999 ເຮັກຕາ ເທົ່າ​ກັບ 22,35% ຂອງ​ແຜນການ ແລະ ສາມາດ​ກວດ​ກູ້​ລະເບີດ​ບໍ່​ທັນ​ແຕກ​ທີ່​ພົບ​ເຫັນ​ອອກ​ຈາກ​ພື້ນ​ທີ່ ໄດ້ 17.805 ເຮັກຕາ ລື່ນ​ແຜນການ​ວາງ​ໄວ້ (ມະຕິ​ສະພາ, 16.000 ເຮັກຕາ), ໃຫ້ການ​ຊ່ວຍເຫຼືອ​ດ້ານ​ຕ່າງໆ ແກ່​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ລະເບີດ 1.583 ຄົນ ລື່ນ​ແຜນການ​ວາງ​ໄວ້ (ມະຕິ​ສະພາ: 1.500 ຄົນ). ເຖິງ​ວ່າ​ມີ​ຜົນ​ສໍາ​ເລັດ ແລະ ມີ​ຄວາມ ຄືບ​ໜ້າ​ຫຼາຍ​ດ້ານ, ແຕ່​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ ເປັນຕົ້ນແມ່ນ ຄວາມ​ແຕກ​ໂຕນ​ລະຫວ່າງ​ຊົນນະບົດ ແລະ ຕົວ​ເມືອງ, ຄວາມ​ບໍ່​ເທົ່າ​ທຽມ​ກັນ​ເພີ່ມ​ຂຶ້ນ ແລະ ການ​ຂາດ​ຊັບພະຍາກອນ, ຄວາມ​ສາມາດ​ໃນ​ການ​ເກັບ​ກູ້ ແລະ ຮັບ​ມື​ກັບ​ຜົນ​ກະທົບ​ຂອງ​ລະເບີດ​ບໍ່​ທັນ​ແຕກ, ຄວາມ​ກຽມພ້ອມ​ຮັບ​ມື​ກັບ​ການ ປ່ຽນແປງ​ດິນ​ຟ້າ​ອາ​ກາດ.(2) ແຜນ​ວຽກ​ຈຸດ​ສຸມ 2: ການ​ຄໍ້າ​ປະກັນ​ສະບຽງ​ອາຫານ ແລະ ໂພຊະ​ນາ​ການ.ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໂຄງ​ການ​ຄ້ໍາ​ປະກັນ​ຄວາມ​​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ແລະ ຜະລິດ​ເປັນ​ສິນຄ້າ, ວຽກ​ງານ​ໂພຊະ​ນາ​ການ, ນະໂຍບາຍ​ຊ່ວຍ​ເກີດ​ລູກ ແລະ ປິ່ນປົວ​ເດັກ​ອາ​ຍຸ​ຕໍ່າ​ກວ່າ 5 ປີ ໂດຍ​ບໍ່​ເສ່ຍ​ຄ່າ ແລະ ປະຕິບັດ​ກິດ​ຈະ​ກໍາ​ການ​ເຊື່ອ​ມ​ສານ​ວຽກ​ສົ່ງເສີມ​ໂພຊະ​ນາ​ການ​ໃນ​ຊຸມ​ຊົນ ແລະ ວຽກ​ຮັກສາ​ສຸຂະພາບ​ຂັ້ນ​ຕົ້ນ​ດ້ານ​ໂພຊະ​ນາ​ການ​ ຊຶ່ງ​ເຮັດ​ໃຫ້​ຄາດ​ໝາຍ​ຕ່າງໆ​ມີ​ຄວາມ​ຄືບ​​ໜ້າ​ດີ​ພໍ​ສົມຄວນ ເປັນຕົ້ນ ການ​ຜະລິດ​ສະບຽງ​ອາຫານ ປະເພດ​ຊີ້ນ, ໄຂ່ ແລະ ປາ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ອັດຕາ​ການ​ບໍລິໂພກ​ປະເພດ​ຊີ້ນ, ໄຂ່ ແລະ ປາ ສະເລ່ຍ​ເພີ່ມ​ຂຶ້ນ ຈາກ 55 ກິໂລ/ຄົນ/ປີ ໃນ​ປີ 2016 ມາ​ເປັນ 63 ກິໂລ/ຄົນ/ປີ ໃນ​ປີ 2019 ແລະ ປີ 2020 ຄາດ​ວ່າ​ຈະ​ບັນລຸ​ໄດ້ 65 ກິໂລ/ ຄົນ/ປີ, ອັດຕາ​ສ່ວນ​ຂອງ​ເດັກນ້ອຍ​ລຸ່ມ 5 ປີ ທີ່​ມີ​ນ້ໍາ​​ໜັກ​ຕ່ໍາ​ກວ່າ​ມາດຕະຖານ ໄດ້​ຫຼຸດ​ລົງ​ຈາກ 26,6% ໃນ​ປີ 2012 (LSIS1) ຍັງ​ເຫຼືອ 21,1% ໃນ​ປີ 2017 (LSIS2) ມາ​ເປັນ 20,5% ໃນ​ປີ 2019 ແລະ ປີ 2020 ຄາດ​ວ່າ​ຈະ​ຍັງເຫຼືອ 20,4% (ມະຕິ​ສະພາ: 20%); ອັດຕາ​ສ່ວນ​ຂອງ​ເດັກນ້ອຍ​ລຸ່ມ 5 ປີ ທີ່​ມີ​ລວງ​ສູງ​ຕໍ່າ​ກວ່າ​ມາດຕະຖານ ຫຼຸດ​ລົງ ຈາກ 44,2% ໃນ​ປີ 2012 (LSIS1) ຍັງ​ເຫຼືອ 33% ໃນ​ປີ 2017 (LSIS2), 32,5% ໃນ​ປີ 2019 ແລະ ປີ 2020 ຄາດ​ວ່າ​ຈະ​ຫຼຸດ​ລົງ​ເຫຼືອ 32,4% (ມະຕິ​ສະພາ: 32%). ເຖິງ​ຢ່າງໃດ​ກໍຕາມ, ຜົນ​ຜະລິດ​ດ້ານ​ສະບຽງ​ອາຫານ​ຍັງ​ບໍ່​ຮັບປະກັນ​ໄດ້​ຄວາມ​ຕ້ອງການ ເນື່ອງ​ຈາກ​ການ​ເຊື່ອມ​ໂຊມ​ຂອງ​ດິນ, ບັນຫາ​ການ​ນໍາ​ໃຊ້​ທີ່​ດິນ ແລະ ໂຄງການ​ລົງທຶນ ຂະໜາດ​ໃຫຍ່​ຈໍາ​ນວນ​​ໜຶ່ງ​ທີ່​ກະທົບ​ຕໍ່​ເນື້ອທີ່​ການ​ຜະລິດ​ຂອງ​ປະຊາ​ຊົນ. ສໍາ​ລັບ​ວຽກ​ງານ ໂພຊະ​ນາ​ການ ເຫັນ​ວ່າການ​ລ້ຽງ​ເດັກ​ອ່ອນ, ການ​ປະຕິບັດ​ຫຼັກການ​ດ້ານ​ໂພຊະ​ນາ​ການ​​ຍັງ​ບໍ່​ທັນ​ໄດ້​ດີ ເນື່ອງ​ຈາກບາງ​ຄອບຄົວ​ຍັງ​ປະຕິບັດຕາມ​ປະເພນີ​ດັ້ງເດີມ. (3) ແຜນ​ວຽກ​ຈຸດ​ສຸມ 3: ທຸກ​ຄົນ​ເຂົ້າ​ເຖິງ​ການ​ສຶກສາ​ໄດ້​ຢ່າງ​ທົ່ວ​ເຖິງ ແລະ ມີ​ຄຸນ​ນະ​ພາບ.ໄດ້​ສຸມ​ໃສ່​ປະຕິບັດ​ແຜນ​ຍຸດທະສາດ​ການ​ສຶກສາ ແລະ ຍຸດທະສາດ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຕາມ 3 ທັດສະນະ ແລະ 5 ຫຼັກ​ມູນ ຂອງ​ການ​ສຶກສາ​ແຫ່ງ​ຊາດ, ປັບປຸງ​ຫຼັກສູດ​ການ​ຮຽນ​ໃນ​ທຸກ​ລະດັບ, ສະ​ໜອງ ອຸປະກອນ​ຮັບ​ໃຊ້​ການ​ຮຽນ​-​ການ​ສອນ, ສະ​ໜອງ​ເງິນ​ບໍລິຫານ​ໂຮງຮຽນ​ໃຫ້​ແກ່​ໂຮງຮຽນ​ໃນ​ທົ່ວ​ປະເທດ, ສະ​ໜອງ ສິ່ງ​ຈູງ​ໃຈ ແລະ ນະໂຍບາຍ​ທີ່​ຈໍາ​ເປັນ​ໃຫ້​ແກ່​ຄູ​ສອນ ແລະ ນັກຮຽນ ໂດຍ​ສະເພາະ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ພ້ອມ​ທັງ ໄດ້​ລົງທຶນ​ເຂົ້າ​ໃນ​ການ​ປັບປຸງ​ແລະ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຈໍາ​ນວນ​ຫນຶ່ງ, ຊຶ່ງ​ເຮັດ​ໃຫ້​ບັນດາ​ຕົວ​ຊີ້​ບອກ​ຂອງ​ການ​ສຶກສາ ໄດ້​ມີ​ຄວາມ​ຄືບ​ໜ້າ ແລະ ມີ​ຜົນ​ສໍາ​ເລັດ ດັ່ງນີ້:• ຄາດ​ໝາຍ​ທີ່​ຄາດ​ວ່າ​ສາມາດ​ບັນລຸ ມີ 3 ຄາດ​ໝາຍ ຄື: ອັດຕາ​ເຂົ້າ​ຮຽນ​ຂອງ​ເດັກ​ອາຍຸ 5 ປີ ບັນລຸ​ໄດ້ 82,7% (ແຜນການ: ໃຫ້​ໄດ້ 80%), ອັດຕາ​ການ​ເຂົ້າ​ຮຽນ​ສຸດທິ​ຂອງ​ຊັ້ນ​ປະຖົມ ບັນລຸ​ໄດ້ 99% (ແຜນການ: ໃຫ້​ໄດ້ 98%), ສັດສ່ວນ​ມວນ​ຊົນ​ທຸກ​ເພດ ທຸກ​ໄວ ໄດ້​ເຂົ້າ​ຮ່ວມ​ການ​ຫັດ​ກາ​ຍະ​ບໍລິຫານ, ການ​ອອກ​ກໍາ​ລັງ​ກາຍ ແລະ ການ​ຫຼິ້ນ​ກິລາ​ກາ​ຍະ​ກໍາ ບັນລຸ​ໄດ້ 30% ຂອງ​ພົນລະເມືອງ​ທັງ​​ໝົດ (ແຜນການ: ໃຫ້​ໄດ້ 30%). • ຄາດ​ໝາຍ​ທີ່​ມີ​ຄວາມ​ຄືບ​​ໜ້າ​ດີ ແຕ່​ບໍ່​ບັນລຸ​ຕາມ​ແຜນ ມີ 10 ຄາດ​ໝາຍ ຄື: ອັດຕາ​ການ​ຄ້າງ​ຫ້ອງ​ຂອງ​ນັກຮຽນ ຊັ້ນ​ ປ 1 ຍັງ​ເຫຼືອ 6,3% (ແຜນການ: 5%), ອັດຕາ​ການ​ປະລະ​ການ​ຮຽນ​ຂອງ​ນັກຮຽນ ຊັ້ນ​ ປ 1 ຍັງ​ເຫຼືອ 6,4% (ແຜນການ: 5%), ອັດຕາ​ການ​ຄ້າງ​ຫ້ອງ​ຂອງ​ນັກຮຽນ​ຊັ້ນ​ປະຖົມ ຍັງ​ເຫຼືອ 3,1% (ແຜນການ: 2%), ອັດຕາ​ການ ປະລະ​ການ​ຮຽນ​ຂອງ​ນັກຮຽນ​ຊັ້ນ​ປະຖົມ ຍັງ​ເຫຼືອ 4,3% (ມະຕິ​ສະພາ: 2%), ອັດຕາ​ການ​ລອດ​ເຫຼືອ​ຮອດ ຊັ້ນ ປ 5 ປະຕິບັດ​ໄດ້ 82,1% (ມະຕິ​ສະພາ: 90%), ອັດຕາ​ເຂົ້າ​ຮຽນ​ລວມ​ຂອງ​ນັກຮຽນ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ ໄດ້ 83,3% (ມະຕິ​ສະພາ; ໃຫ້​ໄດ້ 85%), ອັດຕາ​ການ​ເຂົ້າ​ຮຽນ​ລວມ​ຂອງ​ນັກຮຽນ​ຊັ້ນ​ມັດທະຍົມ​ຕອນ​ປາຍ ໄດ້ 54,8% (ມະຕິ​ສະພາ: ໃຫ້​ໄດ້ 60%), ອັດຕາ​ນັກຮຽນ​ທີ່​ຮຽນ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ ໄດ້​ເຂົ້າ​ຮຽນ​ຕໍ່​ສາຍ ອາຊີວະ​ສຶກສາ ໄດ້ 3,5% (ແຜນການ: ໃຫ້​ໄດ້ 5%), ອັດຕາ​ການ​ຮູ້ ໜັງສື​ຂອງ​ປະຊາກອນ ອາຍຸ 15 ປີ​ຂຶ້ນ​ໄປ ເພີ່ມຂຶ້ນ 84,0% ໃນ​ປີ 2015 (ມະຕິ​ສະພາ: ໃຫ້​ໄດ້ 95%), ໃນ​ກຸ່ມ​ປະຊາກອນ 15-24 ປີ ບັນລຸ​ໄດ້ 92,4% ໃນ​ປີ 2015 (ແຜນການ: ໃຫ້​ໄດ້ 99%).• ຄາດໝາຍ​ທີ່​ມີ​ທ່າ​ອ່ຽງ​ທົດຖອຍ ມີ 2 ຄາດ​ໝາຍ ຄື: ອັດຕາ​ການ​ປະລະ​ການ​ຮຽນ ໃນ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ ປະຕິບັດ​ໄດ້ 10,3% (ມະຕິ​ສະພາ: ຢູ່​ໃນ​ລະດັບ 2%) ອັດຕາ​ການ​ປະລະ​ການ​ຮຽນ​ຊັ້ນ​ມັດທະຍົມ​ຕອນ​ປາຍ ປະຕິບັດ​ໄດ້ 8,8% ໃນ​ປີ 2020 (ມະຕິ​ສະພາ: ຢູ່​ໃນ​ລະດັບ 2%).ສາເຫດ​ທີ່​ບາງ​ຄາດ​ໝາຍ​ບໍ່​ບັນລຸ​ໄດ້​ແຜນການ​ແມ່ນ​ຍ້ອນ: ພື້ນຖານ​ໂຄງ​ລ່າງ​ການ​ສຶກສາ​ຈໍາ​ນວນ​​ໜຶ່ງ​ໄດ້​ຮັບ​ຜົນ ກະທົບ​ຈາກ​ໄພ​ພິບັດ​ນ້ໍາ​ຖ້ວມ ໃນ​ໄລຍະ 2-3 ປີ ຜ່ານ​ມາ ເຮັດ​ໃຫ້​ໂຮງຮຽນ​ຫຼາຍ​ແຫ່ງ​ບໍ່​ສາມາດ​ເປີດ​ການ​ຮຽນ​ການ​ສອນ​ທັນ ກໍາ​ນົດ​ເວລາ; ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທໍາ​ມະ​ຊາດ ຈໍາ​ເປັນ​ຕ້ອງ​ຍົກຍ້າຍ​ບ່ອນ​ທໍາ​ມາ​ຫາ​ກິນ ເຮັດ​ໃຫ້​ລູກ​ຫຼານ ເຂົາເຈົ້າ​ຕ້ອງ​ປະລະ​ການ​ຮຽນ,​ຂາດ​ການ​ລົງ​ຕິດຕາມ, ຊຸກຍູ້​ການ​ຮຽນ​-​ການ​ສອນ ແລະ ການ​ຄຸ້ມ​ຄອງ​ໂຮງຮຽນ​ເປັນ​ອີກ​ສິ່ງ​ທ້າ​ທາຍ​ໜຶ່ງ​ໃນ​ການ​ພັດທະນາ​ການ​ສຶກສາ; ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​​ໜ້າທີ່​ຂອງ​ຜູ້​ອໍາ​ນວຍ​ການ​ໂຮງຮຽນ ແລະ ຄູ​ສອນ​ຈໍາ​ນວນ​​ໜຶ່ງ ຍັງ​ບໍ່​ທັນ​ສູງ ໂດຍ​ສະເພາະ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ; ການ​ແກ້​ໄຂ​ບັນຫາ​ການປະລະ​ການ​ຮຽນ ຂອງ​ນັກຮຽນ​ຊັ້ນ​ມັດທະຍົມ​ສຶກສາ ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເອົາໃຈໃສ່​ຈາກ​ພາກ ສ່ວນ​ທີ່​ກ່ຽວຂ້ອງ ແລະ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສຶກສາ​ເຖິງ​ສາເຫດ; ຍັງ​ບໍ່​ທັນ​ລົງທຶນ​ເຂົ້າ​ໃສ່​ການ​ສະ​ໜອງ​ເຄື່ອງທົດ​ລອງ​ຫ້ອງ​ປະຕິບັດ​ການ, ເຄື່ອງ​ໄອ​ທີ ແລະ ປຶ້ມ ແບບຮຽນ​ຕ່າງໆ​ໃຫ້​ພຽງພໍ​ຢູ່​ໃນຊັ້ນ​ຮຽນ​ຕ່າງໆ. (4) ແຜນ​ວຽກ​ຈຸດ​ສມ 4. ຮັບປະກັນ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ໄດ້​ຢ່າງ​ທົ່ວ​ເຖິງ ແລະ ມີ​ຄຸນ​ນະ​ພາບ.ວຽກ​ງານ​ສາທາລະນະ​ສຸກ​ໄດ້​ຮັບ​ການ​ຂະຫຍາຍຕົວ ແລະ ພັດທະນາ​ຢ່າງ​ຕໍ່​ເນື່ອງ ແລະ ທົ່ວ​ເຖິງ​ໂດຍ​ພື້ນຖານ ທັງ​ດ້ານ​ພື້ນຖານ​ໂຄງ​ລ່າງ, ອຸປະກອນ​ການ​ແພດ, ຄຸນ​ນະ​ພາບ​ຂອງ​ການ​ບໍລິການ ແລະ ການ​ປິ່ນປົວ​ຂອງ​ແພດ​​ໝໍ ນັບ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງຖິ່ນ, ຕາ​​ໜ່າງ​ສາທາລະນະ​ສຸກ​ນັບ​ແຕ່​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ, ຂັ້ນ​ເມືອງ ແລະ ສຸກສາລາ​ໄດ້​ມີ​ການ​ປັບປຸງ​ໃຫ້​ທັນ​ສະໄ​ໝ ແລະ ກໍ່​ສ້າງ​ສໍາ​ເລັດ​ຫຼາຍ​ແຫ່ງ ເປັນຕົ້ນເປີດ​ການ​ບໍລິການ​ໂຮງໝໍມິດຕະພາບ ຫຼັງ​ໃ​ໝ່, ໂຮງ​ໝໍ 103 ຫຼັງ​ໃ​ໝ່, ພ້ອມ​ທັງ​ໄດ້​ສຸມ​ໃສ່​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິຊາ​ການ, ຈັນ​ຍາ​ບັນ​ຈັນ​ຍາ​ທໍາ​ຂອງ​ແພດ​​ໝໍ ແລະ ເສີມ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ນະໂຍບາຍ 5 ດີ 1 ພໍໃຈ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ໄດ້ເອົາໃຈໃສ່​ວຽກ​ງານ​ຮັກສາ​ສຸຂະພາບ​ຂັ້ນ​ຕົ້ນ, ເຝົ້າ​ລະວັງ ແລະ ຕອບ​ໂຕ້​ລວມ​ທັງ​ຄວບ​ຄຸມພະ​ຍາດ​ຕິດຕໍ່​ຕາມ​ແນວ​ຊາຍ​ແດນ ໂດຍ​ສະເພາະ​ຄວບ​ຄຸມ ແລະ ແກ້​ໄຂ​ສະພາບ​ການລະບາດພະຍາດ​ໂຄ​ວິດ-19, ໄຂ້ເລືອດອອກ ແລະ ພະຍາດ​ອື່ນໆ, ໂພຊະ​ນາ​ການ, ຄຸນ​ນະ​ພາບ ແລະ ຄວາມ​ປອດ​ໄພ​ອາຫານ ແລະ ຢາ ຊຶ່ງ​ມີ​ຜົນ​ສໍາ​ເລັດ ດັ່ງນີ້: • ຄາດ​ໝາຍ​ທີ່​ບັນລຸ​ໄດ້​ຕາມ​ແຜນ ມີ 5 ຄາດ​ໝາຍ ຄື: ອັດຕາ​ສ່ວນ​ການ​ຕາຍ​ຂອງ​ເດັກນ້ອຍ​ລຸ່ມ 1 ປີ ຍັງ​ເຫຼືອ 30/1.000 ເດັກ​ເກີດ​ມີ​ຊີວິດ (ມະຕິ​ສະພາ: 30/1.000 ເດັກ​ເກີດ​ມີ​ຊີວິດ), ອັດ ຕາ​ສ່ວນ​ການ​ຕາຍ​ຂອງ ເດັກ​ລຸ່ມ 5 ປີ ຍັງ​ເຫຼືອ 40/1.000 ເດັກ​ເກີດ​ມີ​ຊີວິດ (ມະຕິ​ສະພາ: 40/1.000 ເດັກ​ເກີດ​ມີ​ຊີວິດ), ອັດຕາ ການ​ຕາຍ​ຂອງ​ແມ່ ຍັງ​ເຫຼືອ 160/100.000 ຂອງ​ເດັກ​ເກີດ​ມີ​ຊີວິດ (ມະຕິ​ສະພາ: 160/100.000 ຂອງ​ເດັກ​ເກີດ​ມີ​ຊີວິດ), ອັດຕາ​ການ​ຊົມໃຊ້​ວິດຖ່າຍ​ຄອບຄົວ​ບັນລຸ​ໄດ້ 79,6% (ແຜນການ: 75%), ອັດຕາ​ການປົກ​ຄຸມ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ບັນລຸ​ໄດ້ 94% (ມະຕິ​ສະພາ: 80% ຂອງ​ຈໍາ​ນວນ​ພົນລະເມືອງ​ທົ່ວ​ປະເທດ). ຄາດ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ບໍ່​ບັນລຸ​ຕາມ​ແຜນ ມີ 6 ຄາດ​ໝາຍ ຄື: ອັດຕາ​ສ່ວນ​ຂອງ​ເດັກນ້ອຍ​ລຸ່ມ 5 ປີ ທີ່​ມີ​ນ້ໍາ​​ໜັກ​ຕ່ໍາ​ກວ່າ​ມາດຕະຖານ ຄາດ​ວ່າ​ປີ 2020 ຈະ​ຍັງ​ເຫຼືອ 20,4% (ມະຕິ​ສະພາ: 20%), ອັດຕາສ່ວນ​ຂອງ​ເດັກນ້ອຍ​ລຸ່ມ 5 ປີ ທີ່​ມີ​ລວງ​ສູງ​ຕໍ່າ​ກວ່າ​ມາດຕະຖານ ຄາດ​ວ່າ​ປີ 2020 ຈະ​ຍັງ​ເຫຼືອ 32,4% (ມະຕິ​ສະພາ: 32%), ອັດຕາ​ການ​ເກີດ​ລູກ​ມີ​ແພດ​ຊ່ວຍ ຄາດ​ວ່າ​ປີ 2020 ປະຕິບັດ​ໄດ້ 72,8% ຂອງ ປະຊາກອນ​ກຸ່ມ​ເປົ້າ​ໝາຍ (ແຜນການ: 80%), ອັດຕາ​ການ​ໃຫ້​ວັກ​ຊິນ​ກັນ​ພະຍາດ​ເດັກນ້ອຍ​ລຸ່ມ 1 ປີ ບັນລຸໄດ້ 89,8% ຂອງ​ປະຊາກອນ​ກຸ່ມ​ເປົ້າ​ໝາຍ (ແຜນການ: 90%), ອັດຕາ​ການ​ຊົມ​ໃຊ້​ນ້ໍາ​ສະອາດ​ຂອງປະຊາຊົນ ຄາດ​ວ່າ​ປີ 2020 ຈະ​ປະຕິບັດ​ໄດ້ 88,5% (ມະຕິ​ສະພາ: 90%), ອັດຕາ​ການ​ປະກາດ​ຮັບຮອງ ເປັນ​ບ້ານ​ສາທາລະນະ​ສຸກ​ແບບຢ່າງ ຄາດ​ວ່າ​ປີ 2020 ຈະ​ປະຕິບັດ​ໄດ້ 78,9 % (ມະຕິ​ສະພາ: 80% ຂອງ​ຈໍາ ນວນ​ບ້ານ​ທັງ​ໝົດ).ສາເຫດ​ທີ່​ຄາດ​ວ່າ​ຈະ​ບໍ່​ບັນລຸ​ແຜນ ຍ້ອນ​ວ່າ​ພະນັກງານ​ບໍ່​ທັນ​ພຽງພໍ ທາງ​ດ້ານ​ປະລິມານ ແລະ​ ຄຸນ​ນະ​ພາບ, ພື້ນຖານ​ໂຄງ​ລ່າງ​ສາທາລະນະ​ສຸກ​ຍັງ​ບໍ່​ທັນ​ໄດ້​ມາດຕະຖານ, ການ​ສະໜອງ​ອຸປະກອນ ການ​ແພດ​ບໍ່​ພຽງພໍ ໂດຍ​ສະເພາະ​ຂັ້ນ​ເມືອງ ແລະ ສຸກ​ສາລາ​ທີ່ຢູ່​ຫ່າງ​ໄກ​ສອກຫຼີກ ຍັງ​ຂາດ​ພະນັກງານ​ແພດ, ແບບແຜນ​ການ​ດຳລົງ​ຊີວິດ​ທີ່​ຍັງ​ຕິດ​ພັນ​ກັບ​ຮີດຄອງ​ປະເພນີ​ດັ້ງເດີມ, ປະຊາ​ຊົນ​ຈໍາ​ນວນ​​ໜຶ່ງ​ຍັງ​ບໍ່​ສາມາດ​ຫັນປ່ຽນ​ຈິນຕະນາການ​ໄດ້.

ພາບ-ຂ່າວ: ໜັງສືພິມປະຊາຊົນ