ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນຢ່າງເປັນທາງການແຕ່ວັນທີ 13 ເຖິງວັນທີ 15 ເດືອນມັງກອນ ປີ 2021 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກ ແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະ ຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”. ກອງປະຊຸມໃຫຍ່ຄັ້ງນີ້ ໂດຍມີຜູ້ແທນສົມບູນເຂົ້້າຮ່ວມທັງໝົດ 768 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວປະເທດ 348.686 ສະຫາຍ, ພ້ອມແຂກຖືກເຊີນເຂົ້າຮ່ວມຈໍານວນ 147 ສະຫາຍ.
ກອງປະຊຸມໃຫຍ່ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບ ຜິດຊອບການເມືອງສູງ, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມຢ່າງໃກ້ຊິດຂອງທົ່ວສັງ ຄົມ. ກອງປະຊຸມໃຫຍ່ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສໍາຄັນຂອງພັກ ແລະ ຂອງຊາດດ້ວຍ ຄວາມເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ.
I. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເອົາຢ່າງ ເປັນເອກະສັນລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຊຶ່ງໄດ້ ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃນ 5 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດອັນສໍາຄັນໃຫຍ່ຫຼວງ ແລະ ຜົນງານອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້ ຊຶ່ງໄດ້ສ້າງໜໍ່ແໜງສຳຄັນໃນທຸກຂົງເຂດ ເພື່ອເປັນປັດໄຈ ຍູ້ການຫັນປ່ຽນໃຫ້ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນຊຸມປີຕໍ່ໜ້າ, ສືບຕໍ່ນໍາພາປະເທດຊາດກ້າວເດີນຕາມເສັ້ນທາງ ແລະ ຈຸດໝາຍສັງຄົມນິຍົມ.
ພ້ອມໆກັບຜົນສໍາເລັດອັັນ ສໍາຄັນດັ່ງກ່າວ ກອງປະຊຸມ ໃຫຍ່ຍັງໄດ້ເປັນເອກະພາບຢ່າງ ພາວະວິໄສ ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການນໍາ ພາຊີ້ນໍາຂອງພັກກໍຄືການຈັດ ຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາ ເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ ເພື່ອຮັບປະ ກັນໃຫ້ແກ່ການຫັນປ່ຽນໃໝ່ຢ່າງຈິງຈັງ ໃນການຈັດຕັ້ງປະຕິບັດແນວທາງຂອງພັກໃນຕໍ່ໜ້າ ພ້ອມນັ້ນ ກອງປະຊຸມຍັງໄດ້ປະເມີນຜົນກວມລວມບັນດາ ຜົນສໍາເລັດ ແລະ ບາງດ້ານທີ່ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ແລະ ຍົກລະດັບກ່ຽວກັບການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ສັງຄົມນິຍົມຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເຮົາ ຊຶ່ງຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດທີ່ພັກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາຢ່າງເປັນລະບົບເພື່ອເປັນພື້ນຖານໃນການກໍານົດທິດທາງ ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນໃນຕໍ່ໜ້າ.
ຍືນບົນຈິດໃຈສ້າງການຫັນ ປ່ຽນໃໝ່, ກອງປະຊຸມໃຫຍ່ໄດ້ຮັບຮອງເອົາການເພີ່ມເຕີມບົດ ຮຽນ 4 ປະການທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍຄືພຶດຕິກໍາຕົວຈິງໃນການນໍາພາຂອງພັກເຮົາ ໃນຫຼາຍສິບປີຜ່ານມາ ເພື່ອເປັນ ບົດຮຽນ ແລະ ເປັນບ່ອນອີງສຳຄັນ ໃນການປັບປຸງການນຳພາຊີ້ນຳ ແລະ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ ໃນຕໍ່ໜ້າດັ່ງນີ້:
(1). ໃນການຍົກລະດັບຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກ, ມີຄວາມຈຳເປັນຕ້ອງຮັບປະກັນການກໍານົດເນື້ອໃນໜ້າທີ່ການ ເມືອງໃຫ້ຖືກຕ້ອງແທດຕົວຈິງ ແລະ ມີຄວາມເປັນໄປໄດ້ໃນທາງປະຕິບັດ ຄຽງຄູ່ກັບການແກ້ໄຂບັນຫາດ້ານການຈັດຕັ້ງ, ການຈັດວາງບຸກຄະລາກອນ, ແບບແຜນການນຳພາ-ຊີ້ນຳ ແລະ ການຄຸ້ມຄອງດ້ານລະ ບຽບວິໄນ.
(2). ການພັດທະນາເສດ ຖະກິດຂອງຊາດຕ້ອງມີການສົມທົບແໜ້ນລະຫວ່າງການຂະຫຍາຍພື້ນຖານການຜະລິດ ແລະ ບໍລິການຂະໜາດໃຫຍ່ ຢ່າງມີຈຸດສຸມ, ສ້າງເປັນຂະ ແໜງການ ແລະ ຜະລິດຕະພັນປາຍແຫຼມກັບການຮັບປະກັນໃຫ້ຊາວຊົນນະບົດ, ຜູ້ປະກອບການມີການພັດທະນາທີ່ເລີ່ມຈາກສ້າງຄວາມສາມາດເພິ່ງຕົນເອງ ແລະ ພັດທະນາຍົກລະ ດັບຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ ເພື່ອຮັບປະກັນການສ້າງຖານເສດຖະກິດທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ແກ້ໄຂການຫຼຸດໂຕນແບບບໍ່ເປັນທຳ.
(3). ຮັບປະກັນການພັດທະ ນາຊັບພະຍາກອນມະນຸດທັງດ້ານສະໜອງຄວາມຕ້ອງການ ທັງສ້າງເປັນກຳລັງຂັບເຄື່ອນໃຫ້ແກ່ການພັດທະນາດ້ານເສດ ຖະກິດ-ສັງຄົມ ແລະ ການປົກປ້ອງ-ເສີມຂະຫຍາຍສິດຜົນປະ ໂຫຍດຂອງພົນລະເມືອງ, ຄຸນຄ່າ ຄວາມເປັນມະນຸດ ແລະ ຄວາມສີວິໄລດ້ານຈິດໃຈຂອງຄົນລາວ.
(4). ຜັນຂະຫຍາຍ ແລະຈັດ ຕັ້ງປະຕິບັດບັນດາມະຕິຄຳສັ່ງ ຂອງພັກ ແລະ ແຜນການ, ໂຄງ ການພັດທະນາຂອງລັດຢູ່ແຕ່ລະຂັ້ນ ຕ້ອງບົນພື້ນຖານການສົມທົບລະຫວ່າງຮັບປະກັນການຕົກລົງບັນຫາຕົວຈິງແບບໝູ່ຄະນະຢ່າງເຂັ້ມງວດກັບການເຊີດຊູບົດບາດນໍາພາຊີ້ນໍາ-ບັນຊາຂອງຜູ້ເປັນຫົວໜ້າ, ເຮັດໃຫ້ທຸກຂະບວນການໄດ້ຮັບການກະຕຸ້ນ ແລະ ຂັບເຄື່ອນຖືກ ທິດ, ຕໍ່ເນື່ອງ, ແຂງແຮງ ແລະ ກ້າວສູ່ເປົ້າໝາຍທີ່ວາງອອກ.
ເພື່ອສືບຕໍ່ນຳພາພາລະ ກິດປ່ຽນແປງໃໝ່ໄປສູ່ຈຸດໝາຍຢ່າງມີໄຊໃນຊຸມປີຕໍ່ໜ້າ, ກອງປະຊຸມໃຫຍ່ໄດ້ຢຶດໝັ້ນ ແລະ ເອກະພາບກັນສືບຕໍ່ບູລະນະປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະຮອບດ້ານ ເພື່ອກ້າວເດີນສູ່ສັງຄົມນິຍົມ ໂດຍຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນໜ້າທີ່ພື້ນຖານ, ການພັດທະນາ ແລະ ການແກ້ ໄຂບັນຫາເສດຖະກິດເປັນໜ້າ ທີ່ໃຈກາງ, ການພັດທະນາຊັບພະຍາກອນມະນຸດ ແລະ ສະໜອງແຮງງານສີມືແກ່ບັນດາໂຄງການພັດທະນາເປັນໜ້າທີ່ແຖວໜ້າ, ການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານເປັນອັນຕັດສິນ ແນໃສ່ເຮັດໃຫ້ບັນດາປະຖົມປັດໄຈ ການກ້າວຂຶ້ນເດີນສູ່ສັງຄົມນິຍົມທີ່ມີໃນປັດຈຸບັນໄດ້ຮັບການປັບປຸງຍົກລະດັບຢ່າງຕໍ່ເນື່ອງ ແລະ ສາມາດກາຍເປັນອົງປະກອບສຳຄັນພື້ນຖານໃຫ້ແກ່ການກໍ່ຕົວ ແລະ ຂະຫຍາຍຕົວ ຂອງຮູບຖານເສດຖະກິດ-ສັງຄົມສັງຄົມນິຍົມໄລຍະຕົ້ນ, ເຮັດໃຫ້ບັນດາຄຸນລັກສະນະອັນດີເລີດຂອງລະບອບສັງຄົມນິຍົມຢູ່ປະເທດເຮົາສະແດງອອກນັບມື້ພົ້ນເດັ່ນຂຶ້ນເລື້ອຍໆ ໃນຊີວິດຕົວຈິງຂອງປະຊາຊົນ.
ບົນພື້ນຖານດັ່ງກ່າວ ກອງປະຊຸມໃຫຍ່ໄດ້ກຳນົດທັດສະນະ ແລະ ຮັບຮອງເອົາ 8 ແຜນນະໂຍບາຍໃຫຍ່ ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສຳລັບ 5 ປີໃນຕໍ່ໜ້າກອງປະຊຸມໃຫຍ່ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊີ້ນຳຈັດຕັ້ງການຄົ້ນຄວ້າ, ເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນລະບົບ, ເລິກເຊິ່ງ ໂດຍສະເພາະແມ່ນສະ ມາຊິກພັກ, ພະນັກງານຜູ້ທີ່ ເປັນຫຼັກແຫຼ່ງຢູ່ທຸກຂັ້ນເອົາໃຈ ໃສ່ຄົ້ນຄວ້າກຳແໜ້ນເນື້ອໃນ ຂອງລາຍງານການເມືອງ, ສຸມສະຕິປັນຍາ, ກຳລັງວັງຊາເປັນແບບຢ່າງນຳໜ້າຈັດຕັ້ງປະຕິ ບັດໃຫ້ເກີດໝາກຜົນ; ພ້ອມກັນ ນີ້ກໍຊີ້ນຳອົງການລັດໃຫ້ຫັນເປັນນິຕິກຳ, ເປັນແຜນງານ ແລະ ໂຄງການວຽກງານລະອຽດໃຫ້ໄວ ເພື່ອຍາດແຍ່ງເວລາຈັດຕັ້ງ ປະຕິບັດ ໂດຍໄວ ແລະ ໄດ້ຮັບຜົນສໍາເລັດອັນສະຫງ່າງາມ.
II. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານ ແລະ ສະ ແດງຄວາມຍ້ອງຍໍຊົມເຊີຍລັດ ຖະບານ ຊຸດທີ VIII ທີ່ໄດ້ຕັ້ງ ໜ້າປະຕິບັດ ແລະ ສູ້ຊົນໃຫ້ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ໄດ້ຮັບຜົນສຳເລັດເປັນຢ່າງດີ; ພ້ອມນັ້ນກໍສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ຊຶ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນ ສຳລັບໂຄງການເຫຼົ່ານັ້ນ, ໃນນັ້ນໄດ້ກຳນົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຄື:
(1). ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍຍູ້ການເຕີບໂຕເສດຖະກິດແຫ່ງຊາດໃຫ້ບັນລຸ 4% ຂຶ້ນໄປ.
(2). ພັດທະນາຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນທີ່ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ -ເຕັກໂນໂລຊີ ເພື່ອຍົກສູງປະ ສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍ ລິການ.
(3). ຍົກລະດັບຊີວິດການທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.
(4). ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ.
(5). ສ້າງພື້ນຖານໂຄງລ່າງທີ່ມີຄວາມເຂັ້ມແຂງ, ນຳໃຊ້ທ່າແຮງ, ກາລະໂອກາດຈາກທີ່ຕັ້ງພູມສາດຂອງປະເທດ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ.
(6). ຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.
ທັງໝົດນີ້ມອບໃຫ້ຄະນະບໍລິຫານງານສູນກາງພັກ ຊີ້ນໍາລັດຖະບານສຸມຄວາມພະຍາຍາມກໍຄືເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກຳ ລັງແຮງສັງລວມເຂົ້າໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເປັນຈິງ.
III. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດສຳຫຼວດການນຳພາລວມຂອງຄະນະບໍລິ ຫານ ງານສູນກາງພັກ ສະໄໝທີ X ຊຶ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍ ມູນເຊື້ອ ແລະ ບົດຮຽນຂອງພັກ ອັນມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນຜູ້ນຳໜ້າສາມາດນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ໄດ້ຮັບຜົນສຳເລັດອັນສຳຄັນໃນຫຼາຍດ້ານ; ພ້ອມນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເປັນຄະນະນຳທີ່ມີຄວາມສາມັກຄີເປັນເອກະພາບອັນໜັກແໜ້ນເຂັ້ມແຂງ, ເປັນຫຼັກແຫຼ່ງແກ່ນສານໃຫ້ແກ່ຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ, ເປັນເຈົ້າການຢ່າງເຂັ້ມງວດໃນການຕີຖອຍ ແລະ ແກ້ໄຂການກະທຳທີ່ຝືນກັບກົດລະບຽບ ຂອງພັກ ໃນຖັນແຖວການນໍາ, ສະມາຊິກພັກ-ພະນັກງານຂັ້ນຕ່າງໆ. ກອງປະຊຸມໃຫຍ່ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ອອກແຮງເສີມຂະຫຍາຍຈຸດດີ ໃນດ້ານຕ່າງໆຢ່າງແຂງແຮງ, ພ້ອມທັງວາງມາດຕະການກຳຈັດ, ແກ້ໄຂຈຸດບົກຜ່ອງ ແລະ ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະນຳຂອງສູນກາງພັກໃຫ້ສູງຂຶ້ນຕື່ມອີກ, ເປັນຫຼັກແຫຼ່ງນຳໜ້າສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຊຸມປີຕໍ່ໆ ໄປ.
IV. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາກົດລະບຽບຂອງພັກ ສະໄໝທີ XI, ເພື່ອໃຫ້ສອດຄ່ອງຮອງຮັບການ ຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນຳພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມ.
ກົດລະບຽບຂອງພັກ ປະ ຊາຊົນ ປະຕິວັດລາວ ສະບັບປັງປຸງມີຜົນບັງຄັບໃຊ້ ນັບແຕ່ມື້ກອງປະຊຸມໃຫຍ່ຮັບຮອງເອົາເປັນຕົ້ນໄປ; ຮຽກຮ້ອງໃຫ້ການຈັດຕັ້ງພັກທຸກຂັ້ັນ ແລະ ສະມາຊິກພັກທຸກສະຫາຍປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ.
V. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊຶ່ງປະກອບດ້ວຍກຳມະການສົມບູນ 71 ສະຫາຍ ແລະ ກຳມະການສຳຮອງ 10 ສະຫາຍ ເພື່ອເປັນແກ່ນສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸໃນການສ້າງການຫັນປ່ຽນທີ່ແຂງແຮງໃນການພັດທະນາ ແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກ ຊຶ່ງປະກອບດ້ວຍ 13 ສະຫາຍ; ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມໄດ້ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ; ພ້ອມກັນນັ້ນກໍໄດ້ເລືອກເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ ໃນກອງປະຊຸມຍັງໄດ້ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 6 ສະຫາຍ ໂດຍແມ່ນ ສະຫາຍ ຄຳພັນ ພົມມະທັດ ເປັນປະທານ.
ກອງປະຊຸມໃຫຍ່ ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການຜະລິດ-ທຸລະກິດ-ບໍລິການ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນຂອບເຂດທົ່ວປະເທດ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດກໍຄືຊາວຕ່າງປະເທດທີ່ອາໄສ ຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈິດໃຈມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ອັນເປັນການສ້າງພື້ນຖານ ແລະ ຖ່ວງທ່າໃໝ່ໃຫ້ແກ່ການນຳເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້ ພ້ອມກັນນັ້ນກໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າແກ່ພາລະກິດພັດທະນາ ແລະ ສ້າງສາປະເທດຊາດຂອງປະຊາຊົນເຮົາ.
ກອງປະຊຸມ ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະ ມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານນຳພາມະຫາຊົນ ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາ ຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດຳລົງຊີວິດ ແລະທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້້າໃສ່ການປະຕິບັດໜ້າທີ່, ທຳມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.