ຄືຮູ້ແລ້ວວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາແຕ່ວັນທີ 13 ຮອດວັນທີ 15 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ ມາຮອດນີ້ໄດ້ປິດລົງຢ່າງສະຫງ່າງາມ ກອງປະຊຸມໃຫຍ່ ຄັ້ງທີ XI ແມ່ນເຫດການທາງດ້ານການເມືອງ-ສັງຄົມອັນສຳຄັນຍິ່ງ ຂອງພັກປະຊາຊົນປະຕິວັດລາວ ກໍຄືຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດຟົດຟື້ນສ້າງສັນ, ເອົາການເອົາງານ, ມີຄວາມຮັບຜິດຊອບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສຳເລັດອັນຈົບງາມ ທີ່ໜ້າຊື່ນຊົມຍິນດີ ເຂົ້າຮ່ວມ ໃນກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນທັງໝົດ 768 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດ 348.686 ສະຫາຍ ຈາກທົ່ວປະເທດ.
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແມ່ນກອງປະຊຸມແຫ່ງການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເຊິ່ງໄດ້ດໍາເນີນພາຍໃຕ້ຄຳຂວັນ ຫຼືຫົວຂໍ້ໃຫຍ່: “ຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະ ພາບໃໝ່ຢ່າງແຂງແຮງ, ຍົກຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”.
ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນກອງປະຊຸມໃຫຍ່ ແຫ່ງຄວາມສາມັກຄີເປັນເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ; ແມ່ນກອງປະຊຸມໃຫຍ່ແຫ່ງການເສີມຂະຫຍາຍມານະຈິດປະຕິວັດ; ນີ້ແມ່ນກອງປະຊຸມໃຫຍ່ແຫ່ງຄວາມເຊື່ອໝັ້ນຕໍ່ການສືບຕໍ່ນໍາພາປະເທດຊາດກ້າວຂຶ້ນ ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາກາດອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ກອງປະຊຸມໃຫຍ່ ໄດ້ສະຫຼຸບຕີລາຄາຢ່າງພາວະວິໄສ ແລະ ກົງໄປກົງມາວ່າ: ໃນຊຸມປີຜ່ານມາສະພາບການຢູ່ສາກົນ ແລະ ພາຍໃນປະເທດ ເຖິງວ່າໄດ້ມີການຜັນແປຕະຫຼອດເວລາ ແລະ ທະວີຄວາມສັບສົນ, ສະຫຼັບສັບຊ້ອນຢ່າງຕໍ່ເນື່ອງທັງສົ່ງຜົນກະທົບກວ້າງຂວາງ ແລະ ໂດຍກົງ ຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແຕ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາ ອັນມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນຜູ້ນຳໜ້າໄດ້ເຊີດຊູມານະຈິດປະຕິວັດ, ບຸກບືນ ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນສຳຄັນຫລາຍປະການ ທີ່ໜ້າພາກພູມໃຈ, ສາມາດຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ລະບອບໃໝ່ ໄດ້ຮັບການປົກປ້ອງ ແລະ ປັບປຸງໃຫ້ເຂັ້ມແຂງຍິ່ງຂຶ້ນ.
ພ້ອມນັ້ນກໍ່ໄດ້ວາງທິດທາງ, ຄາດໝາຍໃຫຍ່ໃນຊຸມປີຕໍ່ໜ້ານີ້ດ້ວຍການຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ແລະ ດ້ວຍຄວາມຈົງຮັກພັກດີຕໍ່ອຸດົມການ ແລະ ວັດຖຸປະສົງອັນສູງສົ່ງ ຂອງພາລະກິດປະຕິວັດ ໃນການນໍາພາປະເທດຊາດ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມນັ້ນແມ່ນການສືບຕໍ່ນໍາພາບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ໂດຍຖືເອົາການເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ອີງໃສ່ກໍາລັງແຮງຂອງປະຊາຊົນເພື່ອປະຕິບັດ ແລະ ຖືການນໍາເອົາຜົນປະໂຫຍດ ແລະ ຄວາມສົມບູນພູນສຸກມາໃຫ້ປະຊາຊົນ ເປັນເປົ້າໝາຍສູງສຸດໃນທຸກການເຄື່ອນໄຫວຂອງພັກ ແລະ ລັດເຮົາ.
ທິດທາງຕົ້ນຕໍ ທັງເປັນເປົ້າໝາຍໃຈກາງຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນໃນຊຸມປີຕໍ່ໜ້າແມ່ນຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ ແລະ ຕ້ອງປະຕິບັດຢ່າງເປັນປະຈໍາ; ການພັດທະນາເສດຖະກິດ ລວມທັງການແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ ແລະ ບັນຫາໜີ້ສິນເປັນໜ້າທີ່ໃຈກາງ; ການພັດທະນາຊັບພະຍາກອນມະນຸດ ແລະ ສະໜອງແຮງງານມີສີມື ໃຫ້ແກ່ບັນດາໂຄງການພັດທະນາໃນຂົງເຂດຕ່າງໆ ເປັນໜ້າທີ່ແຖວໜ້າ; ການປັບປຸງຄຸນນະພາບ ຂອງວຽກງານພັກ-ພະນັກງານ ເປັນອັນຕັດສິນຕໍ່ພາລະກິດປົກປັກຮັກສາ ແລະ ການປະຕິບັດຍຸດທະສາດພັດທະນາປະເທດຊາດ. ທິດທາງຕົ້ນຕໍ ແລະ ເປົ້າໝາຍໃຈກາງດັ່ງກ່າວ ຕ້ອງໄປພ້ອມກັບການບູລະນະລະບົບການເມືອງ ທີ່ພັກເປັນແກນນໍາໃຫ້ມີຄວາມເຂັ້ມແຂງ, ຮັບປະກັນໃຫ້ການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ຄວາມອາດສາມາດ ແລະທ່າ ແຮງບົ່ມຊ້ອນຂອງຊາດ ໄດ້ຮັບການພັດທະນາເປັນບັນດາຂະແໜງຜະລິດ ແລະ ບໍລິການປາຍແຫຼມ ຕິດພັນກັບຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ຮັບປະກັນການພັດທະນາຕາມທິດຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ; ພື້ນຖານ ແລະ ລະດັບການພັດທະນາດ້ານວັດທະນະທໍາ-ສັງຄົມມີລັກສະນະສົມສ່ວນກົມກຽວ, ສະເໝີພາບ, ຍຸຕິທໍາ ແລະສິວິໄລ; ປະຊາຊົນມີຄຸນນະພາບຊີວິດທີ່ສູງຂຶ້ນ, ປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາຢ່າງໜັກແໜ້ນ ທັງໝົດນັ້ນແນໃສ່ເຮັດໃຫ້ບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມທີ່ມີໃນປະຈຸບັນ ໄດ້ຮັບການປັບປຸງ, ຍົກລະດັບຢ່າງຕໍ່ເນື່ອງ ແລະ ສາມາດເປັນອົງປະກອບພື້ນຖານໃຫ້ແກ່ການກໍ່ຕົວ ແລະ ຂະຫຍາຍຕົວ ຂອງຮູບຖານເສດຖະກິດ-ສັງຄົມ ສັງຄົມນິຍົມໄລຍະຕົ້ນ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກອງປະຊຸມໄດ້ເປັນເອກະພາບກັນ ຮັບຮອງເອົາ 8 ແຜນນະໂຍບາຍໃຫຍ່ ຕໍ່ແຕ່ລະຂົງເຂດວຽກງານ ຈາກນັ້ນກໍ່ໄດ້ຫັນເປັນອັນລະອຽດ ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ສະບັບທີ 9 ເຊິ່ງໄດ້ເລັ່ງໃສ່ການພັດທະນາ ໄປສູ່ຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ ໂດຍກໍານົດ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະໂຄງການບູລິມະສິດຈໍານວນໜຶ່ງ.
ໃນເທື່ອນີ້ ຍັງເຫັນວ່າ ເນື້ອໃນກົດລະບຽບພັກ ສ່ວນໃຫຍ່ແມ່ນຍັງຖືກຕ້ອງ, ສອດຄ່ອງ, ມີແຕ່ປັບປຸງຕື່ມຈໍານວນໜຶ່ງທໍ່ນັ້ນ, ບັນຫາທີ່ສໍາຄັນ ແມ່ນການເນັ້ນຄຸນນະພາບການຂະຫຍາຍສະມາຊິກພັກ, ການຝຶກຝົນຫຼໍ່ຫຼອມຂອງຖັນແຖວສະມາຊິກພັກ ເພື່ອຮັບປະກັນຄວາມໜັກແໜ້ນເຂັ້ມແຂງດ້ານການເມືອງ, ມານະຈິດປະຕິວັດ ແລະ ທາດແທ້ຂອງນັກກອມ ມູນິດ, ການກໍານົດຂໍ້ຫ້າມຂອງສະມາຊິກພັກ, ການຄຸ້ມຄອງ-ປ້ອງກັນພັກທີ່ເຂັ້ມງວດດ້ານວິໄນ, ກໍານົດໃຫ້ມີຄະນະວິໄນຂອງພັກແຕ່ລະຂັ້ນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເຊິ່ງປະກອບດ້ວຍກຳມະການສົມບູນ 71 ສະຫາຍ ແລະ ກຳມະການສໍາຮອງ 10 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນ ທີ່ແຂງແຮງ ໃນການພັດທະນາ ແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.