ເຊີນຮ່ວມເປັນເຈົ້າສັດທາ ປະຕິສັງຂອນກໍ່ສ້າງຄຳພຣະທາດຫຼວງແປດລ່ຽມ ມີ່ງຂວັນ ເມືອງພວນ ຊື່ງມີລາຍລະອຽດດັ່ງລຸ່ມນີ້:
ພິທີເທທອງປັ້ນຫຼໍ່ຍອດ ຄຳພຣະທາດຫຼວງແປດລ່ຽມ ມີ່ງຂວັນ ເມືອງພວນ ລະຫວ່າງວັນທີ 14-16 ມັງກອນ 2021.
- ວັນເສົາ ທີ 16 ມັງກອນ 2021 ກົງກັບມື້ຂື້ນ 3 ຄໍ່າ ເດືອນ 3 ພ.ສ 2563 ເປັນມື້ທຳພິທີຫຼໍ່ຍອດຄຳ.
ເລີ່ມເວລາ 7:00 ໂມງເຊົ້າ ທຳພິທີໃສ່ບາດແດ່ພຣະສົງ 45 ບາດ ຫຼັງຈາກນັ້ນຮັບໂມທະນາທານເປັນວັດຖຸເງີນທອງຄຳ (ມີທອງໃຫ້ບູຊາ) ເພື່ອປະກອບສ່ວນສ້າງປັ້ນຫຼໍ່ຍອດ ຄຳພຣະທາດຫຼວງແປດລ່ຽມ ມີ່ງຂວັນ ເມືອງພວນ.
ເວລາ 17:00 ໂມງແລງເປັນຕົ້ນໄປ ພິທີສູດປະຣິດຕະມຸງຄຸນ ແລະ ພິທີເທທອງເງີນຄຳປັ້ນຫຼໍ່ຍອດ ຄຳພຣະທາດຫຼວງແປດລ່ຽມ ມີ່ງຂວັນ ເມືອງພວນ (ສຳເລັດພິທີທີ່ນະຄອນຫຼວງວຽງຈັນ).

ວັນທີ 23-28 ມັງກອນ 2021 ຮັບໂມທະນາທານປັດໃຈໄທຍະທານ ທີ່ວັດທາດຫຼວງນາໄຊ ເມືອງຄູນ ແຂວງຊຽງຂວາງ.
ວັນທີ 28 ມັງກອນ 2021 ກົງກັບວັນພະຫັດ (ຂື້ນ 15 ຄໍ່າ ເດືອນ 3 ພ.ສ 2563).
ເລີ່ມເວລາ 7:30 ໂມງເຊົ້າ ທຳພິທີໃສ່ບາດຖວາຍສັງຄະທານແກ່ພຣະສົງ 45 ບາດ.
ເວລາ 12:30 ໂມງ ເປີດພິທີທາງການຜ່ານການດຳເນີນໂຄງການປະຕິສັງຂອນ ຊື່ງຜ່ານການແຈ້ງລາຍຊື່ ແລະ ເຈົ້າສັດທາ ຮ່ວມອານຸໂມທະນາສ້າງພຣະທາດ ແລະ ພັດທະສີມາ, ແຈ້ງລາຍຮັບ-ລາຍຈ່າຍ ແລະ ແຜນການດຳເນີນຕໍ່ໄປ.

ເວລາ 13:00 ໂມງແລງ ທຳພິທີຍົກຍອດພຣະທາດຫຼວງແປດລ່ຽມ ມີ່ງຂວັນ ເມືອງພວນ (ຈົບພິທີ).
ດັ່ງນັ້ນ ຈີ່ງຂໍແຈ້ງຂ່າວບຸນກຸສົນນີ້ມາຍັງພຸດທະສາສະນິກກະຊົນ ທັງຫຼາຍຮີບມາເປັນເຈົ້າສັດທາເທທອງ ແລະ ຍົກຍອດ ຄຳພຣະທາດຫຼວງແປດລ່ຽມ ມີ່ງຂວັນ ເມືອງພວນ
ເບີໂທລະສັບຕິດຕໍ່ສອບຖາມຄະນະກຳມະການກໍ່ສ້າງ, ເຈົ້າສັດທາຫຼັກ ແລະ ຜູ້ປະກອບທຶນລະດົມ:
- ຍາທ່ານ ກູ່ ເມດຕິໂກ 020 56419614
- ທ່ານ ສູນທອນ ພົມມະຈັກ 020 55511915
- ທ່ານ ຄຳພູ ວັນນາຈັກ 020 55561071
- ທ່ານ ປ້າຄຳອ່ອນ ເພັດດາວເຮືອງ 020 55557779
- ນາງ ສຸກສະດີ ສົມຟອງບຸດຕະຂັນ 020 22201999
- ຜູ້ປະຊາສຳພັນພຣະອາຈານ ແສງທອງ 020 55525619